ພັດທະນາ ຟອງຍາ - ແກ່ບ່າງ ໃຫ້ກາຍເປັນເຂດທ່ອງທ່ຽວຈຸດສຸມ

16:24 | 13/08/2026

ຍສໝ - ຕອນບ່າຍວັນທີ 12 ສິງຫາ, ຄະນະບໍລິຫານງານສວນແຫ່ງຊາດ ຟອງຍາ - ແກ່ບ່າງ ໄດ້ຈັດກອງປະຊຸມປະກາດເຂດທ່ອງທ່ຽວຂັ້ນແຂວງ ຟອງຍາ - ແກ່ບ່າງ.

ໂຮ້ຍອ່ານ ກຽມພ້ອມຈັດງານເທດສະການໂຄມໄຟສາກົນ ຄັ້ງທຳອິດ ເກືອບ 14 ລ້ານເທື່ອຄົນນັກທ່ອງທ່ຽວສາກົນເດີນທາງມາ ຫວຽດນາມ
ພັດທະນາ ຟອງຍາ - ແກ່ບ່າງ ໃຫ້ກາຍເປັນເຂດທ່ອງທ່ຽວຈຸດສຸມ
ເຂດທ່ອງທ່ຽວຂັ້ນແຂວງ ຟອງຍາ - ແກ່ບ່າງ ມີເນື້ອທີ່ກວ່າ 167.000 ເຮັກຕາ.

ການຮັບຮອງເຂດທ່ອງທ່ຽວຂັ້ນແຂວງ ແມ່ນການຮັບຮູ້ບັນດາຜົນສຳເລັດທີ່ບັນລຸໄດ້ໃນວຽກງານຄຸ້ມຄອງ, ອະນຸລັກຊັບພະຍາກອນ, ລົງທຶນພື້ນຖານໂຄງລ່າງ, ພັດທະນາຜະລິດຕະພັນ ແລະ ຍົກສູງຄຸນນະພາບການບໍລິການທ່ອງທ່ຽວ; ພ້ອມທັງເປີດໄລຍະພັດທະນາໃໝ່ໃຫ້ແກ່ ຟອງຍາ - ແກ່ບ່າງ.

ຕາມເອກະສານທີ່ປະກາດ, ເຂດທ່ອງທ່ຽວຂັ້ນແຂວງ ຟອງຍາ - ແກ່ບ່າງ ມີເນື້ອທີ່ກວ່າ 167.000 ເຮັກຕາ, ລວມມີເນື້ອທີ່ທັງໝົດຂອງສວນແຫ່ງຊາດ ຟອງຍາ - ແກ່ບ່າງ ແລະ ບາງສ່ວນຂອງເຂດກັນຊົນທີ່ຂຶ້ນກັບເຂດປົກຄອງຂອງບັນດາຕາແສງ ຟອງຍາ, ເທື້ອງແຈັກ, ກິມດ່ຽນ, ກິມຟູ ແລະ ໂບແຈັກ, ແຂວງກວາງຈິ, ໂດຍບໍ່ລວມສ່ວນທີ່ເປັນແລວຊາຍແດນ.

ຟອງຍາ - ແກ່ບ່າງ ແມ່ນເຂດທີ່ລວມເອົາບັນດາຄຸນຄ່າອັນໂດດເດັ່ນດ້ານທໍລະນີສາດ, ພູມສັນຖານ, ທິວທັດທຳມະຊາດ, ຊີວະນາໆພັນ ພ້ອມກັບຄຸນຄ່າທາງວັດທະນະທຳ ແລະ ປະຫວັດສາດອັນເປັນເອກະລັກ. ຟອງຍາ - ແກ່ບ່າງ ໄດ້ຮັບການຂຶ້ນທະບຽນຈາກ UNESCO ເປັນມໍລະດົກທຳມະຊາດໂລກສອງຄັ້ງ ໃນປີ 2003 ແລະ 2015. ໃນປີ 2009, ໄດ້ຮັບການຈັດອັນດັບເປັນສະຖານທີ່ປະຫວັດສາດແຫ່ງຊາດພິເສດ.

ປີ 2025, ຟອງຍາ - ແກ່ບ່າງ ແລະ ສວນແຫ່ງຊາດ ຫີນໜາມໜໍ່ ຂອງລາວ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກທຳມະຊາດໂລກຂ້າມຊາຍແດນ.

ປີ 2026, ຟອງຍາ - ແກ່ບ່າງ ສືບຕໍ່ໄດ້ຮັບການຮັບຮອງເປັນເຂດສະຫງວນຊີວະມົນທົນໂລກ ແລະ ເຂດທ່ອງທ່ຽວຂັ້ນແຂວງ, ພ້ອມທັງສືບຕໍ່ໄດ້ຮັບການຍົກຍ້ອງໃນຫຼາຍລາງວັນການທ່ອງທ່ຽວອັນມີຊື່ສຽງທັງພາຍໃນ ແລະ ສາກົນ.

ໄລຍະ 2020 - 2025, ສວນແຫ່ງຊາດ ຟອງຍາ - ແກ່ບ່າງ ໄດ້ຕ້ອນຮັບນັກທ່ອງທ່ຽວ 3,5 ລ້ານເທື່ອຄົນ, ໃນນັ້ນ ນັກທ່ອງທ່ຽວພາຍໃນປະເທດກວ່າ 3,1 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວສາກົນເກືອບ 489.000 ເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວບັນລຸກວ່າ 1.300 ຕື້ດົ່ງ.

ປັດຈຸບັນ, ຟອງຍາ - ແກ່ບ່າງ ມີ 19 ເສັ້ນທາງ ແລະ ຈຸດທ່ອງທ່ຽວທີ່ພວມເຄື່ອນໄຫວ. ຄະນະບໍລິຫານງານຈັດຕັ້ງທຸລະກິດທ່ອງທ່ຽວເຊີງນິເວດຕາມ 3 ຮູບແບບ ຄື: ຈັດຕັ້ງເອງ, ຮ່ວມມືເຊື່ອມໂຍງ ແລະ ໃຫ້ເຊົ່າສິ່ງແວດລ້ອມປ່າໄມ້.

ການຮັບຮອງເຂດທ່ອງທ່ຽວຂັ້ນແຂວງ ຟອງຍາ - ແກ່ບ່າງ ມີຄວາມໝາຍສຳຄັນໃນການສ້າງພື້ນຖານດ້ານກົດໝາຍໃຫ້ສົມບູນ, ຍົກສູງປະສິດທິພາບ ແລະ ປະສິດທິຜົນການຄຸ້ມຄອງລັດດ້ານການທ່ອງທ່ຽວ; ສ້າງເງື່ອນໄຂເພີ່ມທະວີການປະສານສົມທົບລະຫວ່າງບັນດາຂະແໜງການ, ກຳລັງໜ້າທີ່ ແລະ ທ້ອງຖິ່ນ, ໂດຍສະເພາະໃນການຄຸ້ມຄອງ ແລະ ຂຸດຄົ້ນບັນດາເສັ້ນທາງ, ຈຸດທ່ອງທ່ຽວຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ຍັງສ້າງແຮງຊຸກຍູ້ເພີ່ມເຕີມໃນການລະດົມແຫຼ່ງທຶນລົງທຶນ, ປັບປຸງພື້ນຖານໂຄງລ່າງ, ຫຼາກຫຼາຍຜະລິດຕະພັນ, ຂະຫຍາຍຕະຫຼາດ ແລະ ຍົກສູງຂີດຄວາມສາມາດແຂ່ງຂັນຂອງແຫຼ່ງທ່ອງທ່ຽວ.

ໂດຍສະເພາະ, ການຮັບຮອງດັ່ງກ່າວຈະສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ນັກທ່ອງທ່ຽວສາກົນໃນການເຂົ້າເຖິງ ແລະ ສຳຜັດບັນດາຜະລິດຕະພັນ, ການບໍລິການທ່ອງທ່ຽວພາຍໃນເຂດທ່ອງທ່ຽວ, ບົນພື້ນຖານປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການເຂົ້າ - ອອກປະເທດ, ການພັກເຊົາ, ຊາຍແດນ ແລະ ບັນດາຂໍ້ກຳນົດທີ່ກ່ຽວຂ້ອງ, ຜ່ານນັ້ນ ຍົກສູງຄວາມດຶງດູດ ແລະ ຂີດຄວາມສາມາດແຂ່ງຂັນຂອງ ຟອງຍາ - ແກ່ບ່າງ ໃນຕະຫຼາດສາກົນ.

ຕາມທິດທາງພັດທະນາຮອດປີ 2030, ຟອງຍາ - ແກ່ບ່າງ ສູ້ຊົນກາຍເປັນສູນກາງທ່ອງທ່ຽວລະດັບຊາດ ແລະ ສາກົນ, ສ້າງບັນດາຜະລິດຕະພັນອັນເປັນເອກະລັກດ້ານການສຳຫຼວດຖ້ຳ, ການທ່ອງທ່ຽວເຊີງນິເວດ, ການຄົ້ນຄວ້າ ແລະ ໃຫ້ມີເງື່ອນໄຂພຽງພໍເພື່ອໄດ້ຮັບການຮັບຮອງເປັນເຂດທ່ອງທ່ຽວແຫ່ງຊາດ.

ຮອດປີ 2035 ແລະ ໄລຍະ 2035 - 2050, ຟອງຍາ - ແກ່ບ່າງ ມຸ່ງສູ່ການກາຍເປັນເຂດທ່ອງທ່ຽວຈຸດສຸມຂອງຫວຽດນາມ, ສູນກາງການທ່ອງທ່ຽວຜະຈົນໄພຂອງອາຊຽນຕາເວັນອອກສຽງໃຕ້, ຈຸດໝາຍປາຍທາງດ້ານການຄົ້ນຫາ ແລະ ສຳຜັດທຳມະຊາດຊັ້ນນຳຂອງຫວຽດນາມ ແລະ ຄ່ອຍໆກາຍເປັນຈຸດໝາຍທ່ອງທ່ຽວຊັ້ນນຳຂອງພາກພື້ນອາຊີ, ດ້ວຍບັນດາຜະລິດຕະພັນອັນເປັນເອກະລັກດ້ານການສຳຫຼວດຖ້ຳ, ການຄົ້ນຄວ້າ, ຊອກຮູ້ວັດທະນະທຳທ້ອງຖິ່ນ ແລະ ບັນດາຮ່ອງຮອຍບູຮານຄະດີ.

ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ ສົ່ງເສີມການເຊື່ອມຕໍ່ການທ່ອງທ່ຽວ ຫວຽດນາມ - ລາວ - ກຳປູເຈຍ
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ.
ປະສົບການທ້ອງຖິ່ນນຳຫວຽດນາມເຂົ້າໃກ້ Gen Z ທົ່ວໂລກ ປະສົບການທ້ອງຖິ່ນນຳຫວຽດນາມເຂົ້າໃກ້ Gen Z ທົ່ວໂລກ
ຍສໝ - ຫວຽດນາມ ຫາກໍໄດ້ຮັບການຈັດອັນດັບຈາກ Travel + Leisure, ວາລະສານການທ່ອງທ່ຽວທີ່ມີຊື່ສຽງ, ໃຫ້ຢູ່ໃນອັນດັບທີ 5 ຂອງລາຍຊື່ 10 ຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດ ສຳລັບນັກທ່ອງທ່ຽວລຸ້ນ Gen Z ທົ່ວໂລກ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ