| ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື ຊຸກຍູ້ການຮ່ວມມືທາງດ້ານການປ້ອງກັນຊາດ ຫວຽດນາມ - ອິນເດຍ |
ການສົນທະນາ ICWA - VASS ຄັ້ງທີ 6 ມີຫົວຂໍ້ “ການບັນຈົບກັນດ້ານຍຸດທະສາດ ແລະ ທິດທາງອະນາຄົດໃນສາຍພົວພັນ ຫວຽດນາມ - ອິນເດຍ”. ນີ້ແມ່ນເວທີສົນທະນາວິຊາການປະຈຳປີລະຫວ່າງສອງອົງການຄົ້ນຄວ້າຂອງ ຫວຽດນາມ ແລະ ອິນເດຍ ເພື່ອຊຸກຍູ້ການແລກປ່ຽນວິຊາການ, ເພີ່ມທະວີການສົນທະນານະໂຍບາຍ ແລະ ສະເໜີບັນດາຂໍ້ແນະນຳ ເພື່ອປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍລະຫວ່າງສອງປະເທດ ນັບມື້ນັບເຂົ້າສູ່ລວງເລິກ.
ກ່າວເປີດການສົນທະນາ, ທ່ານ N. J. Gangte, ຮັກສາການຮອງຫົວໜ້າໃຫຍ່ ICWA, ເອກອັກຄະລັດຖະທູດ ໃຫ້ຄວາມເຫັນວ່າ ການສົນທະນາລະຫວ່າງບັນດາສະຖາບັນຄົ້ນຄວ້າ ແລະ ວົງການວາງນະໂຍບາຍ ນັບມື້ນັບມີບົດບາດສຳຄັນໃນການກຳນົດບັນດາການຕັດສິນໃຈທາງຍຸດທະສາດ, ໂດຍສະເພາະໃນຂະນະທີ່ສາຍພົວພັນ ຫວຽດນາມ - ອິນເດຍ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ຕາມທ່ານແລ້ວ, ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຢູ່ ອິນເດຍ ໃນເດືອນ 5 ແລະ ການທີ່ສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍ ໄດ້ສະທ້ອນລະດັບຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດທີ່ນັບມື້ນັບເລິກເຊິ່ງ, ພ້ອມທັງເປີດພື້ນທີ່ໃໝ່ໆສຳລັບການຮ່ວມມື.
ທ່ານ N. J. Gangte ເຫັນວ່າ ຫວຽດນາມ ແລະ ອິນເດຍ ມີຫຼາຍຈຸດຄ້າຍຄືກັນໃນທິດທາງການຕ່າງປະເທດ, ພ້ອມກັນມຸ່ງໄປສູ່ການສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ, ເປີດກວ້າງ, ກວມລວມ ແລະ ອີງໃສ່ກົດລະບຽບ.
ໃນໄລຍະຕໍ່ໜ້າ, ສອງປະເທດມີທ່າແຮງຫຼາຍໃນການຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີດິຈິຕອນ, ປັນຍາປະດິດ, ຊິບເຄິ່ງຕົວນຳ, ແຮ່ທາດສຳຄັນ, ຄວາມໝັ້ນຄົງທາງໄຊເບີ ແລະ ຕ່ອງໂສ້ສະໜອງ, ພ້ອມທັງມຸ່ງໄປສູ່ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເປັນ 25 ຕື້ USD ໃນປີ 2030. ນອກຈາກນັ້ນ, ການຮ່ວມມືດ້ານປ້ອງກັນຊາດຍັງສືບຕໍ່ເປັນເສົາຄ້ຳສຳຄັນ, ໃນຂະນະທີ່ການແລກປ່ຽນປະຊາຊົນ, ການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ ຈະສ້າງພື້ນຖານໃຫ້ແກ່ການພັດທະນາທີ່ຍືນຍົງຂອງສາຍພົວພັນສອງຝ່າຍ.
![]() |
| ການສົນທະນາ ICWA - VASS ຄັ້ງທີ 6. |
ທ່ານ ຕະມິງຕ໋ວນ, ຮອງປະທານສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ຕີລາຄາວ່າ, ພາຍຫຼັງຈັດຂຶ້ນ 6 ຄັ້ງ, ການສົນທະນາ VASS - ICWA ໄດ້ກາຍເປັນເວທີວິຊາການ ແລະ ສົນທະນານະໂຍບາຍທີ່ສຳຄັນ, ປະກອບສ່ວນສະໜອງບັນດາພື້ນຖານທາງວິທະຍາສາດໃຫ້ແກ່ການກຳນົດນະໂຍບາຍ ແລະ ຊຸກຍູ້ສາຍພົວພັນ ຫວຽດນາມ - ອິນເດຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.
ຕາມທ່ານແລ້ວ, ໃນສະພາບການທີ່ການແຂ່ງຂັນດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບເພີ່ມຂຶ້ນ, ພ້ອມກັບການພັດທະນາຢ່າງວ່ອງໄວຂອງປັນຍາປະດິດ, ການຫັນເປັນດິຈິຕອນ ແລະ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງນອກແບບ, ສາຍພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດພວມຫັນຈາກເປົ້າໝາຍຫຼຸດຜ່ອນຄວາມສ່ຽງ ໄປສູ່ການສ້າງຄວາມສາມາດຕ້ານທານທາງຍຸດທະສາດ.
ການທີ່ ຫວຽດນາມ ແລະ ອິນເດຍ ຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍ ໃນປີ 2026 ບໍ່ພຽງແຕ່ເປັນຂີດໝາຍທາງການທູດເທົ່ານັ້ນ ຫາກຍັງສະທ້ອນເຖິງການບັນຈົບກັນນັບມື້ນັບເລິກເຊິ່ງດ້ານວິໄສທັດຍຸດທະສາດ, ຄວາມປາຖະໜາພັດທະນາ ແລະ ຄຳໝັ້ນສັນຍາຮ່ວມກັນສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເປີດກວ້າງ, ກວມລວມ ແລະ ອີງໃສ່ກົດລະບຽບ.
ໂດຍເນັ້ນໜັກເຖິງບົດບາດຂອງບັນດາສະຖາບັນຄົ້ນຄວ້າໃນສະພາບການໃໝ່, ທ່ານຮອງປະທານ VASS ສະເໜີໃຫ້ສອງອົງການຫັນຈາກຮູບແບບແລກປ່ຽນວິຊາການແບບດັ້ງເດີມ ໄປສູ່ “ການຮ່ວມສ້າງສັນຄວາມຮູ້” ຜ່ານບັນດາໂຄງການຄົ້ນຄວ້າຮ່ວມ, ແລກປ່ຽນນັກວິຊາການ, ຮ່ວມຈັດພິມຜົນງານວິທະຍາສາດ, ແບ່ງປັນຂໍ້ມູນການຄົ້ນຄວ້າ ແລະ ສ້າງບັນດາຂໍ້ສະເໜີແນະດ້ານນະໂຍບາຍ ເພື່ອຮັບໃຊ້ໂດຍກົງໃຫ້ແກ່ສາຍພົວພັນ ຫວຽດນາມ - ອິນເດຍ.
ທ່ານ ເຈິ່ນແທງຕຸ່ງ, ອຸປະທູດຊົ່ວຄາວ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ, ປີ 2026 ເປັນຂີດໝາຍຄົບຮອບ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ, ພ້ອມທັງເປີດໄລຍະຮ່ວມມືໃໝ່ ພາຍຫຼັງການຢ້ຽມຢາມຂັ້ນລັດຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແລະ ການທີ່ສອງປະເທດຍົກລະດັບສາຍພົວພັນ.
ຕາມທ່ານແລ້ວ, ພາຍຫຼັງໜຶ່ງທົດສະວັດ, ການຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາຢ່າງແຮງໃນທຸກເສົາຄ້ຳ ນັບແຕ່ການເມືອງ, ປ້ອງກັນຊາດ - ຄວາມໝັ້ນຄົງ ຈົນເຖິງການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ການຫັນເປັນດິຈິຕອນ, ນະວັດຕະກຳ ແລະ ການແລກປ່ຽນປະຊາຊົນ. ວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸເກືອບ 16,5 ຕື້ USD.
ທ່ານ ເຈິ່ນແທງຕຸ່ງ ຍັງສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ຟື້ນຟູບັນດາກົນໄກຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ແລະ ການຄ້າໂດຍໄວ; ເລັ່ງລັດການທົບທວນຄືນສັນຍາການຄ້າສິນຄ້າ ASEAN - ອິນເດຍ (AITIGA); ຂະຫຍາຍການຮ່ວມມືລົງທຶນ, ນະວັດຕະກຳ, ເຊື່ອມຕໍ່ວິສາຫະກິດ ແລະ ເຊື່ອມຕໍ່ການບິນ ເພື່ອຊຸກຍູ້ການຄ້າ, ການທ່ອງທ່ຽວ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.
ໃນ 4 ວາລະສົນທະນາ, ບັນດານັກວິຊາການ ແລະ ຊ່ຽວຊານຂອງສອງປະເທດໄດ້ຕີລາຄາຜົນການປະຕິບັດສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໃນໄລຍະ 10 ປີ, ພ້ອມທັງແລກປ່ຽນບັນດາທິດທາງຮ່ວມມືໃນສະພາບການທີ່ພູມສາດການເມືອງ ແລະ ເສດຖະກິດໂລກຜັນແປຢ່າງວ່ອງໄວ.
ບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບການແຂ່ງຂັນຍຸດທະສາດ, ບົດບາດຂອງ ASEAN, ການຮ່ວມມືທາງທະເລ, ເສດຖະກິດ, ການຄ້າ, ການລົງທຶນ, ນະວັດຕະກຳ, ການຫັນເປັນດິຈິຕອນ, ລະບົບຕ່ອງໂສ້ສະໜອງ ແລະ ປ້ອງກັນຊາດ - ຄວາມໝັ້ນຄົງ, ພ້ອມທັງເນັ້ນໜັກວ່າ ການແລກປ່ຽນປະຊາຊົນ, ການສຶກສາ, ວັດທະນະທຳ ແລະ ການຄົ້ນຄວ້າ ຈະສືບຕໍ່ເປັນພື້ນຖານຍາວນານໃຫ້ແກ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເສີມຂະຫຍາຍ ຫວຽດນາມ - ອິນເດຍ.
ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດ. ການນຳສອງທ່ານກໍຕົກລົງເປັນເອກະພາບຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ - ອິນເດຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແບບເພີ່ມທະວີ. |
ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ |
ມິງດຶກ
