ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

20:10 | 06/01/2024

ຍສໝ - ທ່ານ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 46 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ​ແຕ່​ວັນ​ທີ 6-7 ມັງກອນ​ນີ້. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອນ​ໄຊ ສີ​ພັນ​ດອນ ນັບ​ແຕ່​ເມື່ອທ່ານ​ໄດ້​ຮັບ​ຕຳ​ແໜ່ງ.

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ

ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ. ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນ; ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງສຳຄັນລະຫວ່າງ ສອງພັກ, ສອງປະເທດຢ່າງມີປະສິດທິຜົ.

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນອກຈາກນັ້ນ, ຜູ້ນຳ​ຫວຽດນາມ ​ແລະ ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການທູດ; ສືບຕໍ່ເອົາໃຈໃສ່ເປັນພິເສດເຖິງການສຶກສາ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ພິເສດແມ່ນລຸ້ນໜຸ່ມກ່ຽວກັບມູນເຊື້ອປະຫວັດສາດແຫ່ງຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ ແລະຜົນງານຂອງການພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ; ພ້ອມທັງ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການສຶກສາ, ກໍ່ສ້າງ, ການທ່ອງທ່ຽວ, ເສດຖະກິດ, ການຄ້າ ແລະການລົງທຶນ.

ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍການພົວພັນດ້ານການເມືອງທີ່ດີເປັນພິເສດ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການ, ໂຄງການຮ່ວມມືຢ່າງມີປະສິດທິຜົນ; ສະເໜີ ລາວ ສືບຕໍ່ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໝັ້ນຄົງ ແລະພັດທະນາ.

ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລາວ ໃນຄວາມສາມາດເພື່ອລາວ ປະຕິບັດໜ້າທີ່ຮັບຜິດຊອບສາກົນໃນປີ 2024, ປະກອບສ່ວນຍົກສູງທີ່ຕັ້ງຂອງລາວ ແລະປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.