ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

10:10 | 08/08/2019

ຍສໝ - ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3 ຄັ້ງທີ 18 ພ້ອມກັບບັນດາຄູ່ຮ່ວມມືຍຸດທະສາດຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 07 ສິງຫາ 2019 ຢູ່ ນະຄອນເຫ້ວ ສສ ຫວຽດນາມ.

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3

ກອງປະຊຸມພິເສດເຈົ້າໜ້າທີ່ຂັ້ນສູງກະສິກຳ, ປ່າໄມ້ AMAF ASEAN+3.(ພາບ: TTXVN)

ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາບາງເນື້ອໃນໃຫ້ບຸລິມະສິດໃນຂົງເຂດກະສິກຳຄື: ກອບນະໂຍບາຍຂອງອາຊຽນ + 3 ທີ່ກ່ຽວຂ້ອງເຖິງສະບຽງອາຫານ, ກະສິກຳ ແລະ ປ່າໄມ້; ບັນດາການເຄື່ອນໄຫວຮ່ວມມືຂອງ AMAF ASEAN + 3 ກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ, ການຮັບມື ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ; ນະໂຍບາຍກ່ຽວຂ້ອງເຖິງການຊຸກຍູ້ກົນໄກການຄ້າໃນເຂດ ຫຼື ລະຫວ່າງອາຊຽນ ກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ລັດເຊຍ. ຕໍ່ຈາກນັ້ນແມ່ນຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ກ່ຽວກັບການສົມທົບກັນດ້ານຂໍ້ມູນຂ່າວສານລະຫວ່າງບັນດາປະເທດ ມີຜູ້ແທນກວ່າ 150 ຄົນເຂົ້າຮ່ວມກອງປະຊຸມ ເຊິ່ງແມ່ນເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 10 ປະເທດອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.