ຫວຽດນາມ - ສະຫະພັນລັດເຊຍ ຍາມໃດກໍ່ສະໜັບສະໜູນວິສາຫະກິດຂອງສອງປະເທດຮ່ວມມື

21:12 | 30/10/2019

ຍສໝ - ຕອນບ່າຍວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການໂອ້ລົມສົນທະນາລະຫວ່າງວິສາຫະກິດຫວຽດນາມ - ລັດເຊຍ ກັບທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີລັດເຊຍ Maxim Akimov.

ວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ ທ່ານຮອງນາຍົກລັດຖະມົນຕີລັດເຊຍ Maxim Akimov ແລະ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເອກະພາບເປັນປະທານກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ຣັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ. ທ່ານຮອງນາຍົກລັດຖະມົນຕີທັງສອງທ່ານ ໄດ້ສະແດງຄວາມຊົມຊື່ນຕໍ່ບັນດາການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ໄດ້ຈັດຕັ້ງໃນຂອບເຂດປີ ຫວຽດນາມຢູ່ລັດເຊຍ ແລະ ປີລັດເຊຍຢູ່ຫວຽດນາມໃນປີ 2019-2020. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ, ສະຫະພັນລັດເຊຍ ແມ່ນປະເທດມີຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ, ການເງິນ ແລະ ເຕັກໂນໂລຊີໃຫຍ່.

ຫວຽດນາມ - ສະຫະພັນລັດເຊຍ ຍາມໃດກໍ່ສະໜັບສະໜູນວິສາຫະກິດຂອງສອງປະເທດຮ່ວມມື

ທ່ານຮອງນາຍົກລັດຖະມົນຕີລັດເຊຍ Maxim Akimov ແລະ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເອກະພາບເປັນປະທານກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ຣັດເຊຍ. (ພາບ: baoquocte.vn)

ໃນຂະນະນັ້ນ, ຫວຽດນາມ ມີບັນດາທ່າແຮງກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ທີ່ຕັ້ງພູມສາດມີຄວາມສະດວກ ແລະ ແມ່ນປະເທດມີສະພາບການເມືອງ - ເສດຖະກິດ - ສັງຄົມມີສະຖຽນລະພາບ… ເພາະສະນັ້ນ, ຖ້າຫາກ 2 ປະເທດມີການສົມທົບກັນຢ່າງແໜ້ນແຟ້ນຈະສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງເພື່ອ ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍໃຫ້ຫຼາຍກ່ວາເກົ່າ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ: ພວກເຮົາຄວນປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມຢ່າງເດັດດ່ຽວ ເພື່ອນຳມາເຊິ່ງບັນດາຜົນງານໃໝ່ໃນການພົວພັນລະຫວ່າງ 2 ປະເທດ, ພ້ອມກັນນັ້ນປະຊາຊົນ 2 ປະເທດກໍ່ຕ້ອງຕັ້ງໜ້າ, ເປັນເຈົ້າການກວ່າເພື່ອນຳໃຊ້ບັນດາກາລະໂອກາດສ້າງບັນດາບາດກ້າວບຸກທະລຸໃໝ່ລະຫວ່າງ 2 ປະເທດ. ທີ່ເວທີປາໄສຄັ້ງນີ້, ຂ້າພະເຈົ້າຢືນຢັນວ່າ, ຍາມໃດລັດຖະບານຫວຽດນາມ ກໍ່ແມ່ນຄູ່ຮ່ວມມື ແລະ ສະໜັບສະໜູນ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດລັດເຊຍ ເປີດກວ້າງການຮ່ວມມື, ລົງທຶນດຳເນີນທຸລະກິດຢູ່ຫວຽດນາມ.

ຫວຽດນາມ - ສະຫະພັນລັດເຊຍ ຍາມໃດກໍ່ສະໜັບສະໜູນວິສາຫະກິດຂອງສອງປະເທດຮ່ວມມື

ທັດສະນີຍະພາບະຂອງກອງປະຊຸມ. (ພາບ: baoquocte.vn)

ສິ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີສອງຝ່າຍ ໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 22 ຂອງຄະນະກຳມະການລະຫວ່າງລັດຖະບານສະຫະພັນລັດເຊຍ - ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ, ພ້ອມທັງພິທີລົງນາມຂໍ້ຕົກລົງການຮ່ວມມືດ້ານການທະນາຄານລັດເຊຍ - ຫວຽດນາມ ແລະ ເຂົ້າຮ່ວມການດຳເນີນສະເໜີຕົວການຊຳລະຄ່າບັດ“ MIR” ຂອງລັດເຊຍຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີທັງສອງຝ່າຍ ກໍ່ໄດ້ຢືນຢັນວ່າ ລັດຖະບານຫວຽດນາມ ແລະ ລັດເຊຍຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຂອງສອງປະເທດຮ່ວມມືນຳກັນ; ສອງຝ່າຍ ປາດຖະໜາວ່າ ຈະມີຫຼາຍໂຄງການລົງທຶນ, ຫົວຄິດປະດິດສ້າງການຄ້າໃໝ່ ໄດ້ຮັບການຜັນຂະຫຍາຍ ແລະ ປະຕິບັດພາຍຫຼັງເຫດການດັ່ງກ່າວ, ປະກອບສ່ວນເຂົ້າໃນການພັດທະນາຮອບດ້ານຂອງຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.