ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນ ສະຫະພັນລັດເຊຍ

16:45 | 01/03/2020

ຍສໝ - ໃນລະຫວ່າງວັນທີ 27 ກຸມພາ ຫາວັນທີ 1 ມີນາ 2020, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສະຫະພັນລັດເຊຍ, ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນຢູ່ສູນວາງສະແດງຮູບພາບແຫ່ງຊາດ Primorie ທີ່ນະຄອນ Vladivostok, ສະຫະພັນລັດເຊຍ.

ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນ  ສະຫະພັນລັດເຊຍ

ງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ: ປະເທດຊາດ ແລະມະນຸດ” ໄດ້ໄຂຂຶ້ນ ສະຫະພັນລັດເຊຍ.(ພາບ:nhandan.com.vn)

ງານວາງສະແດງໄດ້ແນະນໍາບັນດາຮູບພາບກ່ຽວກັບຜົນງານ, ຂີດໝາຍສໍາຄັນໃນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ, ໃນນັ້ນມີເຂດຕາເວັນອອກໄກ, ຜ່ານນັ້ນຊ່ວຍໃຫ້ຜູ້ຊົມເຂົ້າໃຈກ່ຽວກັບການພັດທະນາຢ່າງບໍ່ຢຸດຢັ້ງຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ງານວາງສະແດງດັ່ງກ່າວແມ່ນໂອກາດເພື່ອໃຫ້ປະຊາຊົນ Vlapostok ແລະແຂກຖືກເຊີນຮູ້ຈັກເຖິງມູນເຊື້ອຂອງຊາດຫວຽດນາມ ກວ່າອີກ, ໄດ້ຊອກຮູ້ບັນດາຈຸດສະເພາະພິເສດຂອງປະເທດຊາດ ແລະຊາວຫວຽດນາມ. ງານວາງສະແດງໄດ້ແນະນໍາເຖິງຜູ້ຊົມກ່ຽວກັບປະເທດຊາດຫວຽດນາມ ທີ່ສວຍງາມ, ສະຫງົບສຸກ; ຊາວຫວຽດນາມ ທີ່ມີຈິດໃຈເມດຕາກະລຸນາ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ຮັກແພງແຂກຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.