ນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ເຄື່ອນໄຫວຢ້ຽມຢາມຫວຽດນາມ

20:05 | 19/11/2018

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນວັນທີ 18 ແລະ ວັນທີ 19 ພະຈິກ

ໃນຕອນເຊົ້າວັນທີ 19 ພະຈິກ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev.


ນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ເຄື່ອນໄຫວຢ້ຽມຢາມຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຫວັງວ່າທາງຝ່າຍລັດເຊຍສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວົງຄະນະຍາດຊາວຫວຽດນາມດຳລົງຊີວິດ ແລະ ທຳມາຄ້າຂາຍເປັນປົກກະຕິ ຢູ່ລັດເຊຍ. ສ່ວນ ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ເນັ້ນໜັກວ່າ ລັດເຊຍຍາມໃດກໍຖືຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງລັດເຊຍຢູ່ພາກພື້ນອາຊີ-ປາຊີຟິກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ໄດ້ແລກປ່ຽນບັນດາທິດທາງ ແລະ ມາດຕະການເພື່ອແນໃສ່ນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍນັບມື້ນັບເຂົ້າສູ່ລວງເລິກ ແລະ ໝັ້ນຄົງ. ທ່ານນາຍົກລັດຖະມົນຕີທັງສອງຍັງຢືນຢັນສືບຕໍ່ສ້າງເງືືື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດຮ່ວມມືສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັສຢູ່ເຂດໄຫຼ່ທະວີບຂອງຫວຽດນາມ ແລະ ໃນຜືນແຜ່ນດິນລັດເຊຍ, ກໍຄືການເປີດກ້ວາງການຮ່ວມມືສູ່ຂົງເຂດອື່ນໆ. 2 ຝ່າຍໄດ້ເຫັນດີຕໍ່ຄວາມສຳຄັນຂອງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ມີຄວາມພາກພູມໃຈເມື່ອເຫັນວ່າ ການຮ່ວມມືທາງດ້ານວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ ແລະ ທ່ອງທ່ຽວ, ການສຶກສາ ແລະ ກໍ່ສ້າງ, ແຮງງານ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນໄດ້ພັດທະນາຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ ແລະ ເຫັນດີສືບຕໍ່ເປີດກ້ວາງການຮ່ວມມືໃນຂົງເຂດເຫຼົ່ານັ້ນ.

ຜູ້ນຳທັງ 2 ທ່ານໄດ້ຢືນຢັນສືບຕໍ່ເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະ ເນັ້ນໜັກວ່າ ຄວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຕາມຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC), ເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນຕໍ່ກັນ ແລະ ການທູດເພື່ອສະກັດກັ້ນ, ກ້າວໄປສູ່ການສ້າງກົດແຫ່ງປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງໂດຍໄວ.

ພາຍຫຼັງການເຈລະຈາ, ຕອນແລງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ໄດ້ມີການປະຊຸມກັບວົງການນັກຂ່າວ.

ທີ່ການປະຊຸມຂ່າວ , ການນຳທັງ 2 ໃຫ້ຮູ້ວ່າ 2 ລັດຖະບານຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງແຂງແຮງໃນໄລຍະທີ່ຈະມາເຖິງ.

ນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev ເຄື່ອນໄຫວຢ້ຽມຢາມຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev.

ໃນຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev, ປະທານພັກປະເທດລັດເຊຍເອກະພາບກຳອຳນາດພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍຖືເປັນສຳຄັນການປັບປຸງ ແລະ ພັດທະນາ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ ແລະ ຖືລັດເຊຍແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອມິດຕະພາບ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ; ສະໜັບສະໜູນ ແລະ ຫວັງວ່າ ລັດເຊຍເພີີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ, ຍົກສູງທີ່ຕັ້ງບົດບາດໃນພາກພື້ນອາຊີ-ປາຊີຟິກ ແລະ ໃນເວທີສາກົນ.

ສ່ວນທ່ານນາຍົກລັດຖະມົນຕີ ສະຫະພັນລັດເຊຍ Dmitry Medvedev, ປະທານພັກປະເທດລັດເຊຍເອກະພາບກຳອຳນາດ ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງຮັບຊາບກ່ຽວກັບໝາກຜົນການເຈລະຈາກັບ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ເນັ້ນໜັກວ່າ ລັດຖະບານ 2 ປະເທດຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງໃນປີ 2019 ເປັນຢ່າງດີ.

ການນຳທັງ 2 ຍັງເຫັນດີເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກໃນໄລຍະທີ່ຈະມາເຖິງ, ໃນນັ້ນມີການສືບຕໍ່ປະຕິບັດກົນໄກສົນທະນາການເມືອງ ແລະ ແຜນການຮ່ວມມືລະຫວ່າງ 2 ພັກໄລຍະ 2018-2021.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.