ລັດຖະບານຊີ້ແຈງບາງບັນຫາ ກ່ຽວກັບແຜນງົບປະມານປີ 2021

15:06 | 30/10/2020

ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.

ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021 ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງແຫ່ງຊາດ
ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021 ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່
ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ສະພາບໂດຍລວມ ຂອງການຈັດຕັ້ງປະຕິບັດ ງົບປະມານປີ 2020 ຢູ່ປະເທດພວກເຮົານີ້ ແມ່ນມີຄວາມຫຍຸ້ງຍາກຫລາຍ, ຍ້ອນຜົນກະທົບມາຈາກ ສະພາບພາຍໃນປະເທດ ແລະ ສາກົນ ລວມເຖິງການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ແຜນງົບປະມານປີ 2020 ຂອງປະເທດພວກເຮົາ, ໂດຍສະເພາະ ແມ່ນພາກລາຍຮັບ ໄດ້ຕົກລົງຫລາຍສົມຄວນ ທຽບເທົ່າກັບ ສະພາບເໝືອນ ຢູ່ໃນລະດັບປີ 2017 ແລະ ມາຮອດປັດຈຸບັນ ກໍຍັງບໍ່ສາມາດຮູ້ໄດ້ວ່າ ສະພາບການຫຍຸ້ງຍາກນີ້ ຈະຫລຸດຜ່ອນລົງເມື່ອໃດ, ຊຶ່ງມັນກໍສົ່ງຜົນກະທົບ ໂດຍກົງຕໍ່ການຂຶ້ນແຜນ ງົບປະມານແຫ່ງລັດ ໃນສົກປີ 2021 ແຕ່ແນວໃດກໍຕາມ, ລັດຖະບານ ຈະພະຍາຍາມສູ້ຊົນ ໃຫ້ເກັບລາຍຮັບໃຫ້ໄດ້ ຕາມແຜນດັດແກ້ ທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ມາຮອດວັນທີ 26 ຕຸລາ 2020 ເຫັນວ່າສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ຫລາຍກວ່າ 68% ຂອງຕົວເລກລາຍຮັບທັງໝົດ, ໃນນີ້ ລາຍຮັບພາຍໃນປະຕິບັດໄດ້ກວ່າ 74% ແລ້ວ. ສ່ວນເວລາທີ່ຍັງ ເຫລືອອີກປະມານ 2 ເດືອນສຸດທ້າຍ ກໍຈະເລັ່ງຈັດເກັບ ໃຫ້ໄດ້ຕາມແຜນ ຫລື ໃກ້ຄຽງແຜນການວາງໄວ້.

ສ່ວນບັນຫາການປັບປຸງກົດໝາຍ ກ່ຽວກັບການເກັບລາຍຮັບ ຈໍານວນໜຶ່ງໃນໄລຍະຜ່ານມານັ້ນ, ໂດຍສະເພາະ ແມ່ນກົດໝາຍອາກອນ ກໍເພື່ອແນ່ໃສ່ຂະຫຍາຍຖານລາຍ ໃຫ້ຮັບເພີ່ມຂື້ນ, ແຕ່ໃນຕົວຈິງແລ້ວກໍເຫັນວ່າ ການຈັດຕັ້ງປະຕິບັດ ບໍ່ທັນໄດ້ຮັບຜົນດີ ຍ້ອນສະພາບເສດຖະກິດພາຍ ໃນປະເທດເຮົາຍັງມີຄວາມຫຍຸ້ງຍາກ, ຍ້ອນຫົວໜ່ວຍການຜະລິດ, ການບໍລິການ ບໍ່ເພີ່ມຂຶ້ນຫລາຍ. ຂະນະດຽວກັນ, ລັດຖະ ບານກໍໄດ້ມີຫລາຍນະໂຍບາຍ ເພື່ອຫລຸດຜ່ອນການເກັບອາກອນ ໃນຊ່ວງການລະບາດ ຂອງພະຍາດໂຄວິດ-19 ນໍາອີກ. ສໍາລັບບັນຫາການແກ້ໄຂ ການຮົ່ວໄຫລຂອງງົບປະມານນີ້, ລັດຖະບານ ແມ່ນໄດ້ພະຍາຍາມ ອັດຫລາຍຊ່ອງທາງ,​ ໂດຍສະເພາະຢູ່ບັນດາ ດ່ານຕ່າງໆ, ຂະແໜງການທີ່ພົວພັນ ເສດຖະກິດ ແມ່ນໄດ້ມີມາດຕະການ ກວດກາເຂັ້ມງວດ ແລະ ຖ້າກວດເຫັນພະນັກງານ ກ່ຽວຂ້ອງມີການກະທໍາຜິດແທ້ ກໍຈະເອົາມາດໍາເນີນຕາມ ລະບຽບກົດໝາຍເຂັ້ມງວດ, ເຊິ່ງຜ່ານມາກໍມີພະນັກງານ ຈໍານວນບໍ່ໜ້ອຍ ທີ່ກະທໍາຜິດຖືກລົງວິໄນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.

ທ່ານ ສົມດີ ດວງດີ ກ່າວຕື່ມວ່າ: ຂໍຮຽກຮ້ອງໃຫ້ ສສຊ ທຸກເຂດ ຈົ່ງສືບຕໍ່ຊ່ວຍເປັນຫູເປັນຕາ ໃນການຕິດຕາມກວດກາ ບັນຫາຫຍໍ້ທໍ້ຕ່າງໆ ໃນຂົງເຂດການເງິນ, ຖ້າເຫັນມີ ສະພາບທີ່ບໍ່ດີ ເກີດຂຶ້ນຢູ່ໃນພາກ ສ່ວນໃດ ກໍຂໍໃຫ້ລາຍງານທັນທີ ເພື່ອໃຫ້ໜ່ວຍງານກ່ຽວຂ້ອງ ລົງກວດກາທັນເວລາ, ພ້ອມທັງເປັນກໍາລັງແຮງຊ່ວຍ ປຸກລະດົມໃຫ້ປະຊາຊົນ ບັນດາເຜົ່າ, ຜູ້ປະກອບການ, ຊາວຄ້າຂາຍ ໃຫ້ມີສະຕິຕື່ນຕົວປະກອບ ສ່ວນພັນທະພາສີ-ອາກອນຕ່າງໆ ໃຫ້ຄົບຖ້ວນ ແລະ ທັນເວລາ ເພື່ອເຮັດໃຫ້ການປະຕິບັດແຜນງົບປະມານ ແຫ່ງລັດປະຈໍາປີ 2020 ແລະ 2021 ບັນລຸຄາດໝາຍວາງໄວ້.

ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021 ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງແຫ່ງຊາດ

ແທັງຮວ໋າ ມີເສັ້ນຊາຍແດນຕິດກັບປະເທດລາວ 213,6 ກິໂລແມັດ, ດ້ວຍຫຼັກໝາຍຊາຍແດນ 92 ຫຼັກ/ 88 ຈຸດທີ່ຕັ້ງ, ຜ່ານ 5 ເມືອງພູດອຍທາງທິດຕາເວັນຕົກຂອງແຂວງ, ມີທີ່ຕັ້ງຍຸດທະສາດສໍາຄັນກ່ຽວກັບດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນທາງການທູດ.

ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021 ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່

ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.173 ຄົນ, ໃນນັ້ນ ມີ 1.062 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ລ ດຖະບານຊ ແຈງບາງບ ນຫາ ກ ຽວກ ບແຜນງ ບປະມານປ 2021 ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃຫ້ປະຊາຊົນມີສະຕິພ້ອມກັນ ປະຕິບັດມາດຕະການ ຂອງຄະນະສະເພາະກິດ ວາງອອກ

ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ​ຄວບ​ຄຸມພະ​ຍາດຕິ​ດຕໍ່, ກະຊວງ​ສາທາລະນະ​ສຸກ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 29 ຕຸລາ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ຍັງ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ​ເພີ່ມ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃຫ້​ປະຊາຊົນ​​ລາວບັນດາ​ເຜົ່າ ໃນ​ຂອບ​ເຂ​ດທົ່ວ​ປະ​ເທດ ຈົ່ງ​ມີ​ສະຕິ​ລະ​ວັງ​ໂຕ​ ​​ພ້ອມ​ກັນປະຕິບັດ​ມາດ​ຕະການ​ ທີ່​ທາງ​ຄະນະ​ສະ​ກິດ​ວາງ​ອອກ ດ້ວຍຄວາມຮັບຜິດຊອບສູງ ​ແນ​ໃສ່ເພື່ອປ້ອງ​ກັນ​ຕົນ​ເອງ, ​​ຄອບຄົວ ​ແລະ ​ເພື່ອ​ຄົນ​ທີ່​ທ່ານ​ຮັກ.

kpl.gov.la

ເຫດການ
302 Found

Found

The document has moved here.