ເພີ່ມທະວີການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງແຫ່ງຊາດ

17:00 | 29/10/2020

ແທັງຮວ໋າ ມີເສັ້ນຊາຍແດນຕິດກັບປະເທດລາວ 213,6 ກິໂລແມັດ, ດ້ວຍຫຼັກໝາຍຊາຍແດນ 92 ຫຼັກ/ 88 ຈຸດທີ່ຕັ້ງ, ຜ່ານ 5 ເມືອງພູດອຍທາງທິດຕາເວັນຕົກຂອງແຂວງ, ມີທີ່ຕັ້ງຍຸດທະສາດສໍາຄັນກ່ຽວກັບດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນທາງການທູດ.

ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ ນັກສຶກສາລາວ ຊ່ວຍເຫຼືອປະຊາຊົນແກ້ໄຂຜົ້ນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ
ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ ລັດຖະບານ ລາວ ຮັບປະກັນໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ
ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ
ກໍາລັງຄ້າຍທະຫານຊາຍແດນດ່ານຊາຍແດນສາກົນນາເມ່ວ (ເມືອງກວານເຊີນ) ແລກປ່ຽນວຽກງານເຂົ້າ-ອອກເມືອງຜ່ານດ່ານ ສາກົນກັບຄ້າຍຕໍາຫຼວດດ່ານສາກົນນໍ້າໂສຍ, ເມືອງວຽງໄຊ, ແຂວງຫົວພັນ (ລາວ).

ນີ້ແມ່ນບໍລິເວນທີ່ທຸລະກັນດານ, ການຄົມມະນາຄົມປະສົບກັບຄວາມຫຍຸ້ງຍາກ, ດິນຟ້າອາກາດຮ້າຍແຮງ ແລະລະດັບການສຶກສາຂອງປະຊາກອນຍັງຕໍ່າ. ຍ້ອນເຫດນັ້ນ, ບັນດາການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆຈຶ່ງມີການຜັນແປຢ່າງສັບສົນ, ພິເສດແມ່ນບັນດາກຳລັງທີ່ເປັນປໍລະປັກ ຍາມໃດກໍ່ຊອກຫາວິທີປະຕິບັດກົນອຸບາຍ “ການຫັນປ່ຽນໂດຍສັນຕິ”, ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອະທິປະໄຕຢູ່ເຂດຊາຍແດນ ແຫ່ງຊາດຢູ່ແຂວງແທັງຮວ໋າ - ແຂວງຫົວພັນ.

ໂດຍປະຕິບັດແຜນຮ່າງ “ເພີ່ມທະວີຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ ທາງທິດຕາເວັນຕົກຂອງແຂວງແທັງຮວ໋າ ໄລຍະ 2016-2020”, ພາຍຫຼັງ 4 ປີແຫ່ງການປະຕິບັດແຜນຮ່າງ, ສະພາບການອະທິປະໄຕ​ຜືນ​ແຜ່ນ​ດິນ, ຄວາມ ໝັ້ນຄົງຢູ່ຕາມຊາຍແດນແຫ່ງຊາດ, ຄວາມໝັ້ນຄົງຊົນເຜົ່າ, ສາສະໜາ, ຄວາມ ໝັ້ນຄົງຂອງຊົນນະບົດຢູ່ຕາມເສັ້ນຊາຍແດນທາງທິດຕາເວັນຕົກຂອງແຂວງຍາມໃດກໍ່ໄດ້ຮັກສາຢ່າງໝັ້ນຄົງ, ບໍ່ມີຈຸດເຄັ່ງຮ້ອນ ຫຼືເກີດຄວາມສັບສົນຢູ່ໃນບໍລິເວນເຂດຊາຍແດນ. ບັນດາການເຄື່ອນໄຫວຂອງອາດຊະຍາກຳປະເພດຕ່າງໆໄດ້ຮັບການຄວບຄຸມ, ໂດຍ ສະເພາະແມ່ນອາດຊະຍາກຳຢາເສບຕິດໄດ້ຫຼຸດລົງຫຼາຍເມື່ອທຽບກັບກ່ອນໜ້ານີ້.

ຫຼາຍຄາດໝາຍພັດທະນາເສດຖະກິດ - ສັງຄົມບັນລຸໄດ້ ແລະລື່ນກາຍເປົ້າ ໝາຍທີ່ໄດ້ກຳນົດໄວ້ໃນແຜນຮ່າງ, ຄື: ອັດຕາຄອບຄົວທຸກຍາກ, ຕາແສງບັນລຸ ມາດຕະຖານຊົນນະບົດໃໝ່… ; ບັນດາຮີດຄອງປະເພນີຫຼ້າຫຼັງໄດ້ລົບລ້າງ, ມາດຕະຖານວັດທະນະທຳຄ່ອຍໆໄດ້ເຂົ້າສູ່ຊີວິດການເປັນຢູ່. ຄຽງຂ້າງນັ້ນ, ກໍາລັງປະກອບອາວຸດຢູ່ຕາມເສັ້ນຊາຍແດນໄດ້ຮັບການສ້າງຂຶ້ນຢ່າງຕໍ່ເນື່ອງ ແລະປັບປຸງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະລະດັບວິຊາສະເພາະ, ເຕັກນິກ, ຍຸດທະວິທີໃຫ້ໝັ້ນຄົງເຂັ້ມແຂງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່. ພ້ອມກັນນັ້ນ, ກຳລັງປະກອບອາວຸດຢູ່ຕາມເສັ້ນຊາຍແດນໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດ, ຮອບດ້ານໃນບັນດາມາດຕະການສະກັດກັ້ນຢ່າງຕັ້ງໜ້າກັບກຳານຕໍ່ສູ້, ປາບປາມອາດຊະຍາກໍາຢ່າງເດັດດ່ຽວ ແລະເຖິງຖອງ; ຖືເປັນສຳຄັນວຽກງານ ໂຄສະນາເຜີຍແຜ່ ແລະຍົກສູງສະຕິຄວາມຕື່ນຕົວໃຫ້ແກ່ມະຫາຊົນ, ສຸມໃສ່ການລະດົມບຳບັດຢາເສບຕິດ...

ວຽກງານສົມທົບກັບແຂວງຫົວພັນ ໃນການຄຸ້ມຄອງ ແລະປົກປັກຮັກສາອະທິປະ ໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດໄດ້ຮັບການເພີ່ມທະວີໃນທຸກຂົງເຂດ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ກຳລັງທີ່ຢູ່ສອງຟາກຊາຍແດນໄດ້ສົມທົບກັນປະຕິບັດອະນຸສັນຍາ ແລະສັນຍາວ່າດ້ວຍກົດລະບຽບຊາຍແດນເປັນຢ່າງດີ; ແລກປ່ຽນສະພາບ ການຢ່າງເປັນປະຈຳ, ຮັກສາການຈັດກອງປະຊຸມປະຈໍາໄລຍະກັບບັນດາກໍາລັງ ປ້ອງກັນຊາຍແດນຂອງປະເທດເພື່ອນມິດລາວ ຢ່າງເຂັ້ມງວດ, ສົມທົບກັນ ລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນ; ຕໍ່ສູ້ຕ້ານການບຸກລຸກການປູກພືດຢ່າງຜິດກົດໝາຍ, ຍ້າຍຖິ່ນຖານຢ່າງເສລີຢູ່ສອງຟາກຊາຍແດນ, ການຕໍ່ສູ້ຕ້ານອາຊະຍາກຳປະເພດຕ່າງໆ, ສະກັດກັ້ນການຂ້າມ ຊາຍແດນຜິດກົດໝາຍຢ່າງທັນການ; ຄວບຄຸມຄົນ ແລະພາຫະນະທີ່ຜ່ານດ່ານ ຊາຍແດນຢ່າງເຂັ້ມງວດ; ແກ້ໄຂບັນດາກໍລະນີ້ລະເມີດລະບຽບວ່າດ້ວຍຊາຍ ແດນ; ສົມທົບກັນປະຕິບັດສຳເລັດຫຼາຍຄະດີໃນການຕໍ່ສູ້, ປາບປາມອາຊະຍາ ກຳ, ພິເສດແມ່ນອາຊະຍາກຳຢາເສບຕິດ ແລະບັນດາກົນອຸບາຍທໍາລາຍຂອງ ບັນດາກໍາລັງທີ່ເປັນປໍລະປັກ...

ປະສິດທິຜົນຈາກແຜນຮ່າງ ເພີ່ມທະວີຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ ທາງທິດຕາເວັນຕົກຂອງແຂວງແທັງຮວ໋າ ໄລຍະ 2016-2020”, ໄດ້ປະກອບ ສ່ວນເຮັດໃຫ້ດ້ານເສດຖະກິດ - ສັງຄົມຢູ່ເຂດຊາຍແດນແຂວງ ແທັງຮວ໋າປ່ຽນແປງ. ພໍ່ແມ່ປະຊາຊົນບັນດາເຜົ່າມີຄວາມດຸໝັ່ນຫ້າວຫັນອອກແຮງງານທໍາການຜະລິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພ້ອມກັບກຳລັງທີ່ກ່ຽວຂ້ອງ ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ.

ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ ສະເທືອນໃຈຕໍ່ສາຍຈິດມິດຂອງນັກສຶກສາລາວ ທີ່ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ ພາກກາງ

ຫຼັງຈາກນໍ້າຖ້ວມຖອຍລົງ, ນັກສຶກສາລາວໄດ້ຊວນກັນໄປສະຖານທີ່ທີ່ຢູ່ອາໄສຂອງປະຊາຊົນພາກກາງທີ່ຖືກເຄາະຮ້າຍຈາກໄພທໍາມະຊາດ ເພື່ອພ້ອມກັນເກັບມ້ຽນ, ທໍາຄວາມສະອາດ ແລະສະໜັບສະໜູນທຸກໆຄົນບັນດາໜ້າວຽກທີ່ສາມາດເຮັດໄດ້.

ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ ສປປ.ລາວ: ໃນ 9 ເດືອນຕົ້ນປີ 2020 ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້

ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດ ລາຍຈາຍສ່ວນໃຫຍ່ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ.

ເພ ມທະວ ການຄ ມຄອງ ປ ກປ ກຮ ກສາອະທ ປະໄຕຜ ນແຜ ນດ ນ ແລະຄວາມໝ ນຄ ງແຫ ງຊາດ ລາວ ເລີ່ມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ

ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.

vietlao.vietnam.vn

ເຫດການ
302 Found

Found

The document has moved here.