ຫວຽດນາມສະໜັບສະໜູນ ຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມເພື່ອບັນລຸມາດຕະການແກ້ໄຂຢ່າງຮອບດ້ານຕໍ່ບັນຫາປາແລດສະຕີນ

09:04 | 28/10/2020

ຍ​ສ​ໝ - ທ່ານຮອງລັດຖະມົນຕີ ດັ້ງ​ມິງ​ເຄີຍ ກໍ່ໄດ້ສະແດງຄວາມສາມັກຄີຂອງຫວຽດນາມຕໍ່ກັບການຕໍ່ສູ້ທີ່ຊອບທຳ ຂອງປະຊາຊົນປາແລັດສະຕິນໃນການສ້າງຕັ້ງປະເທດປາແລດສະຕີນທີ່ເປັນເອກະລາດ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ກາ​ນ​ຮ່ວມ​ມື​ໃນ​ພາກ​ພື້ນ ອ່າວເປີ​ເຊຍ
ຫວຽດນາມສະໜັບສະໜູນ ຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມເພື່ອບັນລຸມາດຕະການແກ້ໄຂຢ່າງຮອບດ້ານຕໍ່ບັນຫາປາແລດສະຕີນ
ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງ​ມິງ​ເຄີຍ (ພາບ: TTXVN)

ວັນທີ 26 ຕຸລານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດການສົນທະນາທາງອອນ​ລາຍກ່ຽວກັບສະພ​າ​ບ​ການຕາເວັນອອກກາງ, ໃນນັ້ນມີບັນຫາປາແລດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງ​ມິງ​ເຄີຍ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການມະນຸດສະທຳ, ການໃຊ້ຄວາມຮຸນແຮງຕໍ່ສາ​ມັນ​ຊົນ, ພິເສດແມ່ນແມ່ຍິງ ແລະເດັກນ້ອຍຢູ່ເຂດ Gaza ແລະບັນ​ດາ​ເຂດ​ທີ່​ຖືກ​ຢຶດ​ຄອງ​ຕ່າງ​ໆຂອງປາແລດສະຕິນ; ທ່ານ​ຖື​ວ່າ ໃນ​ສະ​ພາບ​ການ​ໂຄວິດ -19 ຍັງມີ​ການຜັນ​ແປ​ຢ່າງສັບສົນ, ຊາວປາແລດສະຕິນ ພ​ວມປະເຊີນກັບສິ່ງທ້າທາຍທີ່ເພີ່ມຂື້ນເນື່ອງຈາກຂາດແຄນທາງການເງິນແລະທາງການແພດ, ໃນຂະນະທີ່ການທຳລາຍ, ທັບ​ມ້າງເຮືອນຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ ຍັງໄດ້ສົ່ງຜົນກະທົບຕໍ່ຊີວິດການ​ເປັນ​ຢູ່ຂອງຊາວປາແລັສຕິນ.

ທ່ານຮອງລັດຖະມົນຕີໄດ້ຮຽກຮ້ອງໃຫ້ຊຸມຊົນສາກົນໃຫ້ການສະໜັບສະໜູນ ປະຊາຊົນປາແລດສະຕິນໃນທຸກຮູບແບບເພື່ອຜ່ານຜ່າວິກິດການນີ້, ໂດຍໄດ້ຮັບບຸລິມະສິດໃນການຊ່ວຍເຫລືອດ້ານມະນຸດສະທຳສຳລັບກຸ່ມທີ່ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່, ແລະເພີ່ມທຶນຮອນສຳລັບອົງການຊ່ວຍເຫຼືອຂອງສະຫະປະຊາຊາດໃຫ້ແກ່ຊາວລີ້​ໄພອົບພະຍົບປາແລດສະຕິນຢູ່ຕາເວັນອອກສຽງ ເໜືອ (UNRWA); ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງລະງັບໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ, ຢຸດທຸກການກະທຳໃຊ້ຄວາມຮຸນແຮງເພື່ອຜົນປະໂຫຍດຂອງສາ​ມັນ​ຊົນ, ຖືວ່າບັນ​ດາຄວາມຄືບໜ້າໃນກ່ຽວ​ກັບຂະບວນການທາງການເມືອງເຊັ່ນ: ການກະກຽມ ສຳລັບການເລືອກຕັ້ງຂອງປາແລດສະຕິນບໍ່ສາມາດຍືນຍົງໄດ້ ຖ້າບໍ່ມີຄຳໝັ້ນ ສັນຍາສັນຕິພາບຂອງບັນດາຝ່າຍທີ່ກ່ຽວຂ້ອງ; ຢືນຢັນວ່າຫວຽດນາມສະໜັບສະໜູນ ຄວາມມານະພະຍາຍາມແລະຂໍ້ລິເລີ່ມເພື່ອບັນລຸມາດຕະການແກ້ໄຂຢ່າງຮອບ​ດ້ານ, ຍຸດຕິທຳ ແລະຍາວນານ ສຳລັບບັນຫາປາແລດສະຕີນ, ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສ​ປ​ຊ ແລະ ສະຫະປະຊາຊາດ.

ທ່ານຮອງລັດຖະມົນຕີດັ້ງ​ມິງ​ເຄີຍກໍ່ໄດ້ສະແດງຄວາມສາມັກຄີຂອງຫວຽດນາມຕໍ່ກັບການຕໍ່ສູ້ທີ່ຊອບທຳ ຂອງປະຊາຊົນປາແລັດສະຕິນໃນການສ້າງຕັ້ງປະເທດປາແລດສະຕີນທີ່ເປັນເອກະລາດ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມພິ​ທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ

ຍ​ສ​ໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນ​ກຳ​ມະ​ການ​ບໍ່​ປະ​ຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ກາ​ນ​ຮ່ວມ​ມື​ໃນ​ພາກ​ພື້ນ ອ່າວເປີ​ເຊຍ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ມິງ​ເຄີຍ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ດາ​ສະ​ພາບ​ການ​ຂາດ​ສ​ະ​ຖຽນ​ລະ​ພາບຫວ່າງ​ແລ້ວ​ນີ້ ຢູ່ ອ່າວ​ເປີ​ເຊຍ ຖ້າ​ຫາກວ່າ​ບໍ່​ແກ້​ໄຂ​, ຄວ​ບ​ຄ​ຸມ​ໄດ້​ເປັນ​ຢ່າງ​ດີ​ນັ້ນຈະ​ກໍ່​ບັນ​ດາ​ຜົນ​ພາຍຫຼັງ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່​ວງ​ໜ້າ​ໄດ້ ຕໍ່​ບັນ​ດາ​ການ​ປະ​ທະ​ກັນ, ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ ຕ່າງໆ​ໃນ​ພາກ​ພື້ນ ຄື​ຢູ່ ຊີ​ຣີ, ເຢ​ແມນ, ລີ​ບີ, ປາ​ແລັດ​ສະ​ຕິນ ແລະ ລີ​ບັງ.

​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.