ສ.ເກົາຫຼີ ຖືສໍາຄັນການພົວພັນກັບ ຫວຽດນາມ

10:13 | 26/10/2020

ຍສໝ - ສ.ເກົາຫຼີ ແລະ ຫວຽດນາມແມ່ນສອງແບບຢ່າງ ທີ່ປະສົບຜົນສຳເລັດໃນການຄວບຄຸມການຕິດເຊື້ອພະຍາດລະບົບຫາຍໃຈ COVID-19, ສອງປະເທດແມ່ນຄູ່ຮ່ວມມືທີ່ສຳຄັນໃນຫຼາຍຂົງເຂດ.

ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ ວິສາຫະກິດຫວຽດນາມ ເປີດກວ້າງການດໍາເນີນທຸລະກິດຢູ່ຕະຫຼາດກໍາປູເຈຍ
ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ

ນັ້ນແມ່ນຄຳປາໄສ ຂອງທ່ານ Park Byeong Seug - ປະທານສະພາແຫ່ງຊາດ ສ.ເກົາຫຼີ, ໃນພິທີພົບປະກັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສ.ເກົາຫຼີ ໃນຕອນບ່າຍວັນທີ 24 ຕຸລານີ້ ຢູ່ສຳນັກງານໃຫຍ່ຂອງສະພາແຫ່ງຊາດ ສ.ເກົາຫຼີ, ທີ່ນະຄອນຫຼວງເຊອຸນ. ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ຢືນຢັນວ່າ, ຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນ ຂອງ ສ.ເກົາຫຼີ ໃນນະໂຍບາຍທິດທາງພາກໃຕ້ໃໝ່.

ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ
ທ່ານ Park Byeong Seug - ປະທານສະພາແຫ່ງຊາດ ສ.ເກົາຫຼີ ພົບປະກັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳສ.ເກົາຫຼີ ຫງວຽນວູ້ຕູ່ງ. (ພາບ: vietnamplus)

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ກ່າວວ່າ ສ.ເກົາຫຼີ ແລະ ຫວຽດນາມ ແມ່ນສອງແບບຢ່າງທີ່ປະສົບຜົນສຳເລັດ ໃນການຄວບຄຸມການຕິດເຊື້ອພະຍາດລະບົບຫາຍໃຈ COVID-19. ສອງປະເທດ ສ.ເກົາຫຼີ ແລະ ຫວຽດນາມ ບໍ່ພຽງແຕ່ເປັນຄູ່ຮ່ວມມືທີ່ສຳຄັນໃນຂົງເຂດການເມືອງ - ຄວາມໝັ້ນຄົງ, ການຄ້າ - ການລົງທຶນ, ແຕ່ຍັງໃນການແລກປ່ຽນປະຊາຊົນກັບປະຊາຊົນ ກໍ່ໄດ້ດຳເນີນຢ່າງຕັ້ງໜ້າ. ທ່ານ Park Byeong Seug ໄດ້ເຊື່ອໝັ້ນວ່າການຮ່ວມມືລະຫວ່າງສອງປະເທດ ຈະສືບຕໍ່ໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງໃໝ່.

ສ່ວນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນວູ້ຕູ່ງ ໄດ້ສົ່ງຄຳຖາມຂ່າວຄາວຈາກທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ບັນດາການນຳອື່ນໆຂອງຫວຽດນາມ ເຖິງທ່ານປະທານສະພາແຫ່ງຊາດ Park Byeong Seug. ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຫງວຽນວູ້ຕູ່ງ ກໍ່ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່ເບິ່ງແຍງ ແລະ ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ. ທ່ານເອກອັກຄະລັດຖະທູດ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ໃຫ້ດີກວ່າເກົ່າ ເພື່ອກ້າວໄປສູ່ການສະເຫຼີມສະຫຼອງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ໄດ້ຄົບຮອບ 30 ປີ (22 ທັນວາ 1992 ແລະ 22 ທັນວາ 2022).

ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ ຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ 880 ຄົນຈາກຟີລິບປິນ, ສ.ເກົາຫຼີ, ສະຫະລັດອາເມລິກາ ແລະ ເອີຣົບກັບຄືນບ້ານຢ່າງປອດໄພ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ດ່ານັງ, ເວີນໂດນ ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ ສະຫະປະຊາຊາດ

ຍສໝ - ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແລະ ຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ສ ເກ າຫ ຖ ສ າຄ ນການພ ວພ ນກ ບ ຫວຽດນາມ ສື່ມວນຊົນສາກົນ ໄດ້ອອກຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihide

ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.