ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ

ທັນການມີບັນດານະໂຍບາຍເບິ່ງແຍງດູແລຊຸມຊົນຊາວຫວຽດນາມ ຢູ່ຕ່າງປະເທດ

ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການໃນລະດັບລັດ, ໃນຕອນບ່າຍຂອງມື້ວັນທີ 31 ພຶດສະພາ, ຢູ່ທີ່ນະຄອນຫຼວງ ມານີລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີວາລະການພົບປະສັງສັນຮ່ວມກັບ ພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ.

ສະເໜີກົນໄກ ແລະ ນະໂຍບາຍທີ່ກ້າວໜ້າຫຼາຍຢ່າງ ສຳລັບການພັດທະນາວັດທະນະທຳຫວຽດນາມ

ສະເໜີກົນໄກ ແລະ ນະໂຍບາຍທີ່ກ້າວໜ້າຫຼາຍຢ່າງ ສຳລັບການພັດທະນາວັດທະນະທຳຫວຽດນາມ

ຍສໝ - ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ພວມຮັບເອົາຄໍາຄິດເຫັນກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ ແລະ ນະໂຍບາຍທີ່ກ້າວໜ້າບາງຢ່າງສໍາລັບການພັດທະນາວັດທະນະທໍາຫວຽດນາມ.

ອາຊຽນ ສືບຕໍ່ເປັນບຸລິມະສິດອັນດັບຕົ້ນໆໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ

ອາຊຽນ ສືບຕໍ່ເປັນບຸລິມະສິດອັນດັບຕົ້ນໆໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ

ຍສໝ - ໃນວັນທີ 29 ມັງກອນ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນໄດ້ຈັດຂຶ້ນທີ່ Cebu, ປະເທດຟີລິບປິນ, ເພື່ອເປີດປີອາຊຽນ 2026 ຢ່າງເປັນທາງການ. ນີ້ແມ່ນການເຄື່ອນໄຫວສຳຄັນທຳອິດໃນປີປະທານອາຊຽນຂອງຟີລິບປິນ, ໂດຍມີທ່ານນາງ Maria Theresa Lazaro ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນເປັນປະທານ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກ ແລະ ເລຂາທິການໃຫຍ່ອາຊຽນ.

ຍົກສູງຄວາມເຂົ້າໃຈດ້ານທິດສະດີຂອງພັກກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ

ຍົກສູງຄວາມເຂົ້າໃຈດ້ານທິດສະດີຂອງພັກກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ

ຍສໝ - ໜຶ່ງໃນຜົນສຳເລັດທີ່ໂດດເດັ່ນຂອງພັກ ແລະ ລັດພວກເຮົາໃນ 40 ປີ ແຫ່ງການຈັດຕັ້ງປະຕິບັດການປະຕິຮູບແບບສັງຄົມນິຍົມ ແມ່ນການພັດທະນາຄວາມເຂົ້າໃຈທາງທິດສະດີກ່ຽວກັບການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ - ເຊິ່ງເປັນຂໍ້ກຳນົດທີ່ຈຳເປັນເພື່ອນຳພາການປະຕິບັດ, ກຳນົດທິດທາງນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ, ແລະ ເປັນແຮງຂັບເຄື່ອນທີ່ສຳຄັນທີ່ປະກອບສ່ວນເຂົ້າໃນການນຳພາປະເທດເຂົ້າສູ່ຍຸກໃໝ່.

ຍົກລະດັບຖານະຂອງຊາດ: ກຳລັງແຮງຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສີສັນ

ຍົກລະດັບຖານະຂອງຊາດ: ກຳລັງແຮງຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສີສັນ

ຍສໝ - ຈາກປະເທດທີ່ຖືກປິດລ້ອມ ແລະ ຖືກຫ້າມຂາຍອາວຸດ, ຫວຽດນາມໄດ້ຟື້ນຕົວຢ່າງແຂງແຮງ, ກາຍເປັນຄູ່ຮ່ວມງານທີ່ໜ້າເຊື່ອຖື ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຄວາມສຳເລັດນີ້ເກີດຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລັກສະເພາະທີ່ມີຮາກຖານຢ່າງເລິກເຊິ່ງໃນເອກະລັກຂອງຊາດ.

ບົດທີ 2: ການທູດປະຊາຊົນ: ບັນດາແຜນການນະໂຍບາຍຕາມຍຸກສະໄໝ

ບົດທີ 2: ການທູດປະຊາຊົນ: ບັນດາແຜນການນະໂຍບາຍຕາມຍຸກສະໄໝ

ຍສໝ - ການ​ທູດ​ປະຊາຊົນແມ່ນ​ການ​ສ້າງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເປັນ​ຊັບ​ສົມບັດ​​ແລະ ປະສົບ​ການອັນ​ລ້ຳ​ຄ່າ ຂອງການ​ທູດ​ປະຊາຊົນ ໄດ້​ຮັບ​ການ​ສ້າງ​ຕັ້ງ, ນຳພາ ​ແລະ ຜັນຂະຫຍາຍຢ່າງ​ໂດຍ​ກົງ​ໂດຍ​ປະທານ ​ໂຮ່ຈີ​ມິນ.

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ບົດຮຽນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມໍ​ລະ​ດົກຢູ່ ຫວຽດ​ນາມ ແລະ ລາວ - ບັນດາການແນະ​ນຳນະໂຍບາຍ

ຍສໝ - ພາຍຫຼັງວາລະປະ​ຊຸມທີ່ພິທີ​ເປີດ, ກອງປະຊຸມສຳມະນາສາກົນ ຫວຽດນາມ - ລາວ 2025 ດ້ວຍຫົວຂໍ້ “ພັດທະນາເສດຖະກິດມໍລະດົກ - ບົດຮຽນຂອງ ຫວຽດນາມ ແລະ ລາວ” ໄດ້ດຳເນີນ 3 ກອງປະຊຸມສຳມະນາ ດ້ວຍບັນດາເນື້ອໃນຈຸດສຸມກ່ຽວກັບການພັດທະນາເສດຖະກິດມໍລະດົກ, ຊີ້ແຈ້ງບັນດາຜົນງານກໍຄືບັນດາບັນຫາທີ່ມີຢູ່ແລ້ວ, ສະເໜີບັນດານະໂຍບາຍອະນຸລັກຮັກສາ ແລະ ພັດທະນາເສດຖະກິດມໍລະດົກ (ລວມມີ: ບັນດາບົດຮຽນຂອງການພັດທະນາທາງດ້ານມໍລະດົກຂອງຫວຽດນາມ - ລາວ; ທັດສະນະ ​ແລະ ວິທີ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ ​ແລະ ລາວ; ພັດທະນາ​ເສດຖະກິດ​ມໍລະດົກ​ຫວຽດນາມ ​ແລະ ລາວ - ​ບັນດາການແນະ​ນຳນະໂຍບາຍ).

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຍສໝ - ບໍ່​ວ່າ​ຈະ​ຢູ່​ໃສ, ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ຍາມ​ໃດ​ກໍ​ຫັນ​ມາ​ສູ່​ບ້ານ​ເກີດ​ເມືອງ​. ຕະຫຼອດ​ປະຫວັດສາດ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຢູ່​ທົ່ວ​ທຸກ​ແຫ່ງ​ລ້ວນ​ແຕ່​ພ້ອມ​ກັບ​ປະ​ເທດ ​ແລະ ປະຊາຊົນ. ພິ​ເສດ, ເມື່ອ​ໄດ້​ຮັບ​ຟັງ​ການ​ແບ່ງ​ປັນ​ຂອງ​ການ​ນຳ​ພັກ, ລັດ ກ່ຽວ​ກັບ​ຄວາມ​ຄາດ​ໝາຍ​ຂອງ​ຍຸກ​ໃໝ່, ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຮ່ວມ​ມື, ປະ​ກອບ​ສ່ວນ​ສ້າງ​ສາ​ບ້ານ​ເກີດ​ເມືອງ​ນອນ ແລະ ປະ​ເທດ​ຊາດ​ນັບ​ມື້​ນັບ​ຈະ​ເລີນ​ຮຸ່ງ​ເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

ການນຳພັກ ແລະລັດ ໄດ້ມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ

​ຍສໝ - ເນື່ອງ​ໃນ​ໂອກາດ​ບຸນ​ປີ​ໃໝ່ປະເພນີລະດູບານໃໝ່ ປີມະເສັງ 2025, ການ​ນຳ​ພັກ, ລັດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ປີໃໝ່ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ, ຜູ້​ອອກ​ແຮງ​ງານ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ.

ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ແກ້ໄຂຂໍ້ຄົງຄ້າງດ້ານນະໂຍບາຍ, ມຸ່ງໄປເຖິງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 21 ຕຸລາ ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ປາໄສທີ່ໄຂ​ກອງ​ປະຊຸມ​ສະໄໝສາມັນ ເທື່ອ​ທີ 8, ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ 15, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈີ່ນ​ແທັງເໝີນ ຢືນຢັນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື ​ແລະ ຕັດສິນ​ຫຼາຍ​ບັນຫາ​ເພື່ອແກ້ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະ​ໂຍ​ບາຍ... ຢ່າງທັນການ.

ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ

ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ

ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດືກເຝີກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງເສດຖະກິດນຳມາເຊິ່ງການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະຄວາມຍຸຕິທໍາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດທາງສີຂຽວກວ່າ ແລະ ຍືນຍົງກວ່າ.

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ

ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ

ຍສໝ - ທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດໃຫ້ສຳພາດກ່ຽວກັບໝາກຜົນຂອງກອງປະຊຸມຜ່ານບົດລາຍງານ UPR ຮອບທີ IV ຂອງຫວຽດນາມ.

ຈະມີຫຼາຍນະໂຍບາຍໜູນຊ່ວຍເພື່ອແກ້ໄຂຟື້ນຟູຜົນສະທ້ອນຂອງພະຍຸລູກທີ 3

ຈະມີຫຼາຍນະໂຍບາຍໜູນຊ່ວຍເພື່ອແກ້ໄຂຟື້ນຟູຜົນສະທ້ອນຂອງພະຍຸລູກທີ 3

ຍສໝ - ລັດຖະບານໄດ້ປະກາດໃຊ້ມະຕິສະບັບເລກທີ 143/NQ-CP ລົງວັນທີ 17 ກັນຍາ 2024 ວ່າດ້ວຍບັນດາໜ້າທີ່ສຳຄັນ ແລະ ວິທີການແກ້ໄຂຈຸດສຸມເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸລູກທີ 3 (Yagi) ຢ່າງຮີບດ່ວນ .

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມອບເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງໃຫ້ຄອບຄົວນະໂຍບາຍຢູ່ ກວາງຈີ້

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ (1947 – 2024), ວັນທີ 12 ກໍລະກົດ, ຢູ່ນະຄອນ ດົ່ງຮ່າ (ແຂວງ ກວາງຈີ້), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສົມທົບກັບສະມາຄົມສົ່ງເສີມການສຶກສາແຂວງ ກວາງຈີ້ ຈັດຕັ້ງໂຄງການມອບເຮືອນໃຫ້ບັນດາຄອບຄົວນະໂຍບາຍ ແລະ ທຶນການສຶກສາໃຫ້ນັກຮຽນທີ່ເປັນລູກຫຼານຂອງບັນດາຄອບຄົວທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

ນະຄອນ ໂຮ່ຈິມິນ: ຄົນເຈັບທີ່ທຸກຍາກ, ຄົນເຈັບເປົ້າໝາຍນະໂຍບາຍຫຼາຍຄົນ ໄດ້ຮັບການໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າ

ຍສໝ - ວັນ​ທີ 19 ມັງກອນ, ໂຮງໝໍທະຫານ 175 ໃຫ້​ຮູ້​ວ່າ ສູນກະດູກ ແລະ ຂໍ້ - ໂຮງໝໍທະຫານ 175 ໄດ້ສົມທົບ​ກັບອົງການຈັດຕັ້ງ Operation Walk Chicago (OWC) ​ເພື່ອ​ຜັນ​ຂະຫຍາຍ​ການ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ຄົນ​ເຈັບ​ທີ່​ທຸກ​ຍາກ, ຄົນເຈັບເປົ້າໝາຍນະໂຍບາຍທີ່ມີພະຍາດກ່ຽວກັບສະໂພກ, ມີການບົ່ງມະຕິປ່ຽນຂໍ້ກະດູກ.

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ

ຝຶກອົບຮົມວຽກງານຫ້ອງການ, ຂົນຂວາຍປະຊາຊົນ, ນະໂຍບາຍ ແລະເຕັກນິກການພິມໃຫ້ແກ່ພະນັກງານກອງທັບລາວ

ຍສໝ - ທ່ານພົນຈັດຕະວາ ໂຄງວັນມິງ ຮຽກຮ້ອງໃຫ້ບັນດາຄູອາຈານຄວນເລືອກເອົາວິທີການສຶກສາແບບກະທັດລັດ, ເຂົ້າໃຈງ່າຍ, ຈື່ຈຳງ່າຍ; ສຸມໃສ່ເຮັດແຈ້ງບັນດາເນື້ອໃນພື້ນຖານ, ພິເສດແມ່ນຮູບການ, ວິທີການ, ຂັ້ນຕອນການຈັດຕັ້ງດຳເນີນວຽກງານຫ້ອງການ, ວຽກງານຂົນຂວາຍປະຊາຊົນ, ວຽກງານນະໂຍບາຍ ແລະເຕັກນິກການພິມ ໃນກອງທັບປະຊາຊົນຫວຽດນາມ ເພື່ອສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວຕົວຈິງຂອງແຕ່ລະອົງການ, ກົມກອງຢ່າງມີປະສິດທິຜົນ.

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ  ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ຫາຍເຢືອງ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດ

ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ຫງວຽນກວາງຄາຍ ອະດີດຫົວໜ້າກົມອາຊີຕາເວັນຕົກ - ອາຟະລິກາ, ກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳລາດຊະອານາຈັກ ອາຣັບ ເອມີເຣດ UAE, ອີຣັກ ແລະ ບາງປະເທດຕາເວັນອອກກາງ ໃຫ້ຂໍ້ມູນກ່ຽວກັບສະຖານະການທີ່ສັບສົນຢູ່ພາກພື້ນຕາເວັນອອກກາງ.

ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ

ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ

ຍສໝ - ກະຊວງສຶກສາ ສ.ເກົາຫຼີ ວາງເປົ້າໝາຍມາຮອດປີ 2027 ຈະສາມາດດຶງດູດນັກສຶກສາສາກົນໄດ້ 300.000 ຄົນເພື່ອແນໃສ່ຮັບມືກັບສະພາບການຫຼຸດລົງຢ່າງວ່ອງໄວຂອງປະຊາກອນໃນກຸ່ມເກນອາຍຸນີ້, ກໍຄືການເພິ່ມທະວີຄວາມສາມາດໃນການແກ່ງແຍ້ງຂອງບັນດາມະຫາວິທະຍາໄລທ້ອງຖິ່ນ.

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

ສະພາແຫ່ງຊາດລາວ ແລະແຂວງຮ່າຕິ້ງ (ຫວຽດນາມ) ແລກປ່ຽນບົດຮຽນໃນການສ້າງ ແລະ ປະຕິບັດນະໂຍບາຍ

ຍສໝ - ທີ່ການເຮັດວຽກ, ສະຫາຍ ເຈີ່ນເບົາຮ່າ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ໄດ້ແຈ້ງໃຫ້ຊາບບາງໝາກຜົນພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ຮ່າຕິ້ງ ໃນໄລຍະຜ່ານມາ, ໝາກຜົນ, ບົດຮຽນປະສົບການໃນການດຶງດູດການລົງທຶນ, ໝາກຜົນການຮ່ວມມືກັບບັນດາທ້ອງຖິ່ນຂອງ ສປປ ລາວ. ສະຫາຍຮອງປະທານຄະນະກຳມະການປະຊາຊົນແຂວງ ໄດ້ສະເໜີບາງເນື້ອໃນເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານຍາວນານລະຫວ່າງ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງແຂວງ ຮ່າຕິ້ງ ແລະບັນດາແຂວງຂອງລາວ ເວົ້າສະເພາະ.

ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ

ລັດຖະບານລາວ ຍາມໃດກໍໃຫ້ບັນດານະໂຍບາຍພິເສດ ໃຫ້ວິສາຫະກິດຫວຽດນາມ

ຍສໝ - ຜູ້ທີ່​ປຶກສາ​ດ້ານ​ເສດຖະກິດ ​ແລະ ການ​ຄ້າ, ສະຖານທູດ​ລາວ ປະຈຳ ຫວຽດນາມ ສອນຈັນ ພຸດທະວົງ​ໃຫ້​ຮູ້​ວ່າ: ລັດຖະບານ​ລາວ ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ເຖິງ​ວິ​ສາ​ຫະກິດ ຫວຽດນາມ. ຫວຽດນາມ ​ແລະ ລາວ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.