ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ ສະຫະປະຊາຊາດ

16:17 | 25/10/2020

ຍສໝ - ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແລະ ຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ ຫວຽດນາມ ພ້ອມແລ້ວທີ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ສະຫະປະຊາຊາດ ໃນການຮັກສາສັນຕິພາບ
ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ ບົດ​ບາດນ​ຳ​ພາ ຂອງຫວຽດນາມໃນອາຊຽນ ແລະ ສະຫະປະຊາຊາດ

ໂດຍໄດ້ຫັບຕາມຄຳເຊີນຂອງທ່ານ Kamal Maholtra - ຜູ້ປະສານງານສະຫະປະຊາຊາດ ປະຈຳຫວຽດນາມ, ໃນຕອນແລງວັນທີ 23 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງການສ້າງຕັ້ງສະຫະປະຊາຊາດ.

ເຂົ້າຮ່ວມພິທີສະເຫຼີມສະຫຼອງດັ່ງກ່າວ ຍັງມີບັນດາການນຳກະຊວງ, ອົງການສູນກາງ, ອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າການທູດຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ພິທີ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງສະຫະປະຊາຊາດ ໃນການພັດທະນາຂອງໂລກໃນຕະຫຼອດ 75 ປີທີ່ຜ່ານມາ, ໃນທຸກຂົງເຂດເພື່ອຮັກສາສັນຕິພາບ. ຄວາມໝັ້ນຄົງສາກົນ, ການຮ່ວມມືດ້ານການພັດທະນາ, ການປົກປ້ອງສິດທິມະນຸດ.

ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ
ພິທີສະເຫຼີມສະຫຼອງ 75 ປີແຫ່ງການສ້າງຕັ້ງສະຫະປະຊາຊາດ. (ພາບ: baodansinh)

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ກ່າວວ່າ: ສະຫະປະຊາຊາດ ກຳລັງປະເຊີນ​​ໜ້າກັບສິ່ງທ້າທາຍຫຼາຍທີ່ສຸດ ນັບຕັ້ງແຕ່ເມື່ອເກີດມາການລະບາດຂອງພະຍາດ COVID-19 ໄດ້ສ້າງຄວາມວິຕົກກັງວົນຕໍ່ການແພດ, ເສດຖະກິດ - ສັງຄົມ ແລະ ມະນຸດ; ການແກ່ງແຍ່ງລະຫວ່າງບັນດາປະເທດທີ່ຍິ່ງໃຫຍ່, ຄວາມເຄັ່ງຕຶງ ແລະ ຂໍ້ຂັດແຍ່ງ, ພ້ອມທັງການຂາດໝັ້ນໝາຍຕໍ່ລັດທິຫຼາຍຝ່າຍ ຍັງສືບຕໍ່ສົ່ງຜົນກະທົບຕໍ່ວຽກງານຂອງສປຊ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍກັບສະຫະປະຊາຊາດ ແມ່ນມີບົດບາດເປັນໃຈກາງ; ຢັ້ງຢືນຄືນໃໝ່ການປະກອບສ່ວນຂອງຫວຽດນາມ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ຄວາມບຸກບືນໃນການນຳໜ້າ ໃນວິວັດການປະຕິຮູບລະບົບການພັດທະນາຂອງສະຫະປະຊາຊາດ, ຕັດສິນໃຈຊຸກຍູ້ການມີສ່ວນຮ່ວມ ໃນຄະນະຜູ້ແທນຮັກສາສັນຕິພາບຂອງສະຫະປະຊາຊາດ. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ກ່າວວ່າ ໃນຖານະທີ່ເປັນປະທານອາຊຽນໃນປີ 2020, ຫວຽດນາມ ກຳລັງພະຍາຍາມໃນການຊຸກຍູ້ການຮ່ວມມືອາຊຽນ - ສປຊ, ລວມທັງການຕອບໂຕ້ຕໍ່ຜົນກະທົບທີ່ເກີດຈາກການລະບາດຂອງພະຍາດ COVID-19.

ໃນໄລຍະການກໍ່ສ້າງຍຸດທະສາດການພັດທະນາເສດຖະກິດ - ສັງຄົມໄລຍະ 5 ແລະ 10 ປີຂ້າງໜ້າ, ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ສະຫະປະຊາຊາດຈະສືບຕໍ່ໃຫ້ຄຳແນະນຳດ້ານນະໂຍບາຍ, ແບ່ງປັນຄວາມຮູ້ ແລະ ປະສົບການ, ແລະ ຊ່ວຍໃນການກໍ່ສ້າງຍົກສູງກຳລັງຄວາມສາມາດໃຫ້ແກ່ຫວຽດນາມ, ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແລະ ຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອມະນຸດສະທຳ ດ້ານອຸປະກອນການແພດ ໃຫ້ແກ່ລັດເຊຍ

ຍສໝ - ຕາມຂໍ້ມູນຈາກສະຖານທູດລັດເຊຍ ປະຈຳຫວຽດນາມ, ໃນວັນທີ 23 ຕຸລາ ຈຳນວນອຸປະກອນການແພດ ຊ່ວຍເຫຼືອມະນຸດສະທຳ ໄດ້ສົ່ງໄປເຖິງ Vladivostok, ລັດເຊຍ.

ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ ນາຍົກລັດຖະມົນຕີ ຍີ່ປຸ່ນ ຕີລາຄາຜົນສຳເລັດການໄປຢ້ຽມຢາມ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ຫວຽດນາມ ໄດ ຖ ເປ ນສຳຄ ນ ແລະ ຫວ ງວ າຈະມ ການຮ ວມມ ຢ າງແໜ ນແຟ ນກ ບ ສະຫະປະຊາຊາດ ສະຫະປະຊາຊາດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂນບາຍການຕ່າງປະເທດຂອງຫວຽດນາມ

ຍສໝ - ໃນຕອນບ່າຍຂອງວັນທີ 23 ຕຸລາ 2019, ຢູ່ສໍານັກງານລັດຖະບານ, ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານປະຈໍາ ສປຊ ເນື່ອງໃນໂອກາດສະຫຼີມສະຫຼອງ ວັນສ້າງຕັ້ງ ສປຊ ຄື ວັນທີ 24 ຕຸລາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.