ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung

11:00 | 22/10/2020

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວັນ​ຟຸກ ຊີ້​ແຈ້ງວ່າ, ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ກຸ່ມ​ບໍ​ລິ​ສັດ​ໃນ​ວິ​ວັດ​ການ​ຮ່ວມ​ມື, ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ ຍຸດ​ທະ​ຍາດ ຢູ່ ຫວຽດ​ນາມ ດ້ວຍ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ກຸ່ມ​ບໍ​ລິ​ສັດ Samsung ຫ​ວຽດ​ນາມ
ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກໃຫ້ການ​ຕ້ອນ​ຮັບ​ທ່ານ Lee Jae Young, ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung (ພາບ: VGP)

ຕອນ​ບ່າຍ​ວັນ​ທີ 20 ຕຸ​ລາ, ທີ່​ການ​ຕ້ອນ​ຮັບ​ທ່ານ Lee Jae Young, ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ຢັ້ງ​ຢືນ​ວ່າ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19, ສະ​ພາບ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ Samsung ຍັງ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ. ທ່ານ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ Samsung ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ກ່​ວາ 10 ປີ​ທີ່​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຊີ້​ແຈ້ງວ່າ, ລັດ​ຖະ​ບານ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ເດີນ​ທາງ​ກັບ​ກຸ່ມ​ບໍ​ລິ​ສັດ​ໃນ​ວິ​ວັດ​ການ​ຮ່ວມ​ມື, ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ ຍຸດ​ທະ​ຍາດ ຢູ່ ຫວຽດ​ນາມ ດ້ວຍ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ການ​ມາ​ລົງ​ທຶນ​ຢູ່ ຫວຽດ​ນາມ ມີ​ເງື່ອນ​ໄຂ​ຢ່າງ​ຄົ​ບ​ຖ້ວນ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັ​ດ​ທະ​ນາ​ເມື່ອ ລັດ​ຖະ​ບານ ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ, ມີ​ການ​ກະ​ທຳ​ຢ່າງ​ຂຽວ​ຂາດ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ ເມື່ອການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ​ ພວມ​ມີ​ການ​ພັດ​ທະ​ນາ​ຢ່າງ​ດີ​ງາມທີ່​ສຸດ.

ສ່ວນ​ທ່ານ Lee Jae Young ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung ໄດ້​ສະ​ແດງ​ຄວາມ​​ຂອບ​ອົບຂອບ​ໃຈ​ຕໍ່​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຂອງ​ຫວຽດ​ນາມ ທີ່​ໄດ້​ໜູນ​ຊ່ວຍ​ກຸ່ມ​ບໍ​ລິ​ສັດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ໃນ​ສະ​ພາບ​ການ​ຄວບ​ຄຸມ​ໂລກ​ລະ​ບາດ ຢ່າງ​ແໜ້ນ​ແຟ້ນ, ຫວຽດ​ນາມ​ຍັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກເຕັກ​ນິກ, ນັກ​ຊ່ຽວ​ຊານ ຂອງ Samsung ກ່​ວາ 3000 ຄົນ ເຂົ້າ​ເມືອງ ຫວຽດ​ນາມ ເພື່ອ​ເຄື່ອນ​ໄຫວ​ບັນ​ດາ​ໂຮງ​ງານ​ໃຫ້​ເປັນ​ປົກ​ກະ​ຕິ.

ສ່ວນ​ສູນ​ຄົ້ນ​ຄ້​ວາ ແລະ​ພັດ​ທະ​ນາ (R&D) ຫາ​ກໍ່​ໄດ້​ເລ​ີ່ມ​ກ​ໍ່​ສ້າງ​ແຕ່​ເດືອນ​ມີ​ນາ 2020, ທ່ານ Lee Jae Yong ຢັ້ງ​ຢືນ​ວ່າ Samsung ຈະ​ນຳ​ເຂົ້າ​ການ​ເຄື່ອນ​ໄຫວ​ໃນ​ທ້າຍ​ປີ​ 2022 ດ້ວຍ​ນັກ​ເຕັກ​ນິກກ່​ວາ 3000 ເຮັດ​ວຽກ, ກ​າຍ​ເປັນ​ສະ​ຖານ​ທີ່ R&D ຕົ້ນ​ຕ​ໍ​ຂອງ​ກຸ່ມ​ບໍ​ລິ​ສັດ. Samsung ຈະ​ບໍ່​ພ​ຽງ​ແຕ່​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ປ​ະ​ດິດ​ສ້າງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂົງ​ເຂດ​ການ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ, ໄດ້​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ ຝ່າຍ ຫວຽດ​ນາມ ໃນ​ຂົງ​ເຂດ​ພັດ​ທະ​ນາ​ຊອບ​ແວ.

​ນາ​ຍົກ​ລັດ​ຖະ​ມົ​ນ​ຕີຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ກຸ່ມ​ບໍ​ລິ​ສັດ Samsung ຫ​ວຽດ​ນາມ

ຍ​ສ​ໝ - ທ່ານ Choi Joo Ho ໄດ້ສະແດງຄວາມປາດຖະໜາກຢາກລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງ ກຸ່ມບໍລິສັດ Samsung ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດຫວຽດນາມໃຫ້ຫຼາຍກ່ວາອີກ.

ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ

ຍສໝ - ວັນທີ 31 ກໍລະກົດ, ທີ່ ລ້າງເຊີນ, ຜູ້ຕາງໜ້າ Samsung ຫວຽດນາມ, ອົງການຈັດຕັ້ງ Korea Food for the Hungry International (KFHI)/ສ.ເກົາຫຼີ ແລະ ພະແນກພົວພັນການຕ່າງປະເທດ ລ້າງເຊີນ, ຄະນະກຳ ມະການປະຊາຊົນແຂວງ ລ້າງເຊີນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການ ...

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ຜູ້ອຳນວຍການໃຫຍ່ໜ່ວຍຜະລິດ Samsung ຢູ່ ຫວຽດນາມ.

ຍສໝ - ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2019, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ໜ່ວຍຜະລິດ Samsung ຢູ່ ຫວຽດນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.