ຫວຽດ​ນາມ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ລະ​ຫວ່າງ ອາ​ຊຽນ - ສ​ປ​ຊ

10:11 | 16/09/2020

ຍ​ສໝ - ນີ້​ແມ່ນກອງ​ປະ​ຊຸມ​ນັດ​ສະ​ມັນ​ຂັ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລະ​ຫວ່າງ ອາ​ຊຽນ ກັບ ສ​ປ​ຊ ເພື່ອ​ແນ​ໃສ່​ກວດ​ກາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ​ແຜນ​ການ​ກະ​ທຳ ອາ​ຊຽນ - ສ​ປ​ຊ ໄລ​ຍະ 2016 – 2020.

ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ
ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ ການ​ນຳ​ພາ​ຂອງ​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020
ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ

ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ຜູ້​ຕາງ​ໜ້າ​ປະ​ຈຳ​ອາ​ຊຽນ ກັບ ​ສ​ປ​ຊ (ພາບ: TTXVN)

ວັນ​ທີ 15 ກັນ​ຍາ, ກອງ​ປະ​ຊຸມ​ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ຜູ້​ຕາງ​ໜ້າ​ປະ​ຈຳອາ​ຊຽນ ແລະ ສ​ປ​ຊ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈິ່ນ​ດຶກ​ບິ່ງ - ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ອາ​ຊຽນ ແລະ ທ່ານ Khaled Khiari ຜູ້​ຊ່ວຍ​ວຽກ​ເລ​ຂາ​ທິ​ການ​ໃຫຍ່ ​ສ​ປ​ຊ ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ແລະ ບັນ​ດ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ໄດ້​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ທີ່​ໄດ້​ຈັດ​ຕັ້ງ​ຕາມ​ຮູບ​ການ​ທາງ​ອອນ​ລາຍ.

ກອງ​ປະ​ຊຸມ​ກໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Ramesh Rajasingham ຜູ້​ຊ່ວຍ​ວຽກ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ຫາ​ມະ​ນຸດ​ສະ​ທຳ ບັນ​ດາ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ ຂອງ​ບັນ​ດາ​ອົງ​ການ​ທີ່​ຂຶ້ນ​ກັບ ສ​ປ​ຊ ຄື​ຫ້ອງ​ການ​ປະ​ສານ​ງານ​ບັນ​ດາ​ບັນ​ຫາ​ມະ​ນຸດ​ສະ​ທຳ​ ສ​ປ​ຊ, ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສັງ​ຄົມ ອາ​ຊີ - ປາ​ຊີ​ຟິກ ສ​ປ​ຊ ແລະ ໂຄງ​ການ​ພັດ​ທະ​ນາ​ ສ​ປ​ຊ.

ທີ່ກອງ​ປະ​ຊຸມ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ສ​ປ​ຊ ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ, ໃນ​ນັ້ນ​ມີ​ການ​ຮັກ​ສາ​ການ​ສຳ​ຜັດ​ຂັ້​ນ​ສູງ ຢູ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຂັ້ນ​ລັດ​ຖະ​ມົນ​ຕີ​ເນື່ອງ​ໃນ​ໂອ​ກາດ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ - ຄວາມ​ໝັ້ນ​ຄົງ ແລະ ເສ​ດ​ຖະ​ກິດ​ເກີອບ​ທັງ​ໝົດ ເຊິ່ງ​ສຳ​ເລັດ​ກ່ອນ​ເວ​ລາ​ກຳ​ນົດ. ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ​ຂອງ ສ​ປ​ຊ. ກອງ​ປະ​ຊຸມ​ໄດ້​ສະ​ຫງວນ​ເວ​ລາ​ໃຫ້​ແກ່​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ສະ​ພາບ​ການ​ຮັບ​ມື​ກັບ​ໂລກ​ລ​ບະ​ດ Covid – 19 ໃນ​ພາກ​ພື້ນ ແລະ ໃນ​ທົ່ວ​ໂລກ. ສ​ປ​ຊ ກໍ່​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ຂໍ້​ລິ​ເລີ່ມ​ຂອງ​ອາ​ຊຽນ ເວົ້າ​ລ​ວມ ແລະ ຫວຽດ​ນາມ ເວົ້າ​ສະ​ເພາະ ເຊິ່ງ​ເປັນ​ປະ​ເທດ​ປະ​ທານ​ອາ​ຊຽນ ແລະ ຫວັງ​ວ່າ ຈະ​ໜູນ​ຊ່ວຍ ອາ​ຊຽນ​ໃຫ້ຫຼາຍ​ກ່​ວາ​ອີກ​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ​ໄລ​ຍະຫຼັງ Covid – 19 ຂອງ ອາ​ຊຽນ.

ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ຕີ​ລາ​ຄາ​ສູງ​ບົດ​ບາດ ການ​ນຳ​ພາ​ຂອງ​ຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານ​ອາ​ຊຽນ 2020

ຍ​ສ​ໝ - ທ່ານ Chiba Akira ໃຫ້​ຮູ້​ວ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ AMM 53, ຍີ່​ປຸ່ນ​ຢັ​້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສູນ​ອາ​ຊຽນ​ກ່ຽວ​ກັບ​ບັນ​ດາ​ກໍ​ລະ​ນີ​ການ​ແພດ​ປະ​ຊາ​ຄົມ​ຮີບ​ດ່ວນ ແລະ ໂລກ​ລະ​ບາດ, ໜູນ​ຊ່ວຍ​ເງິນ 1 ລ້ານ USD ໃຫ້​ແກ່ກອງ​ທຶນ​ອາ​ຊຽນ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19, ກໍ່​ຄື​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໃຫ້​ກູ້​ຢືມ ແລະ ລົງ​ທຶນ ຢ່າງ​ເໝາະ​ສົມ​ໃຫ້​ແກ່​ອາ​ຊຽນ.

ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ

ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ.

ຫວຽດ ນາມ ຮ ວມ ເປ ນ ປະ ທານກອງ ປະ ຊ ມ ກ ຽວ ກ ບ ການ ຮ ວ ມ ມ ລະ ຫວ າງ ອາ ຊຽນ ສ ປ ຊ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກແຈ້ງ​ການ​ຮ່ວມ AMM 53

ຍ​ສ​ໝ - ບັນ​ດາ​ປະ​ເທ​ດ​ໄດ້​ຢ້ຳ​ຄືນ​ຄວາມ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ ແລະ​ກັນ, ຈຳ​ກັດ​ບັນ​ດາ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ. ອາ​ຊຽນ​ກໍ່​ຢັ້ງ​ຢືນ​ຄວາມ​ຈໍາ​ເປັນ​ເມື່ອ​ປະ​ຕິ​ບັດ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ່ງ​ໂດຍ​ສັນ​ຕິ​ວິ​ທີ, ຕາມ​ກົດ​ໝາຍ​ສາ​ກົນ​ໃນ​ນັ້ນ​ມີ UNCLOS 1982.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.