ອົງການ AMRO ຄາດຄະເນວ່າ, ເສດຖະກິດຫວຽດນາມຈະເຕີບໂຕທາງບວກໃນປີ 2020

12:13 | 10/08/2020

ຍສໝ - ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະ ມຽນມາ.

ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020 ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19
ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020 ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ອີງຕາມບົດລາຍງານທີ່ປັບປຸງໃນເດືອນສິງຫາ ກ່ຽວກັບການແງ່ຫວັງພື້ນຖານເສດຖະກິດພາກພື້ນອາຊຽນ +3 ປີ 2020 ຂອງຫ້ອງການຄົ້ນຄ້ວາເສດຖະກິດມະຫາພາກອາຊຽນ +3 (ລວມທັງ 10 ປະເທດເຊິ່ງເປັນສະມາຊິກອາຊຽນ ແລະ ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້ - AMRO) ໄດ້ປະກາດໃນວັນທີ 6 ສິງຫານີ້ ໃຫ້ຮູ້ວ່າ ພື້ນຖານເສດຖະກິດຂອງ 14 ປະເທດ (ລວມທັງຮ່ອງກົງ) ໃນພາກພື້ນອາຊຽນ +3 ຈະມີການຟື້ນຕົວດີເລີດ, ໃນນັ້ນ ປະເທດຈີນ ແມ່ນປະເທດອັນດັບໜຶ່ງ.

ຕາມສຳນັກຂ່າວສານຫວຽດນາມ ປະຈຳສິງກະໂປ, ເຊິ່ງອ້າງເຖິງບົດລາຍງານດັ່ງກ່າວ, ການເຕີບໂຕຂອງລາຍໄດ້ຕໍ່ຫົວຄົນ GDP ໃນທົ່ວພາກພື້ນອາຊຽນ +3 ໄດ້ຄາດວ່າຈະຫຼຸດລົງຈາກ 4,8% ໃນປີ 2019 ເຖິງ 0% ໃນປີນີ້, ກ່ອນທີ່ຈະມີການຟື້ນຕົວຢ່າງເຂັ້ມແຂງ 6% ໃນປີ 2021.

ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020
ພື້ນຖານເສດຖະກິດຫວຽດນາມ ໄດ້ຮັບການຄາດຄະເນຈະປະສົບກັບຄວາມເຕີບໂຕ ໃນປີ 2020. (ພາບ: TTXVN)

ໃນນັ້ນ, ຫວຽດນາມ ໄດ້ຄາດວ່າຈະຢູ່ໃນກຸ່ມ 5 ປະເທດມີພື້ນຖານເສດຖະກິດ ຈະປະສົບກັບ ຄວາມເຕີບໂຕ, ຄຽງຄູ່ກັບບັນດາປະເທດ, ເຊັ່ນ: ຈີນ, ບຣູໄນ, ລາວ, ແລະມຽນມາ.

ບົດລາຍງານດັ່ງກ່າວໄດ້ໄຈ້ແຍກວ່າບັນດາມາດຕະການທີ່ຈຳກັດຢ່າງເຂັ້ມງວດ ເພື່ອຢຸດການແຜ່ລະບາດຂອງໄວຣັດ SARS-CoV-2 ເຊິ່ງເຮັດໃຫ້ເສດຖະກິດຢຸດສະງັກ, ເຮັດໃຫ້ເກີດຂຶ້ນການຫວ່າງງານເພີ່ມຂື້ນຢ່າງແຮງ, ການຂາດຕິດຂາດຕອນໃນການທຸລະກິດ ແລະ ການລົ້ມລົງຄວາມຕ້ອງການພາຍໃນປະເທດ. ຄຳສັ່ງຫ້າມຕ່າງໆກໍ່ໄດ້ເຮັດໃຫ້ເກີດຂຶ້ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ຂະແໜງການທ່ອງທ່ຽວ, ເຊິ່ງມີຄວາມສຳຄັນຫຼາຍຕໍ່ພາກພື້ນ.

ຜູ້ຊ່ຽວຊານຂອງອົງການ AMRO ກ່າວວ່າສິ່ງທ້າທາຍທີ່ໃຫຍ່ທີ່ສຸດທີ່ບັນດາຜູ້ວາງກຳນົດນະໂຍບາຍຂອງອາຊຽນ +3 ໃນເຄິ່ງປີ 2020 ແມ່ນການດຸ່ນດ່ຽງ ລະຫວ່າງການຜ່ອນຄາຍຂໍ້ຈຳກັດເພື່ອຟື້ນຟູເສດຖະກິດ ແລະ ຄວາມສ່ຽງຂອງການຕິດເຊື້ອພະຍາດກັບຄືນໃໝ່ໃນສັງຄົມ. ການຄາດຄະເນວ່າດ້ວຍການເຕີບໂຕພື້ນຖານເສດຖະກິດດັ່ງກ່າວຂອງ AMRO ແມ່ນອີງໃສ່ພື້ນຖານທົ່ວໂລກ ແລະ ພາກພື້ນ ໃນການຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19 ຢ່າງມີປະສິດທິຜົນ.

ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020 ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19

ຍສໝ - ລັດຖະບານອົດສະຕາລີ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນບ້ວງເງິນອຸປະຖໍາທີ່ມີມູນຄ່າ 650.000 ໂດລາອົດສະຕາລີ ເພື່ອແນໃສ່ໜູນຊ່ວຍຂໍ້ລິເລີ່ມໃໝ່ໃຫ້ແກ່ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020 ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ຍສໝ - ການສົ່ງອອກການຄ້າ ແລະ ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ສະນັ້ນ ການໃຊ້ຈ່າຍບໍລິໂພກພາຍໃນປະເທດໄດ້ຄາດວ່າຈະສືບຕໍ່ ມີບົດບາດສຳຄັນຫຼາຍໃນການຟື້ນຟູເສດຖະກິດຂອງຫວຽດນາມ.

ອ ງການ amro ຄາດຄະເນວ າ ເສດຖະກ ດຫວຽດນາມຈະເຕ ບໂຕທາງບວກໃນປ 2020 ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.