ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ຈະເລືອກຕັ້ງກຳມະການຄະນະບໍລິຫານງານສະໄໝໃໝ່ 135 ທ່ານ

10:03 | 05/06/2026

ຍສໝ - ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ, ສົກປີ 2026-2031, ຈະດຳເນີນການເລືອກຕັ້ງກຳມະການຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ທັງໝົດ 135 ທ່ານ.

ກອງປະຊຸມໃຫຍ່ ຄັ້ງທີ XIV ສະຫະພັນກຳມະບານຫວຽດນາມ: ດັດແປງໃໝ່ເພື່ອຮ່ວມເດີນທາງໄປພ້ອມກັບຜູ້ອອກແຮງງານ ໃນຍຸກສະໄໝໃໝ່
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະມາຄົມຊາວນາຫວຽດນາມ: ສົນທະນາ 5 ເປົ້າໝາຍໃຫຍ່, 11 ຄາດໝາຍຕົ້ນຕໍ ພ້ອມກັບ 6 ກຸ່ມໜ້າທີ່, ມາດຕະການ
ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ຈະເລືອກຕັ້ງກຳມະການຄະນະບໍລິຫານງານສະໄໝໃໝ່ 135 ທ່ານ
ທ່ານ ຫງວຽນອານຕວນ (Nguyễn Anh Tuấn) - ກຳມະການສູນກາງພັກ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະຫະພັນກຳມະບານຫວຽດນາມ ກ່າວປາໄສພາຍໃນກອງປະຊຸມໃຫຍ່

ພາຍໃນຕອນບ່າຍ (4/6), ພາຍໃຕ້ຂອບເຂດແຜນງານຂອງກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຮັບຟັງການສະເໜີໂຄງການບຸກຄະລາກອນຄະນະບໍລິຫານງານສະໄໝທີ XIV; ພ້ອມທັງໄດ້ຮັບການແນະນຳໃຫ້ມີການປຶກສາຫາລືຢູ່ຕາມບັນດາຄະນະຜູ້ແທນ ກ່ຽວກັບວຽກງານບຸກຄະລາກອນ.

ທ່ານ ຫງວຽນອານຕວນ (Nguyễn Anh Tuấn) - ກຳມະການສູນກາງພັກ, ຮອງປະທານຄະນະກຳມະການສູນກາງແנວໂຮມປະເທດຊາດຫວຽດນາມ, ປະທານສະຫະພັນກຳມະບານຫວຽດນາມ ສະໄໝທີ XIII ໃຫ້ຊາບວ່າ, ການສ້າງຕັ້ງຄະນະບໍລິຫານງານສະໄໝທີ XIV, ສົກປີ 2026-2031, ແມ່ນໄດ້ຖືກກຳນົດອອກດ້ວຍ 4 ຂໍ້ຮຽກຮ້ອງຕ້ອງການຈຸດສຸມ.

ຕາມນັ້ນແລ້ວ, ຄະນະບໍລິຫານງານຕ້ອງຮັບປະກັນມາດຕະຖານ, ເງື່ອນໄຂຕາມກົດລະບຽບຂອງພັກ; ມີລະດັບຄວາມຮູ້, ຄວາມສາມາດ, ອິດທິພົນຊື່ສຽງ; ຮັກສາຄວາມສາມັກຄີ, ເປັນເອກະພາບທາງດ້ານທັດສະນະ ແລະ ການກະທຳ; ພ້ອມທັງເປັນຕົວແບບທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳ, ແບບແຜນການດຳລົງຊີວິດ ແລະ ຄວາມສາມາດພາຍໃນວຽກງານ, ຕອບສະໜອງໄດ້ຕາມຂໍ້ຮຽກຮ້ອງຕ້ອງການຂອງຂະບວນການກຳມະກອນ ແລະ ກິດຈະກຳກຳມະບານພາຍໃນໄລຍະໃໝ່, ຜ່ານນັ້ນຈັດຕັ້ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ໃຫ້ປະສົບຜົນສຳເລັດຢ່າງມີໄຊ.

ຄຽງຄູ່ກັນນັ້ນ, ຂໍ້ຮຽກຮ້ອງຕ້ອງການທີ່ຖືກກຳນົດອອກແມ່ນ ວຽກງານການສ້າງຕັ້ງຄະນະບໍລິຫານງານຕ້ອງເອົາໃຈໃສ່ຕໍ່ກັບຄຸນນະພາບ, ຕິດພັນກັບຈຳນວນ ແລະ ໂຄງປະກອບທີ່ສົມເຫດສົມຜົນ. ບັນດາຕຳແໜ່ງທີ່ຈຳເປັນຕ້ອງມີໂຄງປະກອບ ແຕ່ຫາກຍັງບໍ່ທັນຄັດເລືອກໄດ້ບຸກຄະລາກອນທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນນັ້ນ ແມ່ນຈະຖືກປະໄວ້ກ່ອນ ເພື່ອແນໃສ່ປັບປຸງບູລະນະໃນໄລຍະການດຳເນີນກອງປະຊຸມສະໄໝ.

ໂຄງປະກອບຄະນະບໍລິຫານງານສະໄໝທີ XIV ກໍໄດ້ຮັບການກຳນົດບົນຈິດໃຈສືບທອດຢ່າງສົມເຫດສົມຜົນຈາກສະໄໝທີ XIII, ພ້ອມທັງມີການປັບປຸງ, ເພີ່ມເຕີມໄປໃນທິດທາງປ່ຽນແປງໃໝ່, ສອດຄ່ອງກັບຕົວຈິງ. ສ່ວນປະກອບແມ່ນຮັບປະກັນລັກສະນະຕົວຕັ້ງຕົວຕີໃຫ້ແກ່ກຳມະບານທຸກຂັ້ນ, ຂະແໜງອາຊີບ, ສ່ວນປະກອບເສດຖະກິດ, ທ້ອງຖິ່ນ, ຂົງເຂດ; ມີຄວາມກົມກຽວກັນລະຫວ່າງບັນດາກຸ່ມອາຍຸ, ພ້ອມທັງປະຕິບັດຢ່າງຖືກຕ້ອງຕາມກົດລະບຽບກ່ຽວກັບອັດຕາສ່ວນພະນັກງານເພດຍິງ ແລະ ພະນັກງານທີ່ເປັນຊົນເຜົ່າສ່ວນໜ້ອຍ.

ວຽກງານບຸກຄະລາກອນໄດ້ຮັບຂໍ້ຮຽກຮ້ອງໃຫ້ປະຕິບັດຢ່າງເປັນປະຊາທິປະໄຕ, ເປີດເຜີຍ, ຖືກຕ້ອງຕາມຂັ້ນຕອນ, ກົດລະບຽບຂອງພັກ, ກົດລະບຽບກຳມະບານຫວຽດນາມ ແລະ ຄຳແນະນຳຂອງຄະນະປະທານສະຫະພັນໃຫຍ່; ພ້ອມທັງເກາະຕິດກັບບັນດາມາດຕະຖານ, ເງື່ອນໄຂຕາມກົດລະບຽບຂອງພັກ ແລະ ຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

ອີງຕາມບົດສະຫຼຸບເລກທີ 126 ຂອງຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIV ສົກປີ 2026-2031 ປະກອບມີ 145 ທ່ານ, ຫຼຸດລົງ 32 ທ່ານ ເມື່ອທຽບໃສ່ສະໄໝທີ XIII (177 ທ່ານ).

ຈາກໂຄງປະກອບນີ້, ພາຍໃນກອງປະຊຸມໃຫຍ່ຈະດຳເນີນການເລືອກຕັ້ງກຳມະການ 135 ທ່ານ. ຍັງມີປະມານ 10 ຕຳແໜ່ງທີ່ຍັງວ່າງ ຍ້ອນບາງທ້ອງຖິ່ນ, ກົມກອງ, ອົງການຢູ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນຮາກຖານ ຍັງບໍ່ທັນສະເໜີບຸກຄະລາກອນທີ່ມີຄວາມເໝາະສົມໄດ້ທັນເວລາ. ບັນດາຕຳແໜ່ງເຫຼົ່ານີ້ຈະສືບຕໍ່ໄດ້ຮັບການເພີ່ມເຕີມ, ປັບປຸງບູລະນະໃນໄລຍະກອງປະຊຸມສະໄໝ. ເພື່ອຮັບປະກັນອັດຕາສ່ວນຕົວເລກເກີນກວ່າ 10% ຕາມກົດລະບຽບ, ແຜນການບຸກຄະລາກອນທີ່ສະເໜີຕໍ່ກອງປະຊຸມໃຫຍ່ ຄາດວ່າຈະແນະນຳຜູ້ສະໝັກ 150 ທ່ານ ເພື່ອເລືອກຕັ້ງເອົາກຳມະການຄະນະບໍລິຫານງານ 135 ທ່ານ.

“ບົນພື້ນຖານນັ້ນ, ຄະນະບໍລິຫານງານສະຫະພັນກຳມະບານຫວຽດນາມ ສະໄໝທີ XIII ໄດ້ສ້າງຕັ້ງໂຄງການບຸກຄະລາກອນຄະນະບໍລິຫານງານສະໄໝທີ XIV ເພື່ອສະເໜີຕໍ່ກອງປະຊຸມໃຫຍ່ພິຈາລະນາ, ຕັດສິນ”, ທ່ານ ຫງວຽນອານຕວນ ໃຫ້ຊາບ.

ໃນຕອນບ່າຍມື້ນີ້, ບັນດາກຸ່ມຜູ້ແທນໄດ້ສືບຕໍ່ປຶກສາຫາລືກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສະໄໝທີ XIV ຢູ່ຕາມຈຸດປຶກສາຫາລືສະເພາະ ພາຍໃນສູນປະຊຸມແຫ່ງຊາດ.

ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ

ຍສໝ - ຕາມແຜນການ, ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031, ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ນີ້ແມ່ນເຫດການທາງການເມືອງອັນສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງສະຫະພັນກຳມະບານ ຫວຽດນາມ, ເຊິ່ງດຳເນີນໄປທ່າມກາງບໍລິບົດທີ່ປະເທດຊາດສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການຫັນປ່ຽນດິຈີຕອນ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.

ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ

ຍສໝ - ວັນທີ 8 ພຶດສະພາ 2026, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ; ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ