ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ

11:35 | 22/09/2020

ວັນທີ 21 ກັນຍາ, ເວທີປາໄສລັດຖະບານ  - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.

ອົດ​ສະ​ຕາ​ລີ​ໜູ​ນ​ຊ່ວຍ​ອາ​ຊຽນ​ເງິນ 60 ລ້ານ USD ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ການ​ແພດ ແລະ ຟື້ນ​ຟູ​ເສດ​ຖະ​ກິດ
ພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນບຸລິມະສິດແຖວໜ້າ
ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ
ເວທີປາໄສລັດຖະບານ - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 (ພາບ: TTXVN)

ນີ້ແມ່ນເຫດການຈັດຂຶ້ນເປັນປະຈຳປີ ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ (SOMSWD). ຫົວຂໍ້ຂອງປີນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ - ສັງຄົມອາຊຽນເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄອບຄົວ, ພິເສດແມ່ນບັນດາບັນຫາເກີດຂຶ້ນ ໃນໄລຍະເກີດໂລກລະບາດ Covid – 19. ບັນດາຜູ້ແທນໄດ້ຊີ້ແຈ້ງວ່າໂລກລະບາດ Covid - 19 ກໍ່ຜົນສະທ້ອນອັນໃຫຍ່ຫຼວງຕໍ່ບັນດາຄອບຄົວທີ່ມີຄວາມສ່ຽງສູງກ່ວາໝູ່ຄື: ຄອບຄົວຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີແຮງງານບໍ່ເປັນທາງການ ແລະ ຜູ້ເຂົ້າເມືອງ.

ເວທີປາໄສກໍ່ໄດ້ແບ່ງປັນ, ແນະນຳບັນດາເລື່ອງລາວທີ່ພົ້ນເດັ່ນຂອງບັນດາປະເທດສະມາຊິກກ່ຽວກັບການພົວພັນໃນຄອບຄົວ ແລະ ຄວາມສາມັກຄີກັນໃນໄລຍະເກີດໂລກລະບາດ Covid – 19, ປຶກສາຫາລືກ່ຽວກັບການເພີ່ມທະວີບົດບາດຂອງຄອບຄົວຄື ລະບົບໜູນຊ່ວຍທີ່ຈຳເປັນເພື່ອປົກປ້ອງຄວາມຜາສຸກ ແລະ ສະເໜີບັນດາມາດຕະການ, ການກະທຳ, ການຊຸກຍູ້ ແລະ ປົກປ້ອງຄອບຄົວໃນທົ່ວພາກພື້ນ ອາຊຽນ.

ຫວຽດ​ນາມ ຢືນຢັນແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງຈີນ ຢູ່ ອາ​ຊຽນ

ຍ​ສ​ໝ - ຫວຽດ​ນາມ​ສົ່ງ​ອອກ​ໄປ​ຍັງ​ຈີນ​ປະ​ລິ​ມານ​ສິນ​ຄ້າ​ທີ່​ມີ​ມູ​ນ​ຄ່າ 44,1 ຕື້ USD, ເພີ່ມ​ຂຶ້ນ 20,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ກາຍ, ໃນ​ນັ້ນ​ວົງ​ເວິນ​ເງິນ​ນຳ​ເຂົ້າ​ຈາກ​ຈີນ​ບັນ​ລຸ 67 ຕື້ USD ເພີ່ມ​ຂຶ້ນ 8,9%.

ຫວຽດ​ນາມ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ລະ​ຫວ່າງ ອາ​ຊຽນ - ສ​ປ​ຊ

ຍ​ສໝ - ນີ້​ແມ່ນກອງ​ປະ​ຊຸມ​ນັດ​ສະ​ມັນ​ຂັ້ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລະ​ຫວ່າງ ອາ​ຊຽນ ກັບ ສ​ປ​ຊ ເພື່ອ​ແນ​ໃສ່​ກວດ​ກາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ໃນ​ຂອບ​ເຂດ​ແຜນ​ການ​ກະ​ທຳ ອາ​ຊຽນ - ສ​ປ​ຊ ໄລ​ຍະ 2016 – 2020.

ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ

ຍ​ສ​ໝ - ທ່ານ Alexander Ivanov ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ​ປະ​ຈຳ ອາ​ຊຽນໃຫ້​ຮູ້​ວ່າ ບັນ​ຫາ​ຮີບ​ດ່ວນ​ທີ່​ສຸດ​ໄດ້​ຮັບ​ການ​ຄວາມ​ສົນ​ໃຈ​ຢູ່ກອງ​ປະ​ຊຸມ​ແມ່ນ​ບັ້ນ​ຕໍ່​ສ​ູ້​ລວມ​ຕ້ານ​ໂລກ​ລະ​ບາດ Covid – 19 ແລະ ບັນ​ດາ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ ສັງ​ຄົມ​ມາ​ຈາກ​ໂລກ​ລະ​ບາດ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.