ສະຫຼອງວັນເດັກນ້ອຍສາກົນ ດ້ວຍຫຼາຍກິດຈະກຳ

13:37 | 30/05/2019

ຫໍ­ສະ­ໝຸດນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ (1 ມິ­ຖຸ­ນາ) ຂຶ້ນ​ວັນ​ທີ 29 ພຶດ­ສະ­ພາ 2019 ຢູ່​ຫໍ­ສະ­ໝຸດ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ນວ ທ່ານ ແກ້ວ​ວິ­ໄລ​ສັກ ແສນ​ສັກ­ດາ ຜູ້­ອຳ­ນວຍ­ການ​ຫໍ­ສະ­ໝຸດ ນວ ພ້ອມ​ດ້ວຍ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ຂະ­ແໜງ ກອງ​ວິ­ຊາ​ການ ຜູ້​ປົກ­ຄອງ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ.

ສະຫຼອງວັນເດັກນ້ອຍສາກົນ ດ້ວຍຫຼາຍກິດຈະກຳ

​ພິ­ທີ​ສະ­ເຫຼີມ­ສະ­ຫຼອງ​ວັນ­ເດັກ­ນ້ອຍ​ສາ­ກົນ.(ພາບ:vientianemai.net)

ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ກ່າວ​ວ່າ: ວັນ­ເດັກ­ນ້ອຍ​ສາ­ກົນທີ່​ຕິດ​ພັນ​ກັບ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດເປັນ​ວັນ​ທີ່​ມີ​ຄວາມ​ສຳ­ຄັນເພື່ອ​ເຮັດ​ໃຫ້​ອະ­ນຸ­ຊົນ ເຍົາ­ວະ​ຊົນ ນັກ­ຮຽນ ນັກ​ສຶກ​ສາ ໄດ້​ເຂົ້າ­ໃຈ​ຢ່າງ​ເລິກ­ເຊິ່ງ​ເຖິງ​ວັນ​ດັ່ງ­ກ່າວ, ເດັກນ້ອຍ​ແມ່ນ​ຜູ້​ສືບ​ທອດ​ອະ­ນາ­ຄົດ​ຂອງ​ປະ­ເທດ​ຊາດ ເດັກ­ນ້ອຍ​ວັນ​ນີ້​ຄື​ຜູ້​ໃຫຍ່​ໃນ​ວັນ​ໜ້າ ເປັນ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ທີ່​ພັດ­ທະ­ນາ​ປະ­ເທດ​ຊາດ​ໃນ​ອະ­ນາ­ຄົດ ເດັກ​ຈະ​ເປັນ​ເດັກ​ທີ່​ມີ​ລະ­ບຽບ​ວິ­ໄນ ເປັນ​ຄົນ­ຮູ້​ຜູ້­ດີ​ໃນ​ສັງ­ຄົມ ກໍ​ຍ້ອນ​ຄອບ­ຄົວ ຜູ້​ປົກ­ຄອງ ເອົາ­ໃຈ­ໃສ່​ເບິ່ງ­ແຍງ​ດູ​ແລ ແລະ ເປັນ​ແບບ­ຢ່າງ​ທີ່​ດີ​ໃຫ້​ເຂົາ­ເຈົ້າ ເຊິ່ງ​ຍາມ​ໃດ​ພັກ-ລັດ ກໍ​ໄດ້​ໃຫ້​ຄວາມ​ສຳ­ຄັນຕໍ່​ເດັກ­ນ້ອຍ​ໃຫ້​ເຂົາ­ເຈົ້າ​ໄດ້​ມີ​ໂອ­ກາດ​ສຶກ​ສາ​ຮ່ຳ­ຮຽນ ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ຕ່າງໆ​ທີ່​ສໍາຄັນ ຊຸກ­ຍູ້-ສົ່ງ­ເສີມ​ເຂົາ­ເຈົ້າ​ໃຫ້​ໄດ້​ເປີດ​ກວ້າງ​ມີ​ສ່ວນ​ຮ່ວມ​ໃນ​ສັງ­ຄົມ.

ສຳ­ລັບ​ການ​ສະ­ເຫຼີມ­ສະ­ຫຼອງ​ຄັ້ງ​ນີ້ ຫໍ­ສະ­ໝຸດ ນວ ໄດ້​ຈັດ​ຫຼາຍ​ກິດ­ຈະ­ກຳ ເປັນ­ຕົ້ນ ກິດ­ຈະ­ກຳ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ ການ­ສະ­ແດງ​ສິ­ລະ​ປະ ເລົ່າ​ນິ­ທານ ຫຼິ້ນ​ເກມ​ມ່ວນ­ຊື່ນ ຈັບ​ສະ­ຫຼາກ​ຮັບ​ລາ­ງວັນ ແລະ ແຈກ​ຢາຍ​ຂອງ­ຂວັນ ເຊິ່ງ​ກິດ­ຈະ­ກຳ​ດັ່ງ­ກ່າວ ເປັນ​ການ​ສົ່ງ­ເສີມ​ໃຫ້​ເດັກ​ກ້າ​ສະ­ແດງ​ອອກ ພັດ­ທະ­ນາ​ຄວາມ​ຮູ້-ຄວາມ​ສາ­ມາດ ຕິດ​ພັນ​ກັບ​ການ​ສົ່ງ­ເສີມ​ການ​ອ່ານ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.