ປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການສຶກສາສຳລັບຜູ້ໃຫຍ່

14:45 | 07/06/2019

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຫ້ອງການປະຈຳພາກພື້ນ ຂອງສະມາຄົມການສຶກສາຜູ້ໃຫຍ່ ຂອງເຢຍລະມັນ (DVV International) ໄດ້ຈັດກອງ ປະຊຸມປຶກສາຫາລື, ແລກ ປ່ຽນບົດຮຽນ ກ່ຽວກັບການສຶກສາ ສຳລັບຜູ້ໃຫຍ່ ໃນພາກພື້ນອາຊຽນ ຂຶ້ນໃນວັນທີ 6 ມິຖຸນາ 2019 ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ສິສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການສຶກສາສຳລັບຜູ້ໃຫຍ່

ກອງ ປະຊຸມປຶກສາຫາລື, ແລກ ປ່ຽນບົດຮຽນ ກ່ຽວກັບການສຶກສາ ສຳລັບຜູ້ໃຫຍ່ ໃນພາກພື້ນອາຊຽນ. (​ພາບ: ຂັນໄຊ)

ໂອກາດດັ່ງກ່າວ, ທ່ານ ຄຳຜາຍ ສິສະຫວັນ ແຈ້ງໃຫ້ຮູ້ວ່າ: ການຈັດເວທີ ປຶກສາຫາລື ໃນຄັ້ງນີ້, ຈະເປັນການ ປະກອບສ່ວນ ເຮັດໃຫ້ບັນຫາ ດ້ານການສຶກສາ ສຳລັບຜູ້ໃຫຍ່ ຢູ່ ສປປ ລາວ ໄດ້ຮັບການພັດທະນາ ແລະ ໄດ້ຮັບ ການສຶກສາ ທີ່ມີຄຸນນະພາບ, ເຊິ່ງການສຶກສາ ສຳລັບຜູ້ໃຫຍ່ ເປັນພາກສ່ວນໜຶ່ງ ທີ່ນອນໃນລະບົບ ການສຶກສາແຫ່ງຊາດ ຂອງແຕ່ລະປະເທດ ນັບແຕ່ຊັ້ນອະນຸບານ ຈົນເຖິງມະຫາ ວິທະຍາໄລ ແຕ່ວ່າບົດບາດ ຂອງການ ສຶກສາ ສຳລັບຜູ້ໃຫຍ່ ສ່ວນຫລາຍ ແມ່ນການສຶກສາ ນອກໂຮງຮຽນ ເຊິ່ງເດັກນ້ອຍ ແລະ ຜູ້ໃຫຍ່ ທີ່ປະລະການຮຽນ ຈະລະດົມໃຫ້ ເຂົ້າມາສຶກສາ ຮໍ່າຮຽນ ໃຫ້ຈົບຊັ້ນ ປະຖົມສຶກສາ, ມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍ. ຢ່າງໃດ ກໍ່ຕາມ, ແຕ່ນີ້ຮອດປີ 2030 ພົນລະເມືອງ ນັບແຕ່ອາຍຸ 15-35 ປີ ຕ້ອງຈົບຊັ້ນມັດທະຍົມຕອນປາຍ. ໄລຍະຜ່ານມາ ສປປ ລາວ ກໍໄດ້ປະກາດ ຈົບຊັ້ນປະຖົມສຶກສາ ທົ່ວປະເທດ ແລະ ພ້ອມດຳເນີນຈັດຕັ້ງປະຕິບັດ ແກ້ໄຂລົບລ້າງ ໄພກືກໜັງສື ແນໃສ່ເຮັດໃຫ້ ພົນລະເມືອງລາວ ໄດ້ຈົບການສຶກສາ ຊັ້ນມັດທະຍົມ ຕອນຕົ້ນ, ຕອນປາຍ ແລະ ອື່ນໆ.

ການສຶກສາ ສຳລັບຜູ້ໃຫຍ່ ຍັງຂາດຄວາມເອົາໃຈໃສ່ ຈາກລັດຖະບານ ແລະ ທົ່ວໂລກ, ເຊິ່ງເກີດຈາກ ຫລາຍປັດໄຈ ເຊັ່ນ: ການສຶກສາ ຂອງຜູ້ໃຫຍ່ ເປັນແນວຄິດ ທີ່ສະຫລັບຊັບຊ້ອນ ແລະ ຍາກຕໍ່ການອະທີບາຍ ຊີ້ແຈງຄວາມໝາຍ, ສະນັ້ນຈຶ່ງເປັນເຫດຜົນໜຶ່ງ ທີ່ບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີຄວນ ໂດຍມີບົດວິໄຈຢ່າງໜຶ່ງເວົ້າວ່າ: ສຽງສ່ວນໃຫຍ່ ຂອງຜູ້ປົກຄອງເຫັນວ່າ ການສຶກສາຂອງເດັກນ້ອຍ (ສາຍສາມັນ) ແມ່ນສຳຄັນ ກວ່າການສຶກສາ ຂອງຜູ້ໃຫຍ່ ເພາະພວກເຂົາຄິດວ່າ ການສຶກສາ ໃນໄວເດັກ ແມ່ນມີຄວາມກ້າວໜ້າ ແລະ ຄວາມອາດສາມາດ ໄປໄດ້ໄກກວ່າ ແຕ່ເຖິງຢ່າງໃດກໍຕາມ ຍັງມີບາງອົງ ການໃນທົ່ວໂລກ ສະໜັບສະໜູນ ການສຶກສາ ນອກໂຮງຮຽນ ເຫັນໄດ້ເຖິງ ຄວາມສຳຄັນຕ່າງໆ ແລະ ໂອກາດ ໃນການຮຽນຮູ້ ຂອງທຸກລະດັບ.

(ແຫຼ່ງ​ຂໍ້​ມູນ​: ກິດຕ/ຂ​ປ​ລ)

ເຫດການ
302 Found

Found

The document has moved here.