ກອງປະຊຸມເຈົ້າໜ້າທີ່ອະວຸໂສເສດຖະກິດອາຊຽນປຶກສາຫາລືກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ

00:54 | 13/05/2019

ຕາມຂ່າວຈາກກະຊວງການຄ້າໄທແຈ້ງໃຫ້ຮູ້ວ່າ, ກອງປະຊຸມເຈົ້າໜ້າທີ່ອະວຸໂສເສດຖະກິດອາຊຽນຈະໄດ້ຈັດຂຶ້ນລະຫວ່າງ ວັນທີ 12-18 ເດືອນມັງກອນ ປີ 2019 ຈະສຸມໃສ່ປຶກສາຫາລືກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າໂດຍຜ່ານບັນດາມາດຕະການ ເຊັ່ນ: ລະບົບເອເລັກໂຕຣນິກດ່ານພາສີອາກອນຢູ່ 10 ປະເທດສະມາຊິກ ແລະ ອະນຸຍາດໃຫ້ຢັ້ງຢືນແຫຼ່ງຜະລິດຕະພັນເພື່ອຫຼຸດລາຍຈ່າຍ ແລະ ເວລາສົ່ງອອກສິນຄ້າ.

ກອງປະຊຸມເຈົ້າໜ້າທີ່ອະວຸໂສເສດຖະກິດອາຊຽນປຶກສາຫາລືກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ

ກອງ​ປະຊຸມ​ເຈົ້າໜ້າທີ່ອະວຸໂສ​ເສດຖະກິດ​ອາ​ຊຽນປຶກສາຫາລືກ່ຽວກັບວຽກງານສ້າງຄວາມສະດວກໃຫ້ແກ່ການຄ້າ.

ທ່ານ ນາງ ອໍ​ຣາ​ມອນ ຊັບ​ທະ​ວີ​ທໍາ ຫົວໜ້າ​ກົມເຈລຈາ​ດ້ານ​ການ​ຄ້າ​ໄທ, ກະຊວງການ​ຄ້າ​ໄທໃຫ້​ຮູ້​ວ່າ: ກະຊວງການ​ຄ້າ​ໄທ​ກຳ​ລັງ​ຮີບ​ຮ້ອນ​ສ້າງ​ສຳເລັດ​ບັນດາ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ດັ່ງກ່າວ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ບາງກອກ ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາການເຄື່ອນໄຫວ​ເປີດ​ສາກ​ປີ​ທີ່​ໄທ​ເປັນ​ປະທານ​ອາ​ຊຽນ 2019. ທ່ານ ນາງ ອໍ​ຣາ​ມອນ ຊັບ​ທະ​ວີ​ທໍາ ໃຫ້​ຮູ້​ອີກ​ວ່າ: ກອງ​ປະຊຸມຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ປະຕິວັດ​ອຸດ​ສາ​ຫະ​ກໍາ​ຄັ້ງ​ທີ 4 (4.0) ແລະ ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຄູ່ຮ່ວມ​ເສດຖະກິດ​ຮອບດ້ານ​ຂອງ​ພາກ​ພື້ນ (RCEP) ຢູ່​ບາ​ຫຼີ, ປະເທດອິນ​ໂດ​ເນ​ເຊຍ. ເພື່ອ​ເຮັດ​ໃຫ້​ພາກ​ພື້ນ​ອາ​ຊຽນກາຍເປັນ​ຄູ່​ຮ່ວມ​ການ​ຄ້າ​ອັນ​ດັບ 1 ຂອງ​ໄທ ຊຶ່ງ​ກວມ 22,7% ຂອງ​ລວມຍອດການ​ຄ້າຂອງໄທ. ກະຊວງ​ການ​ຄ້າ​ໄທຈະ​ສຸມ​ໃສ່ໃນການ​ຫຼຸດຜ່ອນ​ບັນດາ​ສິ່ງ​ກີດຂວາງເພື່ອ​ຊຸກຍູ້ການເຄື່ອນໄຫວ​ທາງ​ການ​ຄ້າ ແລະ ຊ່ວຍ​ໜູນ​ບັນດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະເທດ​ຮັບ​ມື​ກັບສິ່ງທ້າທາຍໃໝ່.

ຜູ້ຕາງໜ້າ​ກະຊວງ​ການ​ຄ້າ​ໄທໃຫ້​ຮູ້​ວ່າ: ຕ້ອງ​ມີ​ວິທີ​ແນະ​ນໍາ​ໃຫ້​ແກ່​ບັນດາມາດ​ຕະການ​ປອດ​ພາສີ (NTM) ຂອງ​ອາ​ຊຽນເພື່ອ​ຫຼຸດຜ່ອນ​ບັນດາ​ສິ່ງ​ກີດຂວາງ​ທາງດ້ານ​ການ​ຄ້າ, ປະຕິບັດຕາມ​ບັນດາ​ຫຼັກການ​ທີ່​ຄ່ອງແຄ້ວ ແລະ ບໍ່​ຈໍາ​ແນກ, ກ່ອນ​ອື່ນ​ໝົດແມ່ນ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮັບ​ຮູ້​ຊຶ່ງ​ກັນ ແລະ ກັນ (MRA) ໃນ​ຂົງເຂດ​ລົດຍົນເພື່ອ​ເຮັດ​ໃຫ້ບັນດາ​ຂໍ້​ຕົກລົງ​ໄດ້​ເຊັນ​ຮັບຮອງ​ພາຍ​ໃນ​ປີ​ນີ້. ນອກຈາກ​ນັ້ນ, ໄທ ຕ້ອງການ​ຊຸກຍູ້​ໃຫ້​ສໍາ​ເລັດ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ໃນ ​ປີ 2019.

ກ່ຽວ​ກັບ​ສັນຍາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ແລະ ຄວາມ​ກ້າວໜ້າ​ປາ​ຊີ​ຟິກ (CPTPP), ທ່ານ ນາງ ອໍ​ຣາ​ມອນຊັບ​ທະ​ວີ​ທໍາ ກໍ່ໃຫ້ຮູ້ຕື່ມອີກວ່າ: ໄທ​ກໍາລັງ​ກະກຽມ​ເຂົ້າ​ຮ່ວມ CPTPP ພາຍຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້​ງສໍາ​ເລັດ.
ກ່ອນນັ້ນ, ໃນເດືອນທັນວາ ປີ 2018, ຮອງນາຍົກລັດຖະມົນຕີທີ່ຮັບຜິດຊອບດ້ານເສດຖະກິດ ສົມກິດ ຈາດຕູລີປີຕາກ ກ່າວວ່າໄທຈະບໍ່ເຂົ້າຮ່ວມ CPTPP ໃນໄລຍະລັດຖະບານນີ້, ຍ້ອນວ່າບໍ່ມີເວລາພຽງພໍໃນການກະກຽມ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.