ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ)

09:07 | 24/10/2021

ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ.

ສະພາແຫ່ງຊາດ ລາວຮັບຮອງຮ່າງກົດໝາຍຫລັກຊັບ ສະບັບປັບປຸງ ສະພາແຫ່ງຊາດ ລາວຮັບຮອງຮ່າງກົດໝາຍຫລັກຊັບ ສະບັບປັບປຸງ
ສະພາແຫ່ງຊາດ ລາວ  ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ, ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ສະພາແຫ່ງຊາດ ລາວ ຮັບຮອງເອົາກົດໝາຍວ່າດ້ວຍຮູບເງົາ, ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ (ພາບ: TTXVN)
ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ (ພາບ: TTXVN)

ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີຂຶ້ນລາຍງານໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ).

ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ) ບັນດາສະມາຊິກສະພາແຫ່ງຊາດສະເໜີວ່າ ຄວນຮັບຮູ້ຮູບເງົາພາຍໃຕ້ມູມມອງທັງແມ່ນຂະແໜງສິລະປະທີ່ມີຫົວຄິດປະດິດສ້າງ, ທັງແມ່ນຂະແໜງເສດຖະກິດ. ບັນຫາຮູບເງົາແຜ່ຫຼາຍໃນອິນເຕີແນັດໄດ້ຮັບຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດຫຼາຍທ່ານ. ທ່ານນາງ ຫງວຽນທິກິມແອັງ, ສະມາຊິກສະພາແຫ່ງຊາດແຂວງ ບັກນິງ, ສະເໜີວ່າ:

“ໃນຕົວຈິງຮູບເງົາໃນອິນເຕີແນັດແມ່ນມີຫຼາຍເປັນສິບ, ເປັນຮ້ອຍເລື່ອງຕໍ່ວັນ ເຮັດໃຫ້ເກີນຄວາມສາມາດໃຫ້ແກ່ສະພາປະເມີນຜົນ. ໜ້າທີ່ຄວາມຮັບຜິດຊອບຂອງສະພາປະເມີນຜົນແມ່ນສະເໜີໃຫ້ກຳນົດໜ້າທີ່ຄວາມຮັບຜິດຊອບຂອງສ່ວນບຸກຄົນ, ນັກຄຸ້ມຄອງໃຫ້ຈະແຈ້ງ. ສ່ວນສະພາປະເມີນຜົນມີແຕ່ຮັບຜິດຊອບລວມ.” ແລະກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມກັບຄວາມຈຳເປັນຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການແຂ່ງຂັນຍ້ອງຍໍ.

ຕອນບ່າຍ, ສະພາແຫ່ງຊາດໄດ້ປຶກສາຫາລືແບບທາງໄກ ກ່ຽວກັບບົດລາຍງານວຽກງານຂອງປະທານສານປະຊາຊົນສູງສຸດ. ໂດຍສືບຕໍ່ລາຍການເຮັດວຽກ, ວັນທີ 23 ຕຸລາ, ສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານກ່ຽວກັບການເຄື່ອນໄຫວຍຸຕິທຳປີ 2021, ບົດລາຍງານກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການກະທຳລະເມີດກົດໝາຍປີ 2021, ບົດລາຍງານວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2021…

vovworld.vn

ເຫດການ
302 Found

Found

The document has moved here.