ເວທີປຶກສາຫາລື ໂປອາວ ປະຈຳປີ 2019 ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ

00:54 | 15/05/2019

ວັນ​ທີ 28 ມີ­ນາ 2019 ພະ­ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ພ້ອມ​ຄະ­ນະ ໄດ້​ເດີນ­ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ເວ­ທີ​ປືກ​ສາ​ຫາ­ລື ໂປ​ອາວ ເພື່ອ​ອາ­ຊີ ປະ­ຈຳ​ປີ 2019 (Boao Forum for Asia Annual Conference 2019) ໃນ​ຫົວ­ຂໍ້ “ຮ່ວມ​ອະ­ນາ­ຄົດ ຮ່ວມ​ແຮງ​ຮ່ວມ​ໃຈ ແລະ ຮ່ວມ​ກັນ​ພັດ­ທະ­ນາ” ໂດຍ​ແມ່ນ​ພະ­ນະ​ທ່ານ ຫຼີ່ ເຄີ້​ສຽງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປ ຈີນ.

ເວທີປຶກສາຫາລື ໂປອາວ ປະຈຳປີ 2019 ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ

ເວທີປຶກສາຫາລື ໂປອາວ ປະຈຳປີ 2019 ຮ່ວມອະນາຄົດ ຮ່ວມແຮງຮ່ວມໃຈ ແລະ ຮ່ວມກັນພັດທະນາ

ພະ­ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປປ ລາວ ພ້ອມ​ຄະ­ນະ ໄດ້​ເດີນ­ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວ­ທີ​ປືກ​ສາ​ຫາ­ລື ໂປ​ອາວ ເພື່ອ​ອາ­ຊີ ປະ­ຈຳ​ປີ 2019 (Boao Forum for Asia Annual Conference 2019) ໃນ​ຫົວ­ຂໍ້ “ຮ່ວມ​ອະ­ນາ­ຄົດ ຮ່ວມ​ແຮງ​ຮ່ວມ​ໃຈ ແລະ ຮ່ວມ​ກັນ​ພັດ­ທະ­ນາ” ໂດຍ​ແມ່ນ​ພະ­ນະ​ທ່ານ ຫຼີ່ ເຄີ້​ສຽງ ນາ­ຍົກ­ລັດ­ຖະ­ມົນ­ຕີ ແຫ່ງ ສປ ຈີນ ໄດ້​ໃຫ້​ກຽດ​ເປັນ​ປະ­ທານ​ກ່າວ​ເປີດ​ກອງ​ປະ­ຊຸມ​ຢ່າງ​ເປັນ​ທາງ​ການ ແລະ ມີ​ບັນ­ດາ​ຜູ້ນຳ​ຂັ້ນ​ສູງ ອະ­ດີດ​ຜູ້­ນຳ​ຈາກ​ຫຼາຍ​ປະ­ເທດ ນັກ​ຄົ້ນ­ຄວ້າ​ຄັງ​ປັນ­ຍາ​ທີ່​ມີ​ຊື່​ສຽງ ລວມ​ທັງ​ນັກ­ທຸ­ລະ­ກິດ ນັກ​ລົງ­ທຶນ ຈາກ​ພາກ​ພື້ນ​ອາ­ຊີ ເອີ​ຣົບ ແລະ ອື່ນໆ ກໍ​ໄດ້​ເຂົ້າ​ຮ່ວມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ.

ໃນ​ພິ­ທີ​ເປີດ​ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ໂປ​ອາວ ເພື່ອ​ອາ­ຊີ 2019 ຄັ້ງ​ນີ້ ພະ­ນະ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທອງ​ລຸນ ສີ​ສຸ​ລິດ ໄດ້​ຂຶ້ນ​ມີ​ຄຳ​ເຫັນ​ໃນ​ພິ­ທີ​ເປີດ​ກອງ​ປະ­ຊຸມ ໂດຍ​ທ່ານ​ໄດ້​ຢ້ຳ​ຄືນ​ເຖີງ​ປະ­ຫວັດ ຄວາມ​ເປັນ​ມາ​ຂອງ​ກອງ​ປະ­ຊຸມ “ເວທີປຶກ­ສາ​ຫາ­ລື​ໂປ​ອາວ ເພື່ອ​ອາ­ຊີ” ຊຶ່ງ​ໄດ້​ຖືກ​ສ້າງ­ຕັ້ງ​ຂຶ້ນ​ມາ​ໄດ້ 18 ປີ​ແລ້ວ ທີ່​ໄດ້​ເຫັນ​ວ່າ​ເວ­ທີ​ດັ່ງ­ກ່າວ​ເປັນ​ເວ­ທີ​ໜຶ່ງ​ທີ່​ສຳ­ຄັນ ທີ່​ສາ­ມາດ​ເປີດ​ກວ້າງ​ໃຫ້​ແກ່​ຜູ້­ນຳ​ລະ­ດັບ​ຕ່າງໆ​ຂອງ​ທຸກ​ປະ­ເທດ​ໃນ​ໂລກ ໄດ້​ເຂົ້າ​ມາ​ສະ­ແດງ​ວິ­ໄສ​ທັດ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຊຶ່ງ​ກັນ ແລະ ກັນ ຢ່າງ​ກວ້າງ­ຂວາງ ເພື່ອ​ເປີດ​ໂອ­ກາດ​ໃຫ້​ມີ​ການ​ແລກ­ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ທີ່​ສຳ­ຄັນ ໃນ​ລັກ­ສະ­ນະ​ນີ້​ທີ່​ຈະ​ນຳ­ໄປ​ສູ່​ການ​ຮຽນ​ຮູ້​ຊຶ່ງ​ກັນ ແລະ ກັນ ໂດຍ​ມີ​ຈຸດ­ປະ­ສົງ​ເພື່ອ​ການ​ຊຸກ­ຍູ້​ກົນ​ໄກ​ຕ່າງໆ ທາງ​ດ້ານ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ­ຊີ ແລະ ໃນ​ໂລກ​ໃຫ້​ມີ​ປະ­ສິດທິພາບ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ດຽວ​ກັນ​ນີ້ ຍັງ​ເປັນ​ເວ­ທີ​ການ​ປຶກ­ສາ​ຫາ­ລື​ການ​ເຊື່ອມ​ໂຍງ-ເຊື່ອມ​ຈອດ​ຂອງ​ທະ­ວີບ­ອາ­ຊີ ໄປ​ເຖິງ​ທະ­ວີບ​ອື່ນໆ ຊຶ່ງ​ຜົນ​ຂອງ​ການ​ປຶກ­ສາ​ຫາ­ລື​ຢູ່​ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ເປັນ​ການ​ນຳ​ເອົາ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ມາ­ສູ່​ປະ­ຊາ­ຊົນ​ໃນ​ພາກ​ພື້ນ ກໍ​ຄື​ໃນ​ໂລກ ເປັນ­ຕົ້ນ​ແມ່ນ ດ້ານ​ການເມືອງ-ຄວາມ​ໝັ້ນ­ຄົງ ການ​ຮ່ວມ​ມື​ທາງ​ດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ການ​ພົວພັນ​ທາງ​ດ້ານ​ວັດ­ທະ­ນະ­ທຳ-ສັງ­ຄົມ ເພື່ອ​ໃຫ້​ມີ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ແລະ ເພີ່ມ​ທະ­ວີ​ການ​ພົວ­ພັນ​ການ​ທູດ ການ​ໄປ­ມາ­ຫາ­ສູ່​ລະ­ຫວ່າງ​ປະ­ຊາ­ຊົນ​ກັບ​ປະ­ຊາ­ຊົນ​ດ້ວຍ​ກັນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.