ອາຊຽນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອຮັບມືກັບໂລກລະບາດ

09:00 | 11/09/2020

“ອາຊຽນ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບບັນດາປະເທດຄູ່ຮ່ວມມືກ່ວາອີກ ເພື່ອຮັບມືກັບໂລກລະບາດໂຄວິດ-19; ພ້ອມທັງແກ້ໄຂບັນດາຄວາມແຕກໂຕນກັນ ແລະ ການຂັດແຍ້ງກັນ ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982”. 

ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020
ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ
ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ+3 ຄັ້ງທີ 21 (ພາບ: VGP)

ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢູ່ບັນດາກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ, ອາຊຽນ +3 (ສ.ເກົາຫຼີ, ຈີນ ແລະ ຍີ່ປຸ່ນ) ຄັ້ງທີ 21, ອາຊຽນ - ຍີ່ປຸ່ນ ແລະ ອາຊຽນ - ສ.ເກົາຫຼີ ທີ່ດຳເນີນໃນຕອນຄ່ຳວັນທີ 9 ກັນຍາ.

ທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສະເໜີໃຫ້ບັນດາປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ສືບຕໍ່ສະໜັບສະໜູນ, ເຂົ້າຮ່ວມບັນດາຂໍ້ລິເລີ່ມຂອງ ອາຊຽນ ກ່ຽວກັບການຮັບມືກັບໂຄວິດ-19.

ກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ໄດ້ແບ່ງປັນທັດສະນະລວມກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນໃນພາກພື້ນ, ໃນນັ້ນ ມີທະເລຕາເວັນອອກ, ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ສະເໜີໃຫ້ບັນດາຝ່າຍ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ພາຍຫລັງຖືກຕັດຕອນມາໄດ້ໄລຍະໜຶ່ງ ຍ້ອນໂລກລະບາດໂຄວິດ-19.

ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ ຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ວັນທີ 10 ກັນຍາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ເຂົ້າສູ່ມື້ເຮັດວຽກທີ 2 ດ້ວຍບັນດາເນື້ອໃນທີ່ສຳຄັນຫຼາຍຢ່າງ.

ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ສະເໜີໃຫ້ບັນດາຝ່າຍ ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ເຊື່ອມຕໍ່ຄືນໃໝ່ບັນດາການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ພາຍຫລັງຖືກຕັດຕອນມາໄດ້ໄລຍະໜຶ່ງ ຍ້ອນໂລກລະບາດໂຄວິດ-19.

ອາຊຽນ ປາດຖະໜາຢາກຊ ກຍ ການຮ ວມມ ກ ບບ ນດາຄ ຮ ວມມ ເພ ອຮ ບມ ກ ບໂລກລະບາດ ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025

ໃນປະຫວັດສາດ 53 ປີທີ່ຍືນຍົງຄົງຕົວ ແລະ ພັດທະນາຂອງ ອາຊຽນ, ເປັນຄັ້ງທຳອິດທີ່ ອາຊຽນ ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຢ່າງຮ້າຍແຮງຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກນັ້ນ ຫວຽດນາມ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດນຳໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງປະເທດປະທານໝູນວຽນໃນປີ 2020 ນີ້.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.