ເຢຍລະມັນ ຈະປະຕິບັດການໜູນຊ່ວຍ ສຳຫຼັບກຳມະກອນຕັດຫຍິບຂອງຫວຽດນາມ

15:39 | 10/09/2020

ຍສໝ - ກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາຂອງປະເທດເຢຍລະມັນ (BMZ) ປະກາດວ່າ ປະເທດເຢຍລະມັນ ຈະໃຫ້ການສະໜັບສະໜູນສຳຫຼັບກຳມະກອນຕຳ່ແຜ່ນຕັດຫຍິບ ຈຳນວນປະມານ 2 ລ້ານຄົນໃນ 7 ປະເທດ (ລວມທັງຫວຽດນາມ, ບັງກະລາເທດ, ອິນໂດເນເຊຍ, ກຳປູເຈຍ, ລາວ, ເອທິໂອເປຍ ແລະ Madagascar) ເພື່ອຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງ COVID-19.

ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19
ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ຊຸດສະໜັບສະໜູນຂອງເຢຍລະມັນ ແມ່ນໄດ້ຈັດຕັ້ງປະຕິບັດພາຍໃຕ້ຂອບຂອງໂຄງການຊ່ວຍເຫລືອສຸກເສີນຍ້ອນຜົນກະທົບຂອງ COVID-19 ໂດຍກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາຂອງປະເທດເຢຍລະມັນ BMZ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບພື້ນຖານໂຄງລ່າງດ້ານການແພດ, ປັບປຸງສະພາບຄວາມປອດໄພດ້ານອາຫານ ແລະ ສົ່ງເສີມມາດຕະການຄວາມຮັບປະກັນວຽກເຮັດງານທຳ ໃນບັນດາປະເທດກຳລັງພັດທະນາ.

ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ
ຜະລິດຕະພັນຕັດຫຍິບ (ພາບ: TTXVN)

ດ້ວຍຄວາມເຫັນດີເຫັນພ້ອມຂອງກະຊວງແຮງງານ ແລະ ສັງຄົມສະຫະພັນເຢຍລະມັນ (BMAS), ອົງການແຮງງານສາກົນ (ILO) ໄດ້ຮັບອະນຸຍາດໃຫ້ຈັດຕັ້ງປະຕິບັດແຜນການໜູນຊ່ວຍ ໃຫ້ແກ່ຂະແໜງຕຳແຜ່ນຕັດຫຍິບ ເຊິ່ງເປັນບົດບາດສຳຄັນຕໍ່ພື້ນຖານເສດຖະກິດໃນ 7 ປະເທດທີ່ໄດ້ຮັບຜົນກະທົບເປັນພິເສດຍ້ອນການລະບາດຂອງ COVID-19, ກໍ່ຄືນຳໃຊ້ມາດຕະການຕ່າງໆ ເພື່ອຊ່ວຍໃຫ້ພະນັກງານກຳມະກອນໄດ້ຮັບການປົກປ້ອງທີ່ດີຂື້ນ ຕໍ່ໜ້າການລະບາດພະຍາດທີ່ອັນຕະລາຍນີ້.

ອີງຕາມທ່ານ Gerd Müller - ລັດຖະມົນຕີກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາຂອງປະເທດເຢຍລະມັນ, ພະຍາດ COVID-19 ກຳລັງມີຜົນກະທົບທີ່ຮ້າຍແຮງໂດຍສະເພາະ ໃນບັນດາປະເທດທີ່ທຸກຍາກ. ຕ່ອງໂສ້ການສະໜອງທົ່ວໂລກ ຖືກທັບມ້າງ , ບັນດາສັນຍາຖືກທຳລາຍ ແລະ ປະຊາຊົນຫຼາຍລ້ານຄົນໄດ້ສູນເສຍ, ບໍ່ມີວຽກເຮັດງານທຳ; ໃນນັ້ນຂະແໜງຕຳແຜ່ນຕັດຫຍິບ ໄດ້ຮັບຜົນກະທົບຢ່າງໜັກ.

ຈາກຄວາມເປັນຈິງດັ່ງກ່າວ, ລັດຖະບານເຢຍລະມັນ ຈະໃຊ້ງົບປະມານມີມູນຄ່າ 14,5 ລ້ານເອີໂຣ ເພື່ອສະໜັບສະໜູນ 7 ປະເທດທີ່ປະສົບກັບຄວາມຫຍຸ້ງຍາກໂດຍສະເພາະ ຍ້ອນຜົນກະທົບຂອງ COVID-19 ເພື່ອຊ່ວຍເຮັດໃຫ້ຂະແໜງຕຳແຜ່ນຕັດຫຍິບຢູ່ໃນບັນດາປະເທດເຫຼົ່ານີ້ໃຫ້ມີຄວາມໝັ້ນຄົງ, ໂດຍຜ່ານການສະໜັບສະໜູນໃຫ້ແກ່ 2 ລ້ານຄົນເຊິ່ງເປັນກຳມະກອນ, ຄົນງານກຳລັງເຮັດວຽກໃນຂະແໜງຕຳ່ແຜ່ນຕັດຫຍິບ.

ດ້ວຍໂຄງການສະໜັບສະໜູນນີ້, ບັນດາຄົນງານ, ກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກໂດຍສະເພາະ ແມ່ນຈະໄດ້ຮັບເງິນອຸດໜູນການຊຳລະສະສາງເປັນຄັ້ງດຽວ. ນອກຈາກນີ້, ເຢຍລະມັນ ຍັງຈະສະໜັບສະໜູນການຂະຫຍາຍຂອບເຂດການທົດສອບວິເຄາະການ​ຕິດ​ເຊື້ອ ເພື່ອປົກປ້ອງສຸຂະພາບຂອງຄົນງານ.

ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ ຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 900 ອັນ ເພື່ອຊ່ວຍເຫຼືອປະຊາຊົນນະຄອນ Berlin ຕ້ານ COVID-19

ຍສໝ - ເມື່ອບໍ່ດົນມານີ້, ຜູ້ຕາງໜ້າສະໂມສອນແມ່ຍິງ ນະຄອນ Dresden ແລະ ບໍລິເວນອ້ອມຂ້າງ (ເຢຍລະມັນ) ໄດ້ມອບຜ້າອັດປາກ 900 ອັນ ໃຫ້ອົງການຈັດຕັ້ງມະນຸດສະທຳ ຂອງໂບດ Evangelisch Clearingstelle ເພື່ອຕໍ່ສູ້ຕ້ານກັບ COVID-19.

ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ ນັກທຸລະກິດຫວຽດນາມມອບຜ້າອັດປາກ 300.000 ອັນ ໃຫ້ແກ່ປະຊາຊົນເຢຍລະມັນ

ຍສໝ - ເມື່ອການລະບາດຂອງ ພະຍາດ Covid-19 ເກີດຂື້ນຢູ່ຫວຽດນາມ, ເພື່ອຕອບສະໜອງຄຳຮຽກຮ້ອງຂອງລັດຖະບານ, ເພິ່ນໄດ້ປະກອບສ່ວນ 2 ຕື້ດົ່ງເພື່ອພ້ອມກັບປະຊາຊົນຫວຽດນາມຕໍ່ສູ້ກັບການລະບາດຂອງພະຍາດ Covid-19. ເປັນແບບຢ່າງຂອງຄວາມໃຈບຸນຂອງເພິ່ນໄດ້ຮັບການຍອມຮັບຈາກຜູ້ນຳ ແລະ ປະຊາຊົນຫວຽດນາມ.

ເຢຍລະມ ນ ຈະປະຕ ບ ດການໜ ນຊ ວຍ ສຳຫ ບກຳມະກອນຕ ດຫຍ ບຂອງຫວຽດນາມ ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.