ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

15:49 | 19/06/2020

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ
ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ໂຄງການປ້ອງກັນດິນຟ້າອາກາດດັ່ງກ່າວທີ່ໄດ້ຮັບການ ປະກອບສ່ວນ ຂອງລັດຖະບານ ເຢຍລະມັນ ໃນມູນຄ່າ 6,5 ລ້ານເອີໂຣ ແລະ ກອງທຶນດິນຟ້າອາກາດສີຂຽວ (GCF) ທີ່ມີມູນຄ່າ 16 ລ້ານກວ່າ ເອີໂຣ ເພື່ອແນໃສ່ຫລຸດຜ່ອນການ ປ່ອຍອາຍພິດເຮືອນແກ້ວ ຢູ່ ສປປ.ລາວ.

ທີ່ພິທີລົງນາມສັນຍາ, ທ່ານ ທອງພັດ ວົງມະນີ - ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ໂຄງການນີ້ ສະແດງເຖິງຄວາມມຸ່ງໝັ້ນ ການຮ່ວມມືສອງຝ່າຍລະຫວ່າງລາວ ແລະ ເຢຍລະມັນ, ເຊິ່ງນັບແຕ່ປີ 2009-2019 ເປັນຕົ້ນມາ ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງການ ສປປ.ລາວ ໄດ້ມີຄວາມຄືບໜ້າທີ່ເປັນຮູບປະທໍາ ເພື່ອກ້າວໄປສູ່ການ ບັນລຸເປົ້າໝາຍແຫ່ງ ການພັດທະນາແບບຍືນຍົງ, ໂດຍສະເພາະເປົ້າໝາຍທີ່ກ່ຽວຂ້ອງ ກັບການຫລຸດຜ່ອນ ການປ່ຽນແປງຂອງດິນຟ້າອາກາດ ດ້ວຍການຫລຸດການ ປ່ອຍອາຍພິດເຮືອນແກ້ວ ຈາກຂະແໜງການນຳໃຊ້ທີ່ດິນ ແລະ ປ່າໄມ້.

ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ
ເຢຍລະມັນ ສືບຕໍ່ສະໜັບສະໜູນປະເທດລາວ ໃນການວຽກງານຫລຸດຜ່ອນອາຍພິດເຮືອນແກ້ວ. (ພາບ: KPL)

ໂຄງການຈະຊ່ວຍຫລຸດຜ່ອນອາຍພິດດັ່ງກ່າວ, ໃນລະດັບ 5,6 ລ້ານໂຕນ ໃນໄລຍະການຈັດຕັ້ງປະຕິບັດໃນ 4 ປີ (ແຕ່ 2020-2024) ເຊິ່ງຈະສ້າງຜົນປະໂຫຍດແກ່ປະຊາຊົນ 355 ພັນກວ່າຄົນ ໃນ 3 ແຂວງພາກເໜືອຂອງລາວ ຄື: ແຂວງໄຊຍະບູລີ, ຫລວງພະບາງ ແລະ ແຂວງຫົວພັນ, ໂດຍການສົ່ງເສີມ ການຄຸ້ມຄອງປ່າໄມ້, ພູມິທັດ ແລະ ຊັບພະຍາກອນກະສິກຳແບບຍືນຍົງ ໂດຍໂຄງການຖືກປະຕິ ບັດຮ່ວມກັບອົງການ ຈີໄອແຊັດ ໃນນາມຕາງໜ້າໃຫ້ລັດຖະບານເຢຍລະມັນ.

ທ່ານເອກອັກຄະລັດຖະທູດ ເຢຍລະມັນປະຈໍາລາວ ກ່າວວ່າ: ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ລັດຖະບານລາວ ທີ່ໄດ້ສ້າງຄວາມຄືບໜ້າຫລາຍຢ່າງ ເພື່ອກ້າວໄປຫາເປົ້າໝາຍຍືນຍົງ, ດ້ວຍການເອົາໃຈໃສ່ປົກປັກຮັກສາດິນຟ້າອາກາດ ຜ່ານວຽກງານຄຸ້ມຄອງປ່າໄມ້ ແລະ ກະສິກຳແບບຍືນຍົງ ທີ່ ເຢຍລະມັນໃຫ້ການສະໜັບສະໜູນ, ໂຄງການຈະສືບຕໍ່ເສີມສ້າງຄວາມ ອາດສາມາດຂອງລັດຖະບານ, ພາກເອກະຊົນ ແລະ ຊຸມຊົນ ທີ່ອາໄສປ່າໄມ້ໃນ 3 ແຂວງ ເພື່ອຄຸ້ມຄອງປ່າໄມ້ໃນປະເທດ ໃຫ້ປົກຄຸມເພີ່ມຂຶ້ນ ແລະ ມີຄວາມຍືນຍົງຫລາຍຂຶ້ນ.

ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ ປະເທດລາວ: ສົ່ງມອບສະໜາມບິນທົ່ງໄຫຫີນ ແຂວງຊຽງຂວາງ ໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບໂດຍກົງ

ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.

ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ພ ທ ລ ງນາມສ ນຍາ ປະຕ ບ ດໂຄງການປ ອງກ ນດ ນຟ າອາກາດ ລະຫວ າງ ປະເທດເຢຍລະມ ນ ແລະ ລາວ ເສດຖະກິດຂອງລາວເຕີບໂຕ ຢູ່ໃນລະດັບຕໍ່າທີ່ສຸດພາຍໃນ 30 ປີ ຍ້ອນ Covid-19

ຍສໝ - ອີງຕາມບົດລາຍງານເສດຖະກິດໂລກ ຂອງ ທະນາຄານໂລກ ແລ້ວ, Covid-19 ໄດ້ສ້າງຜົນກະທົບຕໍ່ປະເທດລາວໃນຫລາຍໆດ້ານ, ລວມທັງການທ່ອງທ່ຽວ, ການຄ້າ, ການລົງທືນ, ລາຄາສິນຄ້າ, ອັດຕາແລກປ່ຽນ...

kpl.gov.la

ເຫດການ
302 Found

Found

The document has moved here.