ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19

09:15 | 05/08/2020

ຍສໝ - ເມື່ອບໍ່ດົນມານີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ  ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍ, ໄດ້ພ້ອມກັນຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19.

ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19 WHO ຍ້ອງ​ຍໍ​ຊົມ​ເຊີນ​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ
ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19 ຫວຽດນາມ ນຳສົ່ງພົນລະເມືອງຈຳນວນ 276 ຄົນ ຢູ່ ກູບາ ແລະ ເຢຍລະມັນ ກັບຄືນປະເທດຢ່າງປອດໄພ

ທ່ານ Michael Kretschmer - ເຈົ້າຄອງລັດ Sachsen, ສາທາລະນະລັດສະຫະພັນເຢຍລະມັນ ໄດ້ສົ່ງຈົດໝາຍຂອບໃຈ ທ່ານຫງວຽນຈີຢຸງ - ປະທານສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເຊິ່ງຮອງຮັບ ແລະ ໃຫ້ຂໍ້ສັງເກດວ່າການກະທຳເພື່ອຄວາມຍຸຕິ ທຳອັນສູງສົ່ງ ແລະ ຈົບງາມຂອງສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ສະໜັບສະໜູນຜ້າບັງປາກຂ້າເຊື້ອບັກເຕຮີ ເປັນຈຳນວນ 80.000 ແຜ່ນ ສຳລັບລັດ Sachsen ເພື່ອການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ໃນຈົດໝາຍສະແດງຄວາມຂອບໃຈ, ທ່ານ Michael Kretschmer ເຈົ້າຄອງລັດ Sachsen ໄດ້ຂຽນວ່າ: “ຄວາມຊ່ວຍເຫລືອທີ່ລ້ຳຄ່ານີ້ ໄດ້ສະແດງໃຫ້ເຫັນວ່າລັດ Sachsen ແລະ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ມີການພົວພັນກັນເລິກເຊິ່ງຫຼາຍຂື້ນໃນໄລຍະເກີດໂລກລະບາດ".

ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19
ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ຈັດຕັ້ງການມອບຂອງຂວັນເຊິ່ງເປັນຜ້າບັງປາກ ໃຫ້ສະຖານທູດເຢຍລະມັນປະຈຳຮ່າໂນ້ຍ. (ພາບ: thoidai)

ທ່ານ Michael Kretschmer ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ປະສົບການຂອງສອງປະເທດ ໃນການຕໍ່ສູ້ຕ້ານກັບ ໂລກລະບາດ ຈະຊ່ວຍເພີ່ມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ສ້າງກຳລັງໜູນໃໝ່ ໃຫ້ແກ່ການຮ່ວມມືສອງຝ່າຍທີ່ແໜ້ນແຟ້ນ ແລະ ໃກ້ຊິດກວ່າເກົ່າ. ບັນດາການະພະຍາຍາມ ແລະ ສະໜັບສະໜູນຂອງສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ແມ່ນແບບຢ່າງຂອງການຮ່ວມມືສາກົນ ໂດຍອີງໃສ່ການພົວພັນຄູ່ຮ່ວມມືຍຸດທະສາດໃນເວລາເກີດວິກິດການ.

ໃນໂອກາດນີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍເພື່ອຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19. ທ່ານ Michael Kretschmer ຢືນຢັນວ່າ ອຳນາດການປົກຄອງ ແລະ ປະຊາຊົນລັດ Sachsen ຈະມານະພະຍາຍາມຈົນສຸດຄວາມສາມາດ ເພື່ອໜູນຊ່ວຍຫວຽດນາມໃນສະພາວະສຸກເສີນ.

ກ່ອນໜ້ານັ້ນ,ໃນ ວັນທີ 6 ພຶດສະພາ ຢູ່ສະຖານທູດເຢຍລະມັນປະຈຳຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ໄດ້ຈັດຕັ້ງການມອບຂອງຂວັນເຊິ່ງເປັນຜ້າບັງປາກຂ້າເຊື້ອບັກເຕຮີ ຈຳນວນ 80.000 ແຜ່ນໃຫ້ເຢຍລະມັນ. ຈຳນວນຜ້າບັງປາກເຫລົ່ານີ້ ເປັນຜົນສຳເລັດຈາກການບໍລິຈາກເງິນໃນທົ່ວສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ.

ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19 WHO ຕີ​ລາ​ຄາວ່າ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ໂດຍ​ໄວ ແລະ ທັນ​ການ

​ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ ຫວຸ​ດຶກ​ດາມ - ຫົ​ວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດໃຫ້​ຮູ້​ວ່າ: ແຕ່​ລະ​ເທື່ອ​ເມື່ອ​ໂລກ​ລະ​ບາດ ມີ​ການ​ປ່ຽນ​ແປງ, ຫວຽດ​ນາມ ມີ​ຄວາມ​ຫວັງ​ຢາກ​ປຶກ​ສາ​ຫາ​ລື​ຄຳ​ເຫັນ​ຂອງ WHO ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ນັກ​ຊ່ຽວ​ຊານ​ສາ​ກົນ.

ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19 ສະ​ພາບ​ການ​ໂລກ​ລະ​ບາດ Covid - 19 ຢູ່​ ຫວຽດ​ນາມ ແລະ ທົ່ວ​ໂລກ

ຍ​ສ​ໝ - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 9 ໂມງເຊົ້າວັນທີ 20 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ປັນຈຳນວນ 14.640.375 ຄົນ ແລະ ມີ 608.857 ຄົນເສຍຊີວິດ.

ລ ດ sachsen ເຢຍລະມ ນ ຂອບໃຈສະມາຄ ມມ ດຕະພາບຫວຽດນາມ ເຢຍລະມ ນ ທ ໄດ ໃຫ ການຊ ວຍເຫ ອໃນການຄວບຄ ມ covid 19 ຫວ​ຽດ​ນາມ​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໄລ​ຍະຫຼັງ ໂລກ​ລະ​ບ​າດ Covid – 19

ຍ​ສ​ໝ - ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ຟື້ນ​ຟູ​ເສດ​ຖ​ະ​ກິດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄລ​ຍະຫຼັງ ໂລກ​ລະ​ບາດ Covid – 19, ທ່ານ​ຮອງ​ນາຍ​ົກ​ລັດ​ຖະມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ​ ໄດ້​ຍົກ​ອອກ 3 ກຸ່ມ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ລະ​ອຽດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.