ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

16:30 | 06/09/2020

ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.

ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ
ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ
ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ
ສະເຫຼີມສະຫຼອງ 75 ປິແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ. ພາບ:nhandan.com.vn

ທີ່ພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ (7/9/1945 – 7/9/2020), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ: ໃນສະພາບການໂລກພວມມີການຜັນແປຢ່າງສັບສົນ ແລະ ມອບໝາຍໜ້າທີ່ໃຫ້ກົມໃຫຍ່ເສນາທິການຄວນຊາບຊຶມແນວຄິດການທະຫານໂຮ່ຈີມິນ, ແນວທາງການທະຫານຂອງພັກໃຫ້ເລິກເຊິ່ງ, ໂດຍສະເພາແມ່ນແຜນຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່; ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່; ພ້ອມກັນນັ້ນສືບຕໍ່ເປັນເສນາທິການຊີ້ນຳ, ປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ຜັນຂະຫຍາຍແຜນຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍກົດໝາຍວ່າດ້ວຍການທະຫານການປ້ອງກັນຊາດໃຫ້ມີປະສິດທິຜົນ; ຍົກສູງການສົມທົບເສດຖະກິດກັບການປ້ອງກັນຊາດ, ການປ້ອງກັນຊາດກັບເສດຖະກິດໃຫ້ມີປະສິດທິຜົນ.

ບັນດາຜົນງານທີ່ໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນວັນນີ້ ໄດ້ເລີ່ມມາຈາກການປະຕິວັດເດືອນ ສິງຫາ ປີ 1945 ໃນລະດູໃບໄມ້ຫຼົ່ນ ເຊິ່ງເປັນຂີດໝາຍບາດລ້ຽວປະຫວັດສາດຂອງຊາດ. ປັດຈຸບັນ, ບັນດາໝາກຜົນ ແລະ ໄຊຊະນະດັ່ງກ່າວສືບຕໍ່ສ້າງປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາຢ່າງແຂງແຮງກວ່າເກົ່າ ໃນສະພາບການໃໝ່ຂອງໂລກ ທີ່ເຕັມໄປດ້ວຍການຫັນປ່ຽນ. ໂດຍເປັນເຈົ້າການຍາດແຍ່ງກາລະໂອກາດ, ສ້າງທີ່ຕັ້ງບົດບາດ ແມ່ນໜຶ່ງໃນບັນດາບົດຮຽນທີ່ສຳຄັນ ເພື່ອສ້າງເປັນໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945. ບັນດາໝາກຜົນທີ່ບັນລຸໄດ້ໃນຕະຫຼອດ 75 ປີທີ່ຜ່ານມາ ນັບຕັ້ງແຕ່ ຫວຽດນາມ ໄດ້ປະກາດເອກະລາດ (1945 - 2020) ແລະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ການສືບທອດບັນດາບົດຮຽນເຫຼົ່ານັ້ນ. ໃນສະພາບການໃໝ່ຢູ່ພາກພື້ນ ແລະ ໂລກມີການຜັນປ່ຽນຫຼາຍຢ່າງ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່, ເປັນເຈົ້າການຍາດແຍ່ງກາລະໂອກາດ ຜ່ານຜ່າສິ່ງທ້າທາຍປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນຄວາມຄາດຫວັງ ສ້າງປະເທດ ຫວຽດນາມ ວັດທະນາຖາວອນ ແລະ ຈະເລີນຮຸ່ງເຮືອງ ໃຫ້ປະກົດຜົນເປັນຈິງ ນຳປະເທດຊາດກ້າວຂຶ້ນສູ່ຫຼັກໝາຍໃໝ່: ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃນປີ 2045.

ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ
  ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ.ພາບ:nhandan.com.vn

ຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ວ່າ: “ສະພາບການສາກົນ ແລະ ສະພາບການຢູ່ພາຍໃນປະເທດໄດ້ສ້າງບັນດາກາລະໂອກາດ ແລະ ຄວາມສະດວກຫຼາຍຢ່າງ ແຕ່ກໍ່ຍັງມີຄວາມຫຍຸ້ງຍາກສິ່ງທ້າທາຍບໍ່ໜ້ອຍ, ເຊິ່ງໄດ້ຮຽກຮ້ອງໃຫ້ທົ່ວພັກ ທົ່ວປວງຊົນ ແລະ ທົ່ວກອງທັບ ຕ້ອງມານະພະຍາຍາມຢ່າງສູງສຸດ ຕັດສິນໃຈຢ່າງສູງສຸດ ສູ້ຊົນເພື່ອເຮັດສຳເລັດໜ້າທີ່ຂອງປີ 2020 ຢ່າງມີໄຊ ເຊິ່ງຈຸດສຸມແມ່ນສູ້ຊົນເຮັດສຳເລັດບັນດາໜ້າທີ່ພັດທະນາເສດຖະກິດ ສັງຄົມ, ເພີ່ມທະວີສະຖຽນລະພາບທາງດ້ານເສດຖະກິດມະຫາພາກ., ຍູ້ແຮງການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຮັບປະກັນການຊ່ວຍໜູນສັງຄົມ ແລະ ສະຫວັດດີການສັງຄົມ ປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ຮັກສາເອກະລາດ ປະຊາທິປະໄຕ ແລະ ສະພາບແວດລ້ອມແຫ່ງສັນຕິພາບ ສະຖຽນລະພາບ ເພື່ອພັດທະນາປະເທດຊາດ”.

ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.

ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ

ຈຳນວນຜູ້ຕິດເຊື້ອຢູ່ເອີຣົບແມ່ນ 3,7 ລ້ານຄົນ, ເພີ່ມຂຶ້ນ 35.000 ຄົນໃນ 24 ຊົ່ວໂມງຜ່ານມາ ແລະ ມີຜູ້ເສຍຊີວິດແມ່ນ 209.000 ຄົນ.

ນາຍ ກລ ດຖະມ ນຕ ຫວຽດນາມ ນຳພ ນຖານວ ທະຍາສາດ ແລະ ເຕ ກນ ກການທະຫານ ຫວຽດນາມ ໃຫ ພ ດທະນາຂ ນສ ລະດ ບສ ງໃໝ ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ

ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.