ສະມາຄົມມິດຕະພາບຫວຽດນາມ - ຣູມານີ: ມານະພະຍາຍາມປະຕິບັດບັນດາກິດຈະກໍາທີ່ມີຄວາມໝາຍໃນສະພາບການໂລກລະບາດ COVID-19

10:10 | 10/09/2020

ຍສໝ - ສັງລວມກອງປະຊຸມ, ທ່ານ ໂຕງວັນງາ  ປະທານສະມາຄົມມິດຕະພາບຫວຽດນາມ - ຣູມານີ  ໄດ້ຕົກລົງເຫັນດີກັບ 3 ວິທີການເພື່ອຈັດຕັ້ງລາຍການຕ່າງໆເພື່ອສະເຫຼີມສະຫຼອງ 102 ປີແຫ່ງວັນຊາດຣູມານີ  ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຣູມານີ.      

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19 ແຕ່ລະປີ ແຂວງແທງຮວາ ສສ.ຫວຽດນາມ ໄດ້ດຶງດູດເງິນຊ່ວຍເຫລືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 10 ລ້ານ ໂດລາສະຫະລັດ
ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19 ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ)

ວັນທີ 9 ກັນຍາ 2020, ຢູ່ ສຳນັກງານໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ຣູມານີ ໄດ້ຈັດກອງປະຊຸມຄະນະປະຈຳເປີດກວ້າງເພື່ອສະຫຼຸບວຽກງານໃນ 8 ເດືອນຕົ້ນປີ 2020 ແລະປຶກສາຫາລື ທິດທາງໃນການປະຕິບັດງານໃນບັນດາເດືອນທ້າຍປີ.

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19
ບັນຍາກາດທີ່ກອງປະຊຸມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຕີລາຄາສະພາບການປະຕິບັດງານຂອງສະມາຄົມມິດຕະພາບຫວຽດນາມ - ຣູມານີໃນ 8 ເດືອນຕົ້ນປີ 2020. ຕາມນັ້ນແລ້ວ, ເນື່ອງໃນໂອກາດ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຣູມານີ, ສະມາຄົມດັ່ງກ່າວມີຫຼາຍແຜນທີ່ຈະດຳເນີນກິດຈະກຳຕ່າງໆ, ແຕ່ຍ້ອນວ່າເກີດໂລກລະບາດ COVID-19, ມີຫຼາຍກິດຈະກຳທີ່ຖືກຍົກເລີກ ຫຼື ເລື່ອນອອກໄປ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະມາຄົມໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ໂດຍສະເພາະແມ່ນການບໍລິຈາກເງິນ ແລະ ສະໜັບສະໜູນ ປະຊາຊົນ ຣູມານີ ໃນການຕ້ານການລະບາດຂອງ COVID-19.

ບັນດາຜູ້ແທນໄດ້ຕົກລົງເຫັນດີກັບ 3 ວິທີການເພື່ອຈັດຕັ້ງລາຍການຕ່າງໆເພື່ອສະເຫຼີມສະຫຼອງ 102 ປີແຫ່ງວັນຊາດຣູມານີ ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຣູມານີ, ອີງຕາມສະພາບການຄວບຄຸມການລະບາດຂອງພະຍາດ COVID-19.

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19
ທ່ານ ໂຕງວັນງາ ປະທານສະມາຄົມມິດຕະພາບຫວຽດນາມ - ຣູມານີ.

ໄລ່ຮອດວັນທີ 16 ເມສາ, ຈຳນວນເງິນທັງ ໝົດທີ່ໄດ້ລະດົມເພື່ອໜູນຊ່ວຍແມ່ນກ່ວາ 603 ລ້ານດົງ. ຕອນເຊົ້າວັນທີ 13 ເມສາ, ຢູ່ສະຖານທູດຣູມານີ ປະຈຳ ຮ່າໂນ້ຍ, ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ຣູມານີ ໄດ້ມອບຂອງຂວັນທີ່ມີມຸນຄ່າ 22.000 ໂດລາສະຫະລັດ (ກ່ວາ 500 ລ້ານດົງ). ຫຼັງຈາກນັ້ນ, ຈໍານວນເງິນດັ່ງກ່າວໄດ້ສົ່ງໄປຍັງສະພາກາແດງຣູມານີ ເພື່ອຊື້ອຸປະກອນການແພດຕ້ານການລະບາດຂອງ ພະຍາດ COVID-19 ເຊັ່ນ: ເຄື່ອງກວດເຊື້ອໄວຣັດ, ຜ້າອັດປາກທາງການແພດ, ນໍ້າຢາລ້າງງມື... ໃນວັນທີ 16 ເມສາ ທີ່ ສຳນັກງານໃຫຍ່ສູນກາງແນວໂຮມປະເທດຊາດຫວຽດນາມ, ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ - ຣູມານີ ກໍ່ໄດ້ມອບເງິນຈຳນວນ 100 ລ້ານດົ່ງເພື່ອສະໜັບສະໜູນ ການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຢູ່ຫວຽດນາມ.

ສັງລວມກອງປະຊຸມ, ທ່ານ ໂຕງວັນງາ ປະທານສະມາຄົມມິດຕະພາບຫວຽດນາມ - ຣູມານີ ໄດ້ຕົກລົງເຫັນດີກັບ 3 ວິທີການເພື່ອຈັດຕັ້ງລາຍການຕ່າງໆເພື່ອສະເຫຼີມສະຫຼອງ 102 ປີແຫ່ງວັນຊາດຣູມານີ ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຣູມານີ.

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19 ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ

ຍສໝ - ຕອນບ່າຍວັນທີ 5 ກັນຍາ, ສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ (VYSA School Fair 2020).

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19 ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.

ສະມາຄ ມມ ດຕະພາບຫວຽດນາມ ຣ ມານ ມານະພະຍາຍາມປະຕ ບ ດບ ນດາກ ດຈະກ າທ ມ ຄວາມໝາຍໃນສະພາບການໂລກລະບາດ covid 19 ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ

ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ.

ໄຊພອນ

ເຫດການ
302 Found

Found

The document has moved here.