ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ

06:30 | 07/09/2020

ຍສໝ - ຕອນບ່າຍວັນທີ 5 ກັນຍາ, ສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມຢູ່ຍີ່ປຸ່ນ (VYSA) ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ (VYSA School Fair 2020).    

ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່
ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ
ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ
VYSA School Fair 2020 ທີ່ປະເທດຍີ່ປຸ່ນໄດ້ຈັດຂື້ນຢ່າງໜ້າຕື່ນເຕັ້ນ.

ນີ້ແມ່ນເຫດການປະຈຳປີຈັດໂດຍ VYSA ນັບແຕ່ປີ 2015 ເພື່ອສະໜັບສະໜູນນັກສຶກສາຫວຽດນາມທີ່ຢາກໄປຮຽນຢູ່ປະເທດຍີ່ປຸ່ນ ແລະນັກສຶກສາຫວຽດນາມຢູ່ຍີ່ປຸ່ນທີ່ຕ້ອງການໄປຮຽນຢູ່ມະຫາວິທະຍາໄລ ຫລື ໂຮງຮຽນວິຊາຊີບ. ປີນີ້ VYSA School Fair ມີການເຂົ້າຮ່ວມຂອງ 19 ສະຖາບັນການສຶກສາຍີ່ປຸ່ນ, ໃນນັ້ນມີ ມະຫາວິທະຍາໄລ 10 ແຫ່ງ, ວິທະຍາໄລ 4 ແຫ່ງ, ໂຮງຮຽນຊັ້ນກາງວິຊາຊີບ ແລະ ໂຮງຮຽນສອນພາສາຍີ່ປຸ່ນ 5 ແຫ່ງ.

ນອກຈາກໂຄງການນີ້, ສະມາຄົມຊາວໜຸ່ມ ແລະນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນຍັງຮ່ວມມືກັບສະມາຄົມປັນຍາຊົນຫວຽດນາມຢູ່ຍີ່ປຸ່ນ, ສະຖານທູດຫວຽດນາມປະຈຳຍີ່ປຸ່ນ ແລະທະນາຄານ MUFG ປະຕິບັດໂຄງການໜູນຊ່ວຍຄ່າຮຽນໃຫ້ແກ່ນັກສຶກສາຫວຽດນາມປະຈຸບັນກຳລັງຮຽນຢູ່ບັນດາໂຮງຮຽນວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລ ແລະ ລະດັບປະລິນຍາໂທ ແລະປະລິນຍາເອກ ທີ່ປະເທດຍີ່ປຸ່ນ.

ນັກສຶກສາຫວຽດນາມຢູ່ພາຍໃນປະເທດ ແລະ ຍີ່ປຸ່ນໄດ້ສົນທະນາໂດຍກົງກັບຜູ້ຕາງໜ້າບັນດາໂຮງຮຽນເພື່ອຊອກຮູ້ກ່ຽວກັບເງື່ອນໄຂເຂົ້າຮຽນ ແລະບັນຫາອື່ນໆທີ່ກ່ຽວຂ້ອງເຖິງການຮ່ຳຮຽນສຶກສາຢູ່ຍີ່ປຸ່ນ. ນອກຈາກນັ້ນ, ພວກເຂົາຍັງໄດ້ແລກປ່ຽນ ແລະສົນທະນາກັບນັກສຶກສາ ແລະ ອະດີດນັກສຶກສາຫວຽດນາມຢູ່ປະເທດຍີ່ປຸ່ນເພື່ອຮຽນຮູ້ຄວາມລັບຂອງການໄດ້ຮັບທຶນການສຶກສາ, ປະສົບການການສຶກສາ, ການສອບເສັງ ແລະຊອກຫາວຽກເຮັດງານທຳບໍ່ເຕັມເວລາໃນປະເທດຍີ່ປຸ່ນ.

ໂດຍໄດ້ສ້າງຕັ້ງຂື້ນໃນເດືອນພະຈິກປີ 2001, VYSA ແມ່ນອົງການຈັດຕັ້ງທາງສັງຄົມທີ່ບໍ່ຫວັງຜົນກຳໄລ, ຕາງ ໜ້າໃຫ້ຊາວໜຸ່ມ ແລະນັກສຶກສາຫວຽດນາມທີ່ປະເທດຍີ່ປຸ່ນ. VYSA ມີ 14 ສາຂາສະມາຄົມແຈກຢາຍທົ່ວປະເທດຍີ່ປຸ່ນ, ລວມທັງ: Hokkaido, Sendai, Niigata, Kanto, Tokai, Shiga, Kyoto, Osaka, Kobe, Okayama, Kita-kyushu, Fukuoka, APU, Okinawa.

ໃນໄລຍະຜ່ານມາ, VYSA ໄດ້ຈັດຫຼາຍກິດຈະກຳທີ່ເປັນປະໂຫຍດເຊັ່ນ: ງານຕະຫຼາດນັດວຽກເຮັດງານທໍາ VYSA Job Fair, ການປະກວດນາງງາມ VYSA, ການປະກວດຄວາມສັນທັດ ແລະ ຄວາມສາມາດ VYSA Got Talent ຫຼື ການແຂ່ງຂັນບານເຕະ VYSA Cup ເພື່ອເຊື່ອມຕໍ່ ແລະ ອຳນວຍຄວາມສະດວກເພື່ອໃຫ້ຊາວໜຸ່ມ ແລະ ນັກສຶກສາຫວຽດນາມຢູ່ຍີ່ປຸ່ນສາມາດຊ່ວຍເຫຼືອເຊິ່ງກັນແລະກັນໃນການຮໍ່າຮຽນ ແລະໃນຊີວິດປະຈໍາວັນ, ພ້ອມກັນນັ້ນກໍ່ເປັນຂົວຕໍ່ດ້ານວັດທະນະທຳ ລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ.

ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ ນັກສຶກສາດ່ານັງ 282 ຄົນ ໄດ້ຜ່ານຮອບການສຳພາດທີ່ "ງານວາງສະແດງວຽກເຮັດງານທຳຍີ່ປຸ່ນ 2020"

ຍສໝ - ນັກສຶກສາຫຼາຍກວ່າ 400 ຄົນ ໃນ 11 ວິຊາການຝຶກອົບຮົມທີ່ມະຫາວິທະຍາໄລດົງອາ ລົງທະບຽນເຂົ້າສຳ ພາດທີ່ຫ້ອງການຮັບສະໝັກພະນັກງານບໍ່ວ່າທາງກົງ ຫລື ທາງອິນເຕີເນັດ ຢູ່ເຮືອນ ໂດຍຜ່ານລະບົບອອນລາຍ ທີ່ຄຸ້ນເຄີຍເຊິ່ງຖືກນຳໃຊ້ເຂົ້າໃນຂະບວນການຮຽນຮູ້ ອອນລາຍກ່ອນໜ້ານັ້ນ.

ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 26.7 ລ້ານຄົນ, ໃນນັ້ນ ມີ 878.000 ຄົນເສຍຊີວິດ

ຈຳນວນຜູ້ຕິດເຊື້ອຢູ່ເອີຣົບແມ່ນ 3,7 ລ້ານຄົນ, ເພີ່ມຂຶ້ນ 35.000 ຄົນໃນ 24 ຊົ່ວໂມງຜ່ານມາ ແລະ ມີຜູ້ເສຍຊີວິດແມ່ນ 209.000 ຄົນ.

ສະມາຄ ມຊາວໜ ມ ນ ກສ ກສາຫວຽດນາມ ຢ ຍ ປ ນ ໄດ ຈ ດຕ ງກອງປະຊ ມສຳມະນາກ ຽວກ ບໂຮງຮຽນອອນລາຍ ນາຍົກລັດຖະມົນຕີ ຫວຽດນາມ: ຍືດໝັ້ນເປົ້າໝາຍທັງຕ້ານພະຍາດໂຄວິດ-19 ສໍາເລັດຜົນທັງພັດທະນາເສດຖະກິດສັງຄົມ

ຍສໝ - ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ໃນ 8 ເດືອນຜ່ານມາ, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ 15 ທ້ອງຖິ່ນໃນທົ່ວປະເທດ. ບັນດາຂະແໜງ, ຂັ້ນຕ່າງໆໄດ້ມີຫຼາຍວິທີການຊີ້ນໍາຢ່າງຂ້ຽວຂາດ, ສະກັດກັ້ນ ແລະປ້ອງກັນພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນບົນຈິດໃຈປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງພັດທະນາເສດຖະກິດ-ສັງຄົມ.

ໄຊພອນ

ເຫດການ
302 Found

Found

The document has moved here.