ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຢາມ ລາວ

09:08 | 25/08/2020

ໃນວັນທີ 23 ສິງຫາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 22-24 ສິງຫາ 2020.

ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະພາປະຊາຊົນ ນະຄອນ ໂຮ່ຈີມິນ ສສ ຫວຽດນາມ
ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ ນາຍົກລັດຖະມົນຕີ ຫງ໋ວຽນຊົນຟຸກ ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ ຂອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ
ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ (ພາບ: Kpl)

ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ແລະ ປະສົບການໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ ໃນອະນາຄົດ ແລະ ຍາວນານ.

ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ ເປັນຕົ້ນ ດ້ານການສຶກສາ, ສາທາລະນາສຸກ, ແກ້ໄຂຄວາມທຸກຍາກ, ລວມເຖິງໄພພິບັດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ແລະ ອື່ນໆ.

ໂອກາດດຽວກັນ ທ່ານ ໂມເຕງິ ໂທຊິມິດຊຶ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນນິມິດໝາຍສຳຄັນໃນການສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ການຢ້ຽມຢາມໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນ ໃນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (05 ມີນາ 1955) ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດລາວ ແລະ ຍີ່ປຸ່ນ ຄົບຮອບ 5 ປີ ໃນປີ 2020 ນີ້.

ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ຕ່າງປະເທດຍີ່ປຸ່ນ ຄົນໃໝ່ ໃນເດືອນກັນຍາ 2019 ຜ່ານມາ ແລະ ໄດ້ສະແດງຄວາມເຫັນໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນຢ່າງໜັກໜ່ວງ ຢູ່ພາກຕາເວັນຕົກສ່ຽງໃຕ້ ຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດຜ່ານມາ.

ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ ລາວຈະສ້າງເງື່ອນໄຂສະດວກ ໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງ ປະເທດໄດ້ກັບມາມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ

ລັດຖະບານລາວ, ຈະອອກນິຕິກໍາຕື່ມ ອີກຈໍານວນໜຶ່ງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ມີໂອກາດກັບຄືນມາ ສ້າງສາພັດທະນາ ປະເທດຊາດ ອັນແສນຮັກຂອງຕົນຫລາຍຂຶ້ນ. ພາຍໃຕ້ແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດຖະບານ, ໄດ້ເຮັດໃຫ້ຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ເປັນຈໍານວນບໍ່ໜ້ອຍ, ລ້ວນແຕ່ຢາກກັບມາລົງທຶນ, ຢ້ຽມຢາມ, ທ່ອງທ່ຽວ ແລະ ກັບມາດໍາລົງຊີວິດແບບຖາວອນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ.

ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ ຜັ​ນ​ຂະ​ຫຍາຍ ປ້ອມ​ທະ​ຫານຄົງທີ່ 84 ແຫ່ງຢູ່​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ຫວ​ຽດ - ລາວ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ເພື່ອປ້ອງກັນບໍ່ໃຫ້ເກີດການລະບາດຂອງ Covid-19 ນັບແຕ່ທ້າຍເດືອນກໍລະກົດປີ 2020 ຈົນເຖິງປະຈຸບັນ, ທະ​ຫານ​ປ້ອງ​ກັນ​ຊາຍ​ແດນແຂວງກວາງຈີ້ ໄດ້ຈັດຕັ້ງປະຕິບັດ ແລະ ປົກປັກຮັກສາປ້ອມ​ທະ​ຫານຄົງທີ່ 84 ແຫ່ງ ຢ່າງເປັນປະຈຳ.

ລ ດຖະມ ນຕ ຕ າງປະເທດຍ ປ ນ ຢ ຽມຢາມ ລາວ ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ

ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.