ຫວຽດນາມ - ປານາມາ ລົງນາມໃນຂໍ້ຕົກລົງກ່ຽວກັບການຍົກເວັ້ນວີຊ່າ ຜູ້ທີ່ຖືຫນັງສືຜ່ານແດນແບບທຳມະດາ

18:27 | 11/06/2019

ຍສໝ - ໂດຍໄດ້ຮັບການມອບສິດຈາກ ລັດຖະບານສອງຝ່າຍ, ຮອງລັດຖະມົນຕີການຕ່າງປະເທດ ໂຕ ແອັງ ຢູ໋ງ ແລະ ເອກອັກຄະລັດຖະທູດປານາມາ ປະຈໍາຫວຽດນາມ, ທ່ານ Servio S. Samudio B ໄດ້ມີການລົງນາມສັນຍາ ຢ່າງເປັນທາງການ ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ປານາມາ ກ່ຽວກັບການຍົກເວັ້ນວີຊ່າສໍາລັບຜູ້ທີ່ຖືຫນັງສືຜ່ານແດນແບບທຳມະດາ.

ສັນຍາດັ່ງກ່າວຈະເປັນພື້ນຖານທາງດ້ານກົດຫມາຍ ເພື່ອສ້າງຄວາມສະດວກໃນການເດີນທາງຂອງພົນລະເມືອງ ທັງສອງປະເທດ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ແລະ ປານາມາ.

ອີງຕາມຂໍ້ກໍານົດຂອງສັນຍາ, ພົນລະເມືອງ ຂອງແຕ່ລະປະເທດ ທີ່ມີຫນັງສື ຜ່ານແດນແບບທຳມະດາ ຍັງມີກຳນົດນໍາໃຊ້ ຫນ້ອຍສຸດ 6 ເດືອນ ຈະໄດ້ຮັບການຍົກເວັ້ນວີຊ່າເຂົ້າ-ອອກເມືອງ ແລະ ໄດ້ພັກເຊົາຢູ່ໃນອານາເຂດຂອງປະເທດກົງກັນຂ້າມ ໂດຍບໍ່ກາຍ 90 ມື້, ແຕ່ຈຸດປະສົງຂອງການເຂົ້າເມືອງນີ້ ບໍ່ແມ່ນຍ້ອນເພື່ອເຮັດທຸລະກິດ.

ຫວຽດນາມ - ປານາມາ ລົງນາມໃນຂໍ້ຕົກລົງກ່ຽວກັບການຍົກເວັ້ນວີຊ່າ ຜູ້ທີ່ຖືຫນັງສືຜ່ານແດນແບບທຳມະດາ

ຮອງລັດຖະມົນຕີການຕ່າງປະເທດ ໂຕ ແອັງຢູ໋ງ ແລະ ເອກອັກຄະລັດຖະທູດປານາມາ ປະຈໍາຫວຽດນາມ, ທ່ານ Servio S. Samudio B ໄດ້ມີການລົງນາມສັນຍາເປັນທາງການ. (ພາບ:thegioi&vietnam)

ຫຼັງຈາກລົງນາມໃນສັນຍາແລ້ວ, ທັງສອງຝ່າຍຈະຕ້ອງການປະຕິບັດລະບຽບການພາຍໃນເພື່ອສັນຍາຈະມີຜົນສັກສິດ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕ ແອັງ ຢູ໋ງ ກໍ່ໄດ້ສະແດງຄວາມຂອບໃຈ ປະເທດປານາມາ ທີ່ໄດ້ໃຫ້ການສະຫນັບສະຫນູນ ຫວຽດນາມ ຮັບການເລືອກຕັ້ງເປັນສະມາຊິກສະພາຄວາມຫມັ້ນຄົງສະຫະປະຊາຊາດ ສະໄໝປີປີການ 2020 – 2021 ແລະ ຢັ້ງຢືນວ່າ ທັງສອງຝ່າຍຈະ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນແລະກັນ ຢູ່ໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຕ່າງໆ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ