ຊຸກຍູ້ແຮງການຮ່ວມມືໃນຂົງເຂດປິ່ນປົວ ແລະ ຄົ້ນຄ້ວາວິທະຍາສາດລະຫວ່າງຫວຽດນາມ ແລະ ກູບາ

15:00 | 20/08/2020

ຍສໝ - ຕອນບ່າຍວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈີນເດີນ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19 ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ມີການເຮັດວຽກກັບຄະນະຜູ້ຊ່ຽວຊານປະເທດກູບາ.

ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ ແຜນການຈັດຕັ້ງປະຕິບັດສັນຍາການຄ້າລະຫວ່າງ ຫວຽດນາມ ແລະ ກູບາ
ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ ປະຊາຊົນຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອ ກູບາ ໃນການຕໍ່ສູ້ກັບພະຍາດ COVID-19

ກອງປະຊຸມເພື່ອແນໃສ່ສື່ສານກ່ຽວກັບໝາກຜົນແຫ່ງການຮ່ວມມື ແລະ ແລກປ່ຽນປະສົບການວຽກງານ ລະຫວ່າງບັນດາຫົວໜ່ວຍຂອງກະຊວງປ້ອງກັນປະເທດຫວຽດນາມ ແລະ ຄະນະຜູ້ແທນຊ່ຽວຊານປະເທດກູບາ, ພ້ອມດຽວກັນນີ້ ກໍ່ໄດ້ແຈ້ງຂໍ້ສະເໜີແນະຕ່າງໆເພື່ອປະສານງານລະຫວ່າງທັງສອງຝ່າຍ ໄດ້ບັນລຸປະສິດທິພາບສູງຂື້ນໃນອະນາຄົດອັນໃກ້ນີ້.

ບົນພື້ນຖານໝາກຜົນການເຮັດວຽກ, ຕາງໜ້າໃຫ້ໂຮງຮຽນການແພດທະຫານ, ທ່ານພົນໂທ ຫ່ວາງວັນເລືອງ ໄດ້ສະເໜີຫຼາຍເນື້ອໃນເຊິ່ງຝ່າຍຫວຽດນາມ ສະແດງຄວາມປາດຖະໜາຢາກປະສານສົມທົບ ເພື່ອເຮັດວຽກໃນຊຸມວັນຕໍ່ໄປກັບຄະນະຜູ້ຊ່ຽວຊານກູບາຢູ່ຫວຽດນາມ.

ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ
ຊຸກຍູ້ແຮງການຮ່ວມມືໃນຂົງເຂດປິ່ນປົວ ແລະ ຄົ້ນຄ້ວາວິທະຍາສາດລະຫວ່າງຫວຽດນາມ ແລະ ກູບາ. (ພາບ: TTXVN)

ຕີລາຄາສູງປະສິດທິຜົນຂອງການຮ່ວມມືລະຫວ່າງຫວຽດນາມ ແລະ ກູບາໃນ 60 ປີທີ່ຜ່ານມາ, ພິເສດແມ່ນໃນສະພາບຫຍຸ້ງຍາກທີ່ສຸດ, ທ່ານພົນໂທ ຫ່ວາງວັນເລືອງ ໃຫ້ຮູ້ວ່າ ການຮ່ວມມືລະຫວ່າງສອງປະເທດໄດ້ປະກອບສ່ວນຢັ້ງຢືນຈິດໃຈສາມັກຄີ ແລະ ສະເໝີຕົ້ນສະເໝີປາຍຂອງສອງປະເທດ ຫວຽດນາມ - ກູບາ.

ທ່ານພົນໂທ ຫ່ວາງວັນເລືອງ ກໍ່ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມພ້ອມແລ້ວ ທີ່ຈະສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ບັນດານັກຊ່ຽວຊານກູບາ ໄດ້ປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢູ່ຫວຽດນາມ, ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຜູ້ຊ່ຽວຊານກູບາມາຝືກອົບຮົມດ້ານການແພດພື້ນເມືອງ ແລະ ການຝັງເຂັມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ Lianys Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ຢືນຢັນວ່າ, ປະເທດກູບາ ມີປະສົບການໃນຂົງເຂດການຜະລິດຢາ, ເຕັກໂນໂລຢີຊີວະພາບ ແລະ ພ້ອມແລ້ວທີ່ຈະຊ່ວຍເຫຼືອ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ ກໍ່ຄືສະໜັບສະໜູນການຝຶກອົບຮົມຜູ້ຊ່ຽວຊານຫວຽດນາມ ເພື່ອປະຕິບັດເປົ້າໝາຍການຮ່ວມມືຂອງທັງສອງຝ່າຍ.

ໃນໂອກາດນີ້, ທ່ານນາງ Lianys Torres Rivera ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເຮັດວຽກ, ຊອກຮູ້ຕື່ມກ່ຽວກັບຄວາມເປັນໄປໄດ້ໃນການປະສານງານ ແລະ ການຮ່ວມມືໃນການຝຶກອົບຮົມ, ການຮັກສາ, ການຄົ້ນຄວ້າວິທະຍາສາດ, ແລະ ການຖ່າຍທອດເຕັກໂນໂລຢີບົນພື້ນຖານທ່າອ່ຽງທີ່ດີຂອງສອງຝ່າຍ ເພື່ອດຳເນີນການພັດທະນາໂຄງການຮ່ວມມືສະເພາະ.

ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ ກູບາ ໄດ້ຈັດພິທີເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ

ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.

ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານເສດຖະກິດສອງຝ່າຍ

ຍສໝ - ໃນລະຫວ່າງວັນທີ 8 – 11 ກໍລະກົດ 2019, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງ ທິ້ ງອກ ທິ້ງ ແລະ ຄະນະຜູ້ແທນຂອງລັດ ຫວຽດນາມ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາ ຢ່າງເປັນທາງການ.

ຊ ກຍ ແຮງການຮ ວມມ ໃນຂ ງເຂດປ ນປ ວ ແລະ ຄ ນຄ ວາວ ທະຍາສາດລະຫວ າງຫວຽດນາມ ແລະ ກ ບາ ປະທານສະພາແຫ່ງຊາດ ລາວ ຕ້ອນຮັບຄະນະຜູ້ແທນ ກູບາ

ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຢາມີລາ ພີນາ ໂອຈີດາ ກໍາມະການສູນກາງພັກກອມມູນິດ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ, ເມື່ອວັນທີ 29 ພຶດສະພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.