ກູບາ ໄດ້ຈັດພິທີເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ

06:06 | 24/12/2019

ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.

ພິທີໄດ້ເປີດສາກດ້ວຍການສາຍຮູບເງົາສາລະຄະດີດ້ວຍບັນດາຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈກ່ຽວກັບການຕໍ່ສູ້ 2 ຄັ້ງເພື່ອຍາດເອົາເອກະລາດຂອງກອງທັບແລະປະຊາຊົນຫວຽດນາມໃນສະຕະວັດກ່ອນ, ກໍ່ຄືບັນດາການຢ້ຽມຢາມຫວຽດນາມທີ່ເປັນໜ້າຈົດຈຳຂອງຜູ້ນຳ Fidel Castro ແລະທ່ານເລຂາທິການທີ່1ພັກກອມມູນິດກູບາ Raul Castro Ruz. ພາກການສະແດງສິລະປະວັດທະນະທຳ ປະກອບມີບັນດາລາຍການທີ່ເຕັມໄປດ້ວຍຄວາມປະທັບໃຈຂອງກອງດົນຕີປະສານສຽງແຫ່ງຊາດກູບາແລະຄະນະຟ້ອນລຳ Lizt Alfonso ທີ່ມີຊື່ສຽງໃນປັດຈຸບັນ.

ກູບາ ໄດ້ຈັດພິທີເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ

ລັດຖະມົນຕີ MINFAR ທ່ານ Leopoldo Cintra Frías ແລະ ເອກອັກຄະລັດຖະທູດຂອງຫວຽດນາມ ປະຈຳ ກູບາ ເປັນປະທານພິທີສະເຫຼີມສະຫຼອງ. (ພາບ: TTXVN)

ໃນບົດກ່າວປາໄສ ສຳ ຄັນ, ທ່ານພົນຕີ Elfre Pérez Zalpar, ຜູ້ບັນຊາການກອງບັນຊາການຂົນສົ່ງຂອງ MINFAR ຢືນຢັນວ່າ: “ກອງທັບປະຊາຊົນຫວຽດນາມ ແມ່ນການສະແດງໃຫ້ເຫັນວ່າໃນໄລຍະສົງຄາມ, ສິ່ງທີ່ສຳຄັນທີ່ສຸດບໍ່ແມ່ນອາວຸດທີ່ມີປະສິດທິພາບ ຫລື ເຕັກໂນໂລຢີສູງ, ແຕ່ວ່າແມ່ນປະຊາຊົນມີຈິດໃຈຕໍ່ສູ້ທີ່ບໍ່ຍອມຈຳນົນ ແລະ ຄວາມເຊື່ອໃນໄຊຊະນະເພື່ອອະທິປະໄຕແຫ່ງຊາດ”.

ພ້ອມກັນນັ້ນ, ທ່ານພົນຕີ Elfre Pérez Zalpar ຍັງໄດ້ຢືນຢັນວ່າ ບັນດາປະສົບການ ແລະ ບົດຮຽນຂອງ ກອງທັບປະຊາຊົນຫວຽດນາມ ໄດ້ກອງທັບປະຊາຊົນກູບານຳໃຊ້ເຂົ້າໃນຄຳສອນຂອງຕົນເອງ, ພ້ອມທັງໄດ້ຍົກໃຫ້ເຫັນເຖິງຄວາມສາມັກຄີ, ຄວາມແໜ້ນແຟ້ນ ແລະ ນ້ຳໃຈບໍລິສຸດຕັ້ງຕໍ່ລະຫວ່າງກອງທັບ ແລະ ປະຊາຊົນ2 ປະເທດ.

ກູບາ ໄດ້ຈັດພິທີເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ

ພິທີໄດ້ເປີດສາກດ້ວຍການສາຍຮູບເງົາສາລະຄະດີດ້ວຍບັນດາຮູບພາບທີ່ເຕັມໄປດ້ວຍຄວາມສະເທືອນໃຈ (ພາບ: TTXVN)

ທ່ານພັນເອກ ຕາ້ວັນຟ໋າງ, ຫົວໜ້າຫ້ອງປ້ອງກັນຊາດຂອງພວກເຮົາປະຈຳກູບາ ໄດ້ເນັ້ນໜັກວ່າ ທະຫານແຕ່ລະຄົນ ແລະ ປະຊາຊົນຫວຽດນາມລ້ວນແຕ່ຈົດຈຳການຊ່ວຍເຫຼືອອັນລ້ຳຄ່າຂອງນ້ຳໃຈ, ບັນດາຮູບການເຄື່ອນໄຫວ ແລະ ການປະກາດຢ່າງແຂງກ້າ ປະທານກູບາ Fidel Castro Ruz ກ່າວວ່າ: "ຍ້ອນປະເທດຫວຽດນາມ, ກູບາຈຶ່ງອາສາສະໝັກອຸທິດເລືອດຂອງຕົນ". ທ່ານພັນເອກ ຕາ້ວັນຟ໋າງ ກໍ່ຢືນຢັນວ່າ:“ ໃນສະພາບການທີ່ຫຍຸ້ງຍາກໃດກໍ່ຕ່າມ, ຫວຽດນາມຍາມໃດກໍ່ຈະພ້ອມກັນຄຽງບ່າຄຽງໄຫຼ່ກັບກູບາທີ່ຈະສູ້ຮົບ ໃນພາລະກິດເພື່ອປົກປ້ອງອະທິປະໄຕ, ເອກະລາດ, ສັນຕິພາບ ແລະ ລັດທິສັງຄົມ”.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.