ຜູ້ປະຈຳການຄະນະເລຂາທິການຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ

09:39 | 06/08/2020

ຍສໝ - ວັນທີ 4 ສິງຫານີ້, ຢູ່ສຳນັກງານສູນກາງພັກ, ທ່ານເຈີ່ນກວກເວືອງ - ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ.

ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຫວຽດນາມ ແລະ ຈີເລ
ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ທີ່ການພົບປະ, ທ່ານເຈີ່ນກວກເວືອງ ໄດ້ສະແດງຄວາມຍິນດີຕໍ່ການພັດທະນາຂອງການພົວພັນສອງຝ່າຍຫວຽດນາມ - ອິນເດຍ ໃນໄລຍະຜ່ານມາບົນພື້ນຖານຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ. ທ່ານເຈີ່ນກວກເວືອງ ໄດ້ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍ, ຖືວ່ານີ້ແມ່ນການພົວພັນແບບດັ້ງເດີມທີ່ດີ ແລະ ຕິດພັນໃກ້ຊິດຊຶ່ງກັນແລະກັນ ໄດ້ສ້າງສາໂດຍທ່ານນາຍົກລັດຖະມົນຕີອິນເດຍ Jawaharlal Nehru ແລະ ປະທານໂຮ່ຈີມິນ ແລະ ປະຊາຊົນຂອງສອງປະເທດເພີ່ມພູນຄູນສ້າງ.

ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ
ທ່ານເຈີ່ນກວກເວືອງ - ກຳມະການກົມການເມືອງ, ຜູ້ຜູ້ປະຈຳການຄະນະເລຂາທິການຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ. (ພາບ: baoquocte)

ເນື່ອງໃນໂອກາດນີ້, ທ່ານເຈີ່ນກວກເວືອງ ໄດ້ຊົມເຊີຍອິນເດຍ ທີ່ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2021 - 2022; ຕີລາຄາສູງການປະສານສົມທົບ ແລະ ສະໜັບສະໜູນຂອງອິນເດຍໃຫ້ແກ່ຫວຽດນາມ ໃນປີຫວຽດນາມເປັນປະທານອາຊຽນ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ທ່ານເຈີ່ນກວກເວືອງ ກໍ່ຕີລາຄາສູງຫຼັກໝັ້ນຂອງລັດຖະບານອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ, ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ກ່ຽວກັບຄວາມປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ແລະ ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນກົດໝາຍວ່າດ້ວຍທະເລ ຂອງສະຫະປະຊາຊາດໃນປີ 1982.

ທ່ານ Jawaharlal Nehru - ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ປິຕິຊົມຊື່ນໃນເວລາທີ່ການພົວພັນຫວຽດນາມ - ອິນເດຍສືບຕໍ່ໄດ້ຮັບການເພີ່ມທະວີໃນທຸກໆຂົງເຂດ, ເຊັ່ນ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການທຸລະກິດ, ເສດຖະກິດ - ການຄ້າ, ການແລກປ່ຽນປະຊາຊົນ. ທ່ານເອກອັກຄະລັດຖະທູດອິນເດຍ ໄດ້ຕີລາຄາສູງບັນດາຜົນງານເຊິ່ງພັກກອມມູນິດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ບັນລຸໄດ້ໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19.

ທ່ານເອກອັກຄະລັດຖະທູດອິນເດຍ ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະໄດ້ຮັບຜົນສຳເລັດໃໝ່, ນຳປະເທດຈະເລີນຮຸ່ງເຮືອງ ແລະ ສີວິໄລ, ພ້ອມກັນນັ້ນ ທ່ານ Jawaharlal Nehru ຢືນຢັນວ່າ ລັດຖະບານອິນເດຍ ຈະສືບຕໍ່ສະໜັບສະໜູນຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ການພົວພັນກັບຫວຽດນາມ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຄວາມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຫວຽດນາມ ແລະ ຈີເລ

ຍສໝ - ເພື່ອປະຕິບັດການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ປະເທດຫວຽດນາມ ແລະ ຈີເລ ໄດ້ເພີ່ມທະວີການຮ່ວມມືໃນບັນດາກິດຈະກຳສົ່ງເສີມການຄ້າດ້ວຍຮູບການໂດຍກົງ ແລະ ທາງອອນລາຍ.

ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍ, ໄດ້ພ້ອມກັນຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19.

ຜ ປະຈຳການຄະນະເລຂາທ ການຫວຽດນາມ ຕ ອນຮ ບເອກອ ກຄະລ ດຖະທ ດອ ນເດຍ ປະຈຳ ຫວຽດນາມ ທະນາຄານ HSBC ຕີລາຄາສູງການເຕີບໂຕດ້ານເສດຖະກິດຂອງຫວຽດນາມ

ຍສໝ - ປະເທດຫວຽດນາມ ແມ່ນປະເທດທີ່ມີການເຕີບໂຕໄລຍະຍາວທີ່ດີທີ່ສຸດ ໃນພາກພື້ນອາຊີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.