ເພີ່ມທະວີການຮ່ວມມືລະຫວ່າງ ສປປ.ລາວ ແລະ ສ.ອິນເດຍ

11:30 | 15/06/2020

ເມື່ອບໍ່ດົນມານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາເຣັນດຣາ ໂມດີ - ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ ລັດຖະບານ ສປປ.ລາວ ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່
ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ ແຂວງກວາງຈີ້: ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຢູ່ ສປປ.ລາວ

ໃນການສົນທະນາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດສົນທະນາ ຜ່ານທາງໂທລະສັບ ກັບ ທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ພາຍຫລັງທີ່ ໄດ້ພົບກັບທ່ານ ໃນປີ 2018 ເວລາເຂົ້າຮ່ວມກອງ ປະຊຸມສຸດຍອດ ອາຊຽນ-ອິນເດຍ ທີ່ນິວແດນລີ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍ ເປັນຢ່າງດີຕະຫລອດໄລຍະເວລາ 64 ປີ (2 ກຸມພາ 1956 – 2 ກຸມພາ 2020) ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງສອງປະເທດຜ່ານມາ, ເຫັນໄດ້ຈາກການນຳຂັ້ນສູງ ຂອງສອງ ປະເທດ ໄດ້ມີການແລກປ່ຽນ ການຢ້ຽມຢາມຢ່າງເປັນປົກກະຕິ ໃນໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນທີ່ດີ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໃນປີ 2021 ນີ້ ຈະເປັນປີ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລະຫວ່າງ ລາວ-ອິນເດຍ, ສອງປະເທດຈະໄດ້ຮ່ວມກັນ ຈັດກິດຈະກຳ ເພື່ອສະເຫລີມສະຫລອງປີສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍສຳຄັນ ແລະ ສ່ອງແສງໃຫ້ເຫັນ ເຖິງມູນເຊື້ອ ແຫ່ງການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ
ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ. (ພາບ: Lao News Agency)

ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ໃນການປ້ອງກັນການແຜ່ລະບາດ ຂອງພະຍາດດັ່ງກ່າວ ແລະ ການກຳນົດ ມາດຕະການອັນເໝາະສົມ, ທັນການ ແລະ ມີປະສິດທິພາບ ຊຶ່ງສາມາດຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ໄດ້ຢ່າງມີຜົນ ສໍາເລັດສູງ ແລະ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນກັບເຂົ້າສູ່ ສະພາບປົກກະຕິໂດຍໄວ.

ເຖິງຢ່າງໃດກໍຕາມ, ການແຜ່ລະບາດພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມ ໃນທຸກໆປະເທດໃນໂລກ ລວມທັງ ສປປ ລາວ, ເຊິ່ງລັດຖະບານລາວ ໄດ້ສືບຕໍ່ຢ່າງໃກ້ສິດ ເອົາໃຈໃສ່ຕິດຕາມ ແລະ ມີມາດຕະການຮັບມືເປັນຢ່າງດີ.

ພ້ອມນີ້, ສອງຝ່າຍຍັງໄດ້ຊຸກຍູ້ ການຮ່ວມມືໃນຂອບ ອາຊຽນ-ອິນເດຍ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ການພົວພັນຮ່ວມມື ອາຊຽນ-ອິນເດຍ ເຊິ່ງໄດ້ນຳຜົນປະໂຫຍດ ທີ່ເປັນຮູບປະທຳມາສູ່ ປະຊາຊົນສອງຊາດ ແລະ ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກ ໃນພາກພື້ນ ແລະ ສາກົນ.ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ຕີລາຄາ ສູງຕໍ່ບົດບາດ ອັນສໍາຄັນຂອງອິນເດຍ ທີ່ໄດ້ເຮັດໃຫ້ການເຈລະຈາ ສັນຍາຄູ່ຮ່ວມມືເສດຖະກິດແບບຮອບ ດ້ານຂອງພາກພື້ນ (RCEP) ຕະຫລອດໄລຍະ 7 ປີຜ່ານມາ ໄດ້ຮັບຜົນສໍາເລັດເປັນກ້າວໆມາ ແລະ ພິເສດແມ່ນໄດ້ຊ່ວຍ ໃນການປົກປ້ອງສິດຜົນປະໂຫຍດ ຂອງປະເທດ ກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ ທ່ານນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດເປັນຢ່າງດີ ໃນຄວາມພະຍາຍາມສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຢູ່ອິນເດຍ ແລະ ເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບທ່ານ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ ລັດຖະບານ ສປປ.ລາວ ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່

ຍສໝ - ທ່ານ ກິແກ້ວ ຈັນທະບູຣີ - ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ.ລາວ ໃຫ້ຮູ້ວ່າ ລັດຖະບານ ສປປ.ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່, ຟື້ນຟູການຜະລິດ.

ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ ລັດຖະບານ ສປປ.ລາວ ໄດ້ຕິດຕາມສະຖານະການ ສະກັດກັ້ນພະຍາດ Covid-19 ຢູ່ນະຄອນຫຼວງວຽງຈັນ

ເປັນເວລາ 14 ມື້ຕິດຕໍ່ກັນ, ປະເທດສປປ.ລາວ ບໍ່ໄດ້ກວດພົບກໍລະນີໃໝ່ຖືກຕິດເຊື້ອພະຍາດ Covid-19.

ເພ ມທະວ ການຮ ວມມ ລະຫວ າງ ສປປ ລາວ ແລະ ສ ອ ນເດຍ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

kpl.gov.la

ເຫດການ
302 Found

Found

The document has moved here.