ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງຫວຽດນາມ ແລະ ຈີເລ

14:38 | 05/08/2020

ຍສໝ - ເພື່ອປະຕິບັດການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ປະເທດຫວຽດນາມ ແລະ ຈີເລ ໄດ້ເພີ່ມທະວີການຮ່ວມມືໃນບັນດາກິດຈະກຳສົ່ງເສີມການຄ້າດ້ວຍຮູບການໂດຍກົງ ແລະ ທາງອອນລາຍ.

ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ ເສດຖະກິດຫວຽດນາມ ຍັງຄົງຮັກສາໄດ້ສະພາບການທີ່ຕັ້ງໜ້າໃນສະເພາະໜ້າ ແລະ ໃນໄລຍະກາງ
ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ຕອນເຊົ້າວັນທີ 4 ສິງຫາ, ທ່ານ ໂດແທັງຫາຍ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີໂອ້ລົມທາງອອນລາຍກັບທ່ານ Rodrigo Yanez Benitez - ຮອງລັດຖະມົນຕີການຕ່າງປະເທດ ຈີເລ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດຫວຽດນາມ ແລະ ຈີເລ.

ກອງປະຊຸມຄັ້ງນີ້ເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ ໃນສະພາບການລະບາດຂອງພະຍາດ COVID-19, ເພື່ອໝູນໃຊ້ຈົນສຸດຜົນປະໂຫຍດ ຈາກສັນຍາການຄ້າເສລີຫວຽດນາມ - ຈີເລ, ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຜ່ານພາກພື້ນປາຊີຟິກ (CPTPP) ເພື່ອອຳນວຍຄວາມສະດວກໃຫ້ແກ່ກິດຈະກຳການຮ່ວມມືທາງທຸລະກິດ ແລະ ການເຂົ້າເຖິງທ້ອງຕະຫລາດຂອງຊຸມຊົນທຸລະກິດຂອງທັງສອງຝ່າຍ.

ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ
ທ່ານ ໂດທັງຫາຍ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. (ພາບ: TTXVN)

ສອງຝ່າຍໄດ້ສະເໜີເພີ່ມທະວີການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງ, ການຜະລິດ ແລະ ການສົ່ງອອກ; ໂດຍສະເພາະແມ່ນສິນຄ້າຜ້າບັງປາກ, ອຸປະກອນປ້ອງກັນສ່ວນຕົວຕໍ່ສະພາບການຂອງພະຍາດລະບາດຄືໃນປະຈຸບັນ. ທ່ານ ໂດແທັງຫາຍ - ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເພື່ອປະຕິບັດການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ປະເທດຫວຽດນາມ ແລະ ຈີເລ ໄດ້ເພີ່ມທະວີການຮ່ວມມືໃນບັນດາກິດຈະກຳສົ່ງເສີມການຄ້າດ້ວຍຮູບການໂດຍກົງ ແລະ ທາງອອນລາຍ.

ສຳລັບຝ່າຍປະເທດຈີເລ, ທ່ານຮອງລັດຖະມົນຕີ Rodrigo Yanez Benitez ໄດ້ເຫັນດີກັບທັດສະນະຂອງທ່ານຮອງລັດຖະມົນຕີ ໂດແທັງຫາຍ, ແລະ ສະແດງຄວາມເຊື່ອໝັ້ນວ່າການນຳເຂົ້າ - ສົ່ງອອກລະຫວ່າງສອງຝ່າຍ ຈະສືບຕໍ່ບັນລຸການເຕີບໂຕທີ່ດີໃນໄລຍະຈະມາເຖິງ ຍ້ອນຜົນປະໂຫຍດຈາກສັນຍາການຄ້າເສລີຫວຽດນາມ - ຈີເລ.

ໃນສະພາບການລະບາດຂອງພະຍາດ COVID-19 ມີຄວາມສັບສົນ, ທ່ານ Rodrigo Yanez Benitez - ຮອງລັດຖະມົນຕີຈີເລ ໄດ້ສະແດງຄວາມປາດຖະໜາຢາກໃຫ້ບັນດາອົງການທີ່ກ່ຽວຂ້ອງ ແລະ ບັນດາວິສາຫະກິດຂອງສອງປະເທດເພີ່ມທະວີການຄົ້ນຄວ້າ ແລະ ການຮ່ວມມືໃນການເຂົ້າຮ່ວມ ລະບົບຕ່ອງໂສ້ການສະໜອງໃນທົ່ວໂລກ.

ໃນຂອບເຂດສັນຍາ CPTPP, ຝ່າຍຈີເລ ໄດ້ຢືນຢັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນໆໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດກອງປະຊຸມເປັນປະຈຳ. ສິ້ນສຸດກອງປະຊຸມ, ຮອງລັດຖະມົນຕີທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຈັດຕັ້ງປະຕິບັດສັນຍາການຄ້າເສລີຫວຽດນາມ - ຈີເລ ຢ່າງມີປະສິດທິຜົນ ແລະ ກະກຽມຈັດກອງປະຊຸມສະພາການຄ້າເສລີຫວຽດນາມ - ຈີເລ ຄັ້ງທີ 4 ໃນປີ 2020.

ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ ຫວຽດນາມ ແລະ ອາເຈນຕິນາ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ

ຍສໝ - ທີ່ກອງປະຊຸມສຳມະນາ, ທ່ານນາງ Perié ໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນຕ້ອງການເພີ່ມທະວີການເຄື່ອນໄຫວຕ່າງໆ ໃນກົນໄກການຮ່ວມມືສອງຝ່າຍ ໂດຍອີງໃສ່ການສະໜັບສະໜູນລະຫວ່າງພື້ນຖານເສດຖະກິດປະເທດອາເຈນຕິນາ ແລະ ຫວຽດນາມ.

ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ

ຍສໝ - ນັກຊ່ຽວຊານດ້ານເສດຖະກິດພາກພື້ນອາຊີ, ຂຶ້ນກັບທະນາຄານ Standard Chartered ໃຫ້ຮູ້ວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ຄາດຄະເນວ່າ ຈະຟື້ນຕົວໃນ 6 ເດືອນທ້າຍປີນີ້ ດ້ວຍກຳລັງໜູນສຳຄັນທີ່ມາຈາກກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ.

ຊ ກຍ ການຮ ວມມ ດ ານເສດຖະກ ດ ແລະ ການຄ າລະຫວ າງຫວຽດນາມ ແລະ ຈ ເລ ຫວຽດນາມ ແມ່ນປະເທດທີ່ມີສະພາບແວດລ້ອມແຫ່ງການລົງທຶນຢ່າງປອດໄພ

ຍສໝ - ດ້ວຍແງ່ຫວັງເສດຖະກິດຫວຽດນາມ ມີສັນຍານຟື້ນຟູ, ພ້ອມກັບສັນຍາ EVFTA ເລີ່ມມີຜົນສັກສິດ, ໄລຍະແຕ່ 6 ເຖິງ 12 ເດືອນຕໍ່ໄປຈະມີການຫັນປ່ຽນເປັນໜ້າຕິດຕາມຫຼາຍຢ່າງພາຍຫຼັງທີ່ບັນດາວິສາຫະກິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ຄຳຮຸ່ງ

302 Found

Found

The document has moved here.