ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

11:55 | 05/08/2020

ຍສໝ -  ເມື່ອບໍ່ດົນມານີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.

ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ
ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ EVFTA ຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ
ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ
ບັນຍາກາດທີ່ການຕ້ອນຮັບ.(ພາບ:dienbien.gov.vn)

ການນຳແຂວງ ດ້ຽນບຽນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມືລະ ຫວ່າງແຂວງ ດ້ຽນບຽນ ກັບສະຖານທູດລາວ ແລະ ບັນດາແຂວງພາກເໜືອຂອງ ສປປ ລາວ.

ສ່ວນ ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການນຳແຂວງ ດ້ຽນບຽນ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຕີລາຄາສູງຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ດ້ຽນບຽນ ທີ່ມີການພັດທະນາຢ່າງວ່ອງໄວ. ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈທີ່ແຂວງ ດ້ຽນບຽນ ໄດ້ໃຫ້ການຊ່ວຍເຫຼືອດ້ານຕ່າງໆແກ່ບັນດາແຂວງພາກເໜືອຂອງລາວ.

ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ
ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ໄປຢ້ຽມຢາມພົບປະໂອ້ລົມກັບນັກສຶກສາລາວທີ່ກຳລັງສຶກສາ ຢູ່ ແຂວງ ດ້ຽນບຽນ.(ພາບ:dienbien.gov.vn)

ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງດ ສະເໜີແຂວງດ້ຽນບຽນສືບຕໍ່ໃຫ້ການຊ່ວຍເຫຼືອ, ສົ່ງເສີມການລົງທຶນໃຫ້ນັກລົງທຶນຫວຽດນາມໄປລົງທຶນຢູ່ບັນດາແຂວງພາກເໜືອຂອງລາວໃຫ້ຫຼາຍຂື້ນ ເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການຕັ້ງຖິ່ນຖານພູມລຳເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຮັກສາຄວາມສະຫງົບຂອບເຂດບໍລິເວນຊາຍແດນ...

ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ໄປຢ້ຽມຢາມພົບປະໂອ້ລົມກັບນັກສຶກສາລາວທີ່ກຳລັງສຶກສາ ຢູ່ແຂວງ ດ້ຽນບຽນ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ບັນດານັກສຶກສາລາວຕ້ອງຮູ້ບຸນຄຸນຕໍ່ປະເທດເຈົ້າພາບ, ເປັນເຈົ້າການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດອັນເປັນມູນເຊື້ອອັນຍາວນານລະຫວ່າງສອງພັກ, ສອງລັດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ.

ກ່ອນໜ້ານັ້ນ, ທ່ານ ເອກອັກຄະລັດຖະທູດລາວ ແສງເພດ ຮຸ່ງບຸນຍວງ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມນັກສຶກສາລາວທີ່ພວມຮໍ່າຮຽນໃນບໍລິເວນແຂວງເຊີນລາ. ທີ່ການເຮັດວຽກ, ທ່ານ ແສງເພດ ຮຸ່ງບຸນຍວງ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນບໍາລຸງສ້າງຊັບພະຍາກອນມະນຸດຂອງແຂວງເຊີນລາ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາ, ທ່ານສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງເຊີນລາ ຈະສືບຕໍ່ສ້າງເງື່ອນໄຂຊ່ວຍເຫຼືອນັກສຶກສາລາວໃນບໍລິເວນແຂວງ, ພ້ອມທັງລະດົມກໍາລັງໃຈບັນດານັກສຶກສາລາວສູ້ຊົນຮໍ່າຮຽນໃຫ້ດີ.

ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ ສສ.ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.

ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).

ລາວ ດ ຽນບຽນ ເພ ມທະວ ການຮ ວມມ ໃນຫ າຍຂ ງເຂດ ຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ” ສໍາລັບບັນດາວິສາຫະກິດຕ່າງປະເທດ

ຍສໝ - ບໍລິສັດສະໜອງບັນດາການບໍລິການຮັບສະໝັກບຸກຄະລາກອນລະດັບສູງຢູ່ຫວຽດນາມ ເນັ້ນໜັກວ່າ ເຖິງວ່າຕ້ອງຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນໄວ້ຈົນສຸດຄວາມສາມາດຂອງຕົນກໍ່ຕາມ, ແຕ່ບັນດາວິສາຫະກິດຍີ່ປຸ່ນ ຍັງເລືອກເອົາຫວຽດນາມ ແມ່ນ “ດິນແດນແຫ່ງຄວາມຫວັງ”.

ໄຊພອນ

ເຫດການ
302 Found

Found

The document has moved here.