ເພີ່ມທະວີສາຍພົວພັນມິດຕະພາບ, ຮ່ວມມື ຫວຽດນາມ - ລາວ

11:28 | 05/07/2020

ຍສໝ - ຝ່າຍຫວຽດນາມໄດ້ມອບໂຮງຮຽນຫລັງດັ່ງກ່າວໃຫ້ຝ່າຍ ລາວ, ໂຮງຮຽນມີ 3 ຊັ້ນ, ມີຫ້ອງຮຽນ 40 ຫ້ອງ ໄດ້ຕິດຕັ້ງບັນດາອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ ດ້ວຍມູນຄ່າການກໍ່ສ້າງ 49 ຕື້ກີບ.

ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ
ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ ລາວ: ສືບຕໍ່ຄຸມເຂັ້ມກວດຄົນເຂົ້າເມືອງ ຢູ່ບັນດາດ່ານຊາຍແດນຕ່າງໆ
ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ

ພິທີມອບ-ຮັບຊົ່ວຄາວໂຄງການໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ.(ພາບ: dienbientv.vn)

ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນ ໄຕຈາງ, ແຂວງ ດ້ຽນບຽນ, ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ເມືອງ ບຸນເໜືອ ໃຫ້ແກ່ແຂວງ ຜົ້ງສາລີ, ຂອງລາວ. ໂຄງການດັ່ງກ່າວມີຍອດເງິນລົງທຶນ 120 ຕື້ດົ່ງ. ກິດຈະກຳໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນກວ້າງ 38.500 ຕາແມັດ, ຕາມມາດຕະຖານຂອງໂຮງຮຽນແຫ່ງຊາດ, ດ້ວຍຫ້ອງຮຽນ 40 ຫ້ອງ, ສາມາດຕອບສະໜອງຄວາມຕ້ອງການຮ່ຳຮຽນຂອງນັກຮຽນກວ່າ 1.800 ຄົນ, ພ້ອມກັບຫຼາຍກິດຈະກຳສຳຮອງອື່ນໆ. ໂຮງຮຽນໄດ້ຮັບການກໍ່ສ້າງດ້ວຍຂອບຂະໜາດໃຫຍ່ ແລະ ທັນສະໄໝນີ້ ຈະແມ່ນໂອກາດເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ແຂວງ ຜົ້ງສາລີ ເວົ້າສະເພາະ ແລະ ປະເທດລາວ ເວົ້າລວມ. ກິດຈະກຳດັ່ງກ່າວ ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງແຂວງ ດ້ຽນບຽນ ກັບບັນດາແຂວງທາງພາກເໜືອຂອງລາວ ເວົ້າລວມ ແລະ ກັບແຂວງ ຜົ້ງສາລີ ເວົ້າສະເພາະ.

ເມື່ອມໍ່ໆມານີ້, ຝ່າຍ ຫວຽດນາມ ໄດ້ມອບໂຮງຮຽນຫລັງດັ່ງກ່າວໃຫ້ຝ່າຍ ລາວ, ໂຮງຮຽນມີ 3 ຊັ້ນ, ມີຫ້ອງຮຽນ 40 ຫ້ອງ ໄດ້ຕິດຕັ້ງບັນດາອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ ດ້ວຍມູນຄ່າການກໍ່ສ້າງ 49 ຕື້ກີບ. ໂຮງຮຽນຍັງມີເຂດຫ້ອງການໃຫ້ຄູອາຈານ, ມີເດີ່ນກິລາ ແລະ ສະໂມສອນ. ເລື່ອງນຳໂຮງຮຽນເຂົ້າເຄື່ອນໄຫວ ຈະຊ່ວຍໃຫ້ນັກຮຽນກ່ວາ 1.700 ຄົນໄດ້ຮັບຜົນປະໂຫຍດ ຍ້ອນມີສະພາບແວດລ້ອມແຫ່ງການຮ່ຳຮຽນທີ່ດີກ່ວາ. ໂຮງຮຽນໄດ້ຮັບການກໍ່ສ້າງ ດ້ວຍຈຸດປະສົງພັດທະນາບັນດາຮາກຖານການສຶກສາໃຫ້ມີຄຸນນະພາບສູງ ແນໃສ່ປັບປຸງຄຸນນະພາບການຮຽນ-ການສອນ ເພື່ອຕອບສະໜອງບັນດາມາດຕະຖານສາກົນ, ພ້ອມທັງ ຍົກສູງໝາກຜົນການສຶກສາພື້ນຖານ ແລະ ໜູນຊ່ວຍພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ.

ໂຄງການໂຮງຮຽນດັ່ງກ່າວແມ່ນຂອງຂວັນທີ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 55 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 - 2017) ແລະ 40 ປີ ແຫ່ງວັນສອງປະເທດເຊັນສົນທິສັນຍາວ່າດ້ວຍການຮ່ວມມື, ມິດຕະພາບ (1977 - 2017).

ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ...

ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ

ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍ​ໃຕ້ການ​ເປັນ​ປະທານຂອງ ທ່ານ​ ທອງສະຫວັນ ພົມວິຫານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ເພ ມທະວ ສາຍພ ວພ ນມ ດຕະພາບ ຮ ວມມ ຫວຽດນາມ ລາວ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ຍສໝ - ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ...

ໄຊພອນ

302 Found

Found

The document has moved here.