ນຳສົ່ງພົນລະເມືອງ ຫວຽດນາມ 200 ຄົນ ຈາກສີລັງກາ ແລະ ບັງກະລາເທດ ກັບຄືນປະເທດ ຢ່າງປອດໄພ | |
ລັດ Guerrero ຂອງເມັກຊິໂກ ສະແດງຄວາມຂອບໃຈຫວຽດນາມ ທີ່ໄດ້ສະໜັບສະໜູນ ອະປະກອນການແພດເພື່ອປ້ອງກັນພະຍາດ COVID-19 |
ພົນລະເມືອງໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ປະກອບມີ ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຄົນງານຜູ້ທີ່ໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ ແລະ ບັນດາກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ.
![]() |
ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບບ້ານຢ່າງປອດໄພ. (ພາບ: baoquocte) |
ເພາະວ່າລັດຖະບານອົດສະຕາລີ ແລະ ນິວຊີແລນ ໄດ້ປະຕິບັດຈຳກັດການເດີນທາງ ແລະ ປິດປະຕູຊາຍແດນຍ້ອນການລະບາດຂອງພະຍາດ COVID-19, ອົງການຕາງໜ້າຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພົນລະເມືອງ ໄປຮອດສະໜາມບິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຂົ້າ-ອອກເມືອງຂອງສອງປະເທດ.
ພ້ອມກັນນັ້ນ, ເອກອັກຄະລັດຖະທູດ ແລະ ພະນັກງານການທູດຂອງສະຖານທູດຫວຽດນາມ ປະຈຳອົດສະຕາລີ ໄດ້ໄປສະໜາມບິນໂດຍກົງ ເພື່ອປະສານສົມທົບກັບສາຍການບິນ ແລະ ອຳນາດການປົກຄອງທ້ອງຖິ່ນ ເຊິ່ງໄດ້ແນະນຳ ແລະ ສະໜັບສະໜູນພົນລະເມືອງ ໃຫ້ສຳເລັດຂັ້ນຕອນລະບຽບການທີ່ຈຳເປັນ.
ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.
ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ແລກປ່ຽນປະສົບການຮັກສາສັນຕິພາບຂອງສະຫະປະຊາຊາດ ລະຫວ່າງຫວຽດນາມ ແລະ ສະຫະລັດອາເມລິກາ ຍສໝ - ຫວຽດນາມ ແລະ ສະຫະລັດອາເມລິກາ ຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ສອດຄ່ອງ ສຳຫຼັບການພົວພັນຮ່ວມກັນ, ໃນນັ້ນມີບຸລິມະສິດໃຫ້ແກ່ຂົງເຂດຜ່ານຜ່າຜົນສະທ້ອນຈາກສົງຄາມ ແລະ ປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ. |
![]() | ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ຈັດພິທີປິດຊຸດຮຽນພາສາຫວຽດນາມ ຫຼັກສູດຕໍ່ເນື່ອງຊຸດທີ III ໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ 17 ຄົນ. |
![]() | ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19. |
ຄຳຮຸ່ງ