ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ

06:30 | 01/07/2020

ໃນວັນທີ 29 - 30 ມິຖຸນາ 2020 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ ICTC, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມທາບທາມ ຄຳເຫັນຂັ້ນສູນກາງ ຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ພາຍ​ໃຕ້ການ​ເປັນ​ປະທານຂອງ ທ່ານ​ ທອງສະຫວັນ ພົມວິຫານ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າຄະນະຮັບຜິດຊອບ ສ້າງຮ່າງກົດໝາຍ ໂດຍມີບັນດາທ່ານຮອງລັດຖະມົນຕີ ແລະ ຮອງຫົວໜ້າອົງການຂັ້ນສູນກາງ​​, ທ່ານ ຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງຂັ້ນສູນກາງ ເຂົ້າຮ່ວມ.

ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ
ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ

ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ
ທ່ານ ​ ທອງສະຫວັນ ພົມວິຫານ

ການຈັດຕັ້ງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອນໍາເອົາຮ່າງກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດມາທາບທາມຄຳເຫັນນຳບັນດາກະຊວງ, ອົງການຈັດຕັ້ງລັດທຽບເທົ່າກະຊວງ ແລະ ອົງການຈັດຕັ້ງຕ່າງໆອ້ອມຂ້າງສູນກາງ. ພາຍຫລັງກອງປະຊຸມໃນຄັ້ງນີ້ ກະຊວງການຕ່າງປະເທດ ກໍຈະສືບຕໍ່ທາບທາມ ຄຳເຫັນຢູ່ພາກໜືອ, ພາກກາງ ແລະ ພາກໃຕ້ ໃຫ້ສໍາເລັດພາຍໃນເດືອນກໍລະກົດ 2020 ນີ້. ຈາກນັ້ນກໍຈະປັບປຸງ ຕາມການປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອ​​ໃນຂອງຮ່າງກົດໝາຍ ມີຄວາມຮັດກຸມ, ຈະແຈ້ງ ​ແລະ ຄົບຖ້ວນ ຂຶ້ນກວ່າເກົ່າກ່ອນນຳສະເໜີຮ່າງກົດໝາຍ ເຂົ້າພິຈາລະນາຢູ່ກອງປະຊຸມ ລັດຖະບານປະຈຳ ເດືອນສິງຫາ 2020 ແລະ ນໍາເຂົ້າພິຈາລະນາ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2020 ຕາມລຳດັບ.

ການສ້າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບຊາຍແດນແຫ່ງຊາດ ແລະ ວຽກງານຊາຍແດນ ແນ່ໃສ່ເພີ່ມທະວີການຄຸ້ມຄອງວຽກງານຊາຍແດນແຫ່ງຊາດ ໃຫ້ລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ທັງເປັນພື້ນຖານ ໃຫ້ແກ່ບົດບັນຍັດຂອງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງ ແມ່ນມີຄວາມສໍາຄັນທີ່ສຸດ ແລະ ມີຄວາມຈຳເປັນພາວະວິໄສອັນຮີບດ່ວນ. ນອກຈາກນັ້ນ, ກົດໝາຍສະບັບນີ້ ກໍຍັງເຮັດໃຫ້ພົນລະເມືອງລາວທຸກຄົນ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງຂອງ ສປປ ລາວ ມີຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງຊາຍແດນແຫ່ງຊາດ; ຄວາມຮັບຜິດຊອບ ແລະ ພັນທະຂອງຕົນ ໃນການເຄົາລົບຊາຍແດນແຫ່ງຊາດ; ພາລະກິດໃນການສ້າງ, ຄຸ້ມຄອງ ແລະ ປ້ອງກັນຊາຍແດນແຫ່ງຊາດ ກໍຄື ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ບໍລິເວນຊາຍແດນ.

ການສ້າງກົດໝາຍສະບັບນີ້, ກໍແມ່ນການຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີX ຂອງພັກ, ມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການຍົກສູງປະສິດຕິພາບ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III ກໍຄື ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ເພື່ອຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງຂະແໜງການຂອງຕົນດ້ວຍກົດໝາຍ ແລະ ລະບຽບການຢ່າງເປັນລະບົບຄົບຊຸດ ແລະ ໜັກແໜ້ນເທື່ອລະກ້າວ.

ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ

ຍສໝ - ໃນຊຸມມື້ຜ່ານມາ, ອາກາດຮ້ອນແຮງ ຍັງສືບຕໍ່ເກີດຂື້ນໃນທົ່ວປະເທດ, ໂດຍສະເພາະແມ່ນຢູ່ເຂດຊາຍແດນ.

ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81%

ຍສໝ - ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ.

ກອງປະຊ ມທາບທາມຄຳເຫ ນຂ ນສ ນກາງຕ ຮ າງກ ດໝາຍວ າດ ວຍ ຊາຍແດນແຫ ງຊາດ Bloomberg: ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ

ໜັງສືພິມ Bloomberg ຂອງສະຫະລັດອາເມລິກາ ໃນວັນທີ 29 ມິຖຸນາ ໄດ້ຂຽນວ່າ ເສດຖະກິດຂອງຫວຽດນາມ ບັນລຸການເຕີບໂຕທີ່ບໍ່ຄາດຄິດເຖິງ, ບໍ່ຫົວຊາຕໍ່ຜົນກະທົບຈາກການຕິດເຊື້ອຂອງພະຍາດ COVID-19.

kpl.gov.la

ເຫດການ
302 Found

Found

The document has moved here.