ຫວຽດນາມ ນອນໃນກຸ່ມຟື້ນຟູການຜະລິດແຮງທີ່ສຸດຢູ່ອາຊີໃນເດືອນ ມິຖຸນາ

11:30 | 04/07/2020

ຍສໝ - ບັນດາດັດຊະນີຄຸ້ມຄອງການຊື້ເຄື່ອງຜະລິດໃນເດືອນມິຖຸນາຂອງອາຊີ ສະແດງໃຫ້ເຫັນວ່າ ບັນດາພື້ນຖານເສດຖະກິດເກືອບທັງໝົດກໍາລັງຟື້ນຟູ, ເຖິງວ່າດ້ວຍບັນດາລະດັບທີ່ແຕກຕ່າງກັນ.

ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ ຫວຽດນາມ ໄດ້ມານະພະຍາຍາມເຂົ້າຮ່ວມວຽກງານຂອງສະພາຄວາມໝັ້ນຄົງ ສປຊ ແລະ ບັນລຸໄດ້ຫຼາຍຜົນງານທີ່ໜ້າຮັບຮູ້
ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ

ນຳສົ່ງພົນລະເມືອງ ຫວຽດນາມ 200 ຄົນ ຈາກສີລັງກາ ແລະ ບັງກະລາເທດ ກັບຄືນປະເທດ ຢ່າງປອດໄພ

ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ

ພາບປະກອບ

ຕາມເວັບໄຊ Bloomberg ແລ້ວ, ດັດຊະນີ PMI ຂອງ ຍີ່ປຸ່ນ, ສ.ເກົາຫຼີ ແລະ ໄຕ້ຫວັນ ໄດ້ຮັບການປັບປຸງໜ້ອຍໜຶ່ງ, ແຕ່ຍັງຕ່ຳກວ່າລະດັບ 50. ໃນຂະນະເປັນຄັ້ງທຳອິດທີ່ປະລິມານການຜະລິດຂອງໂຮງງານຢູ່ຫວຽດນາມ ແລະມາເລເຊຍ ເພີ່ມຂຶ້ນແຕ່ເດືອນມັງກອນ ແລະເດືອນທັນວາ, ກ່ອນທີ່ພະຍາດໂຄວິດ-19 ແຜ່ລະບາດໃນພາກພື້ນ. ດັດຊະນີ PMI ຂອງຫວຽດນາມ ແມ່ນ 51,1.

ບັນດານັກຊ່ຽວຊານດ້ານເສດຖະກິດໄດ້ຄາດຄະເນວ່າ GDP ຂອງຫວຽດນາມຈະຫຼຸດລົງ 0,9%. ຖ້າຄິດໄລ່ໃນ 6 ເດືອນຕົ້ນປີ, ການເຕີບໂຕຄາດຄະເນວ່າຈະເພີ່ມຂຶ້ນ 1,18%. ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະໃນໂລກແລ້ວ, ນີ້ແມ່ນລະດັບເຕີບໂຕທີ່ດີພໍສົມຄວນ.

ການເຕີບໂຕທີ່ຕັ້ງໜ້າດັ່ງກ່າວບັນລຸໄດ້ໃນສະພາບທີ່ເກີດພະຍາດໂຄວິດ-19 ເຮັດໃຫ້ການສົ່ງອອກຫຼຸດລົງ 2% ໃນເດືອນມິຖຸນາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການນໍາເຂົ້າເພີ່ມຂຶ້ນ 5,3%. ດັດຊະນີລາຄາບໍລິໂພກເພີ່ມຂຶ້ນ 3,17%. ລັດຖະບານຫວຽດນາມ ວາງເປົ້າໝາຍໃຫ້ບັນລຸລະດັບເງິນເຟີ້ສະເລ່ຍແມ່ນ 4% ໃນປີນີ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາແຫ່ງຊາດ, ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳ, ຕີລາຄາກ່ຽວກັບວຽກງານບໍລິຫານລາຄາໄລຍະ 6 ເດືອນຕົ້ນປີ, ມາດຕະການຂອງໄລຍະ 6 ເດືອນທ້າຍປີ, ຕັດສິນໃຈປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນ້ັນໜັກວ່າ ເຖິງວ່າມີຫຼາຍປັດໄຈກະທົບທັງຢູ່ພາຍໃນ ແລະ ພາຍນອກກໍ່ຕາມ, ແຕ່ລັດຖະບານໄດ້ຕັດສິນໃຈຄວບຄຸມດັດຊະນີລາຄາຊົມໃຊ້ບໍ່ເກີນ 4%ຄືດັ່ງມະຕິສະພາແຫ່ງຊາດມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ເລື່ອງຄວບຄຸມໂລກລະບາດ Covid – 19 ໄດ້ໂດຍໄວ ພ້ອມກັບການທີ່ລັດຖະບານມີບັນດາມາດຕະການຊຸກຍູ້, ກະຕຸ້ນພາຍໃນປະເທດໄດ້ສ້າງເງື່ອນໄຂໃຫ້ແກ່ເສດຖະກິດພັດທະນາ.

ຫວ່າງມໍ່ໆມານີ້, ເວັບໄຊຂອງກອງທຶນເງິນຕາສາກົນ (IMF) ໄດ້ລົງບົດຂຽນທີ່ຍ້ອງຍໍສັນລະເສີນຜົນສໍາເລັດຂອງຫວຽດນາມ ໃນການຕ້ານພະຍາດໂຄວິດ-19. ຕາມບົດຂຽນແລ້ວ, ໜຶ່ງໃນບັນດາຜົນສໍາເລັດຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ນັ້ນແມ່ນຍ້ອນມີວິທີການຄວບຄຸມໃນຊຸມຊົນຢ່າງເຄັ່ງຄັດ ກໍ່ຄືມີບັນດາລັດຖະນະໂຍບາຍຢ່າງທັນການຂອງລັດຖະບານ, ຂະແໜງສາທາລະນະສຸກ.

ຕາມ IMF ແລ້ວ, ການເປີດເຜີຍ ແລະຄວາມໂປ່ງໃສຈະແຈ້ງກໍ່ແມ່ນປັດໄຈສໍາຄັນທີ່ສຸດໄດ້ນໍາມາເຊິ່ງຜົນສໍາເລັດໃຫ້ແກ່ຫວຽດນາມ. ນັບແຕ່ຕອນທຳອິດ, ສື່ມວນຊົນຂອງຫວຽດນາມ ໄດ້ມີຄວາມຈະແຈ້ງໂປ່ງໃສໃນການສື່ຂ່າວກ່ຽວກັບເຊື້ອພະຍາດໂຄວິດ-19 ແລະຍຸດທະສາດປ້ອງກັນຕ້ານພະຍາດຂອງລັດ.

ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ຈັດພິທີປິດຊຸດຮຽນພາສາຫວຽດນາມ ຫຼັກສູດຕໍ່ເນື່ອງຊຸດທີ III ໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ 17 ຄົນ.

ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ ສະຖານທູດຫວຽດນາມມອບຜ້າອັດປາກ ຈຳນວນ 3.500 ອັນ ໃຫ້ແກ່ນະຄອນວໍຊິງຕັນ

ຍສໝ - ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາໄດ້ຈັດພິທີມອບຮັບຜ້າອັດປາກ 3.500 ອັນ ໃຫ້ຜູ້ຕາງໜ້າ ອໍານາດການປົກຄອງນະຄອນວໍຊິງຕັນເພື່ອປ້ອງກັນ ແລະ ຄວບຄຸມ COVID-19.

ຫວຽດນາມ ນອນໃນກ ມຟ ນຟ ການຜະລ ດແຮງທ ສ ດຢ ອາຊ ໃນເດ ອນ ມ ຖ ນາ ຫວຽດນາມ ສືບຕໍ່ນຳສົ່ງພົນລະເມືອງຈຳນ່ວນ 225 ຄົນ ຈາກຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 30 ມິຖຸນາ 2020, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ແລະ ບໍລິສັດການບິນ VietJet ໄດ້ຮ່ວມມືກັບປະເທດຍີ່ປຸ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 225 ຄົນຈາກຍີ່ປຸ່ນ ໄດ້ກັບຄືນປະເທດຢ່າງປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.