ຫວຽດນາມ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນເປີດກ້ວາງ

09:51 | 01/07/2020

ຍສໝ - ໃນວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດກອງປະຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​ປ້ອງ​ກັນ​ຊາດ ​ອາ​ຊຽນ​ເປີດ​ກ້​ວາງ (ADSOM + WG) ດ້ວຍຮູບການອອນລາຍ.

ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ ປ້ອງກັນການລະບາດພະຍາດ COVID-19 ຢູ່ເຂດຊາຍແດນຫວຽດນາມ
ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ Bloomberg: ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ

ທ່ານພົນຈັດຕະວາ ຫວຸຈຽນທັ໊ງ - ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມ ເປັນປະທານກອງປະຊຸມ.

ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ການ​ປ້ອງ​ກັນ​ຊາດ ​ອາ​ຊຽນ​ເປີດ​ກ້​ວາງ ADSOM + WG ດ້ວຍຮູບການອອນລາຍ ແລະ ໂດຍມີການເຂົ້າຮ່ວມຂອງຫົວໜ້າ ADSOM ຂອງບັນດາປະເທດອາຊຽນ ແລະ 8 ປະເທດອື່ນ, ເຊັ່ນ ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ.

ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ
ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນເປີດກ້ວາງ ທາງຖ່າຍທອດສົດ. (ພາບ: qdnd)

ກອງປະຊຸມຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງ ບັນດາປະເທດອາຊຽນກັບບັນດາປະເທດຄູ່ຮ່ວມມືໃນຂອບເຂດ ADMM+, ປະຕິບັດວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກ້ວາງ ທາງອອນລາຍ (ADSOM+) ທີ່ໄດ້ດຳເນີນໃນວັນທີ 7 ກໍລະກົດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນຕີ ຫວຸຈຽນທັ໊ງ - ຫົວໜ້າກົມພົວພັນການຕ່າງປະເທດ, ຫົວໜ້າ ADSOM WG ຫວຽດາມໄດ້ປະກາດເລື່ອງຈັດຕັ້ງການຊ້ອມຮົບປ້ອງກັນ, ສະກັດກັ້ນໂລກລະບາດ COVID – 19 ຮ່ວມທາງອອນລາຍຂອງເສນາຮັກ ບັນດາປະເທດອາຊຽນທີ່ໄດ້ເນີນໃນວັນທີ 27 ພຶດສະພາ ປີ 2020 ສຳເລັດຜົນ.

ທ່ານພົນຕີ ຫວຸຈຽນທັ໊ງ ກໍ່ຢັ້ງຢືນວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືພຶດຕະກຳຕົວຈິງ ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບຈາກລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ໃນຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກລະບາດທີ່ໄດ້ຮັບຮອງຈາກ ກອງປະຊຸມ ADMM ວົງແຄບໃນເດືອນກຸມພາທີ່ຜ່ານມາ.

ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81%

ຍສໝ - ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ.

ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ ຫວຽດນາມ ມີກາລະໂອກາດເພື່ອນຳໃຊ້ປະໂຫຍດ ຈາກ EVFTA

ຍສໝ - ປະເທດຫວຽດນາມມີໂອກາດດີທີ່ຈະນຳໃຊ້ປະໂຫຍດຈາກສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ໃນຂະນະທີ່ດຶງດູດການລົງທືນໂດຍກົງຈາກຕ່າງປະເທດຈາກບັນດາວິສາຫະກິດເອີຣົບ - ປະທານສະມາຄົມນັກທຸລະກິດເອີຣົບ ທີ່ປະເທດຫວຽດນາມ (EuroCham), ທ່ານ Nicolas Audier ກ່າວ.

ຫວຽດນາມ ໄດ ຈ ດກອງປະຊ ມເຈ າໜ າທ ອາວ ໂສປ ອງກ ນຊາດ ອາຊຽນເປ ດກ ວາງ ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື

ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.