Bloomberg: ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ

18:00 | 30/06/2020

ໜັງສືພິມ Bloomberg ຂອງສະຫະລັດອາເມລິກາ ໃນວັນທີ 29 ມິຖຸນາ ໄດ້ຂຽນວ່າ ເສດຖະກິດຂອງຫວຽດນາມ ບັນລຸການເຕີບໂຕທີ່ບໍ່ຄາດຄິດເຖິງ, ບໍ່ຫົວຊາຕໍ່ຜົນກະທົບຈາກການຕິດເຊື້ອຂອງພະຍາດ COVID-19.

bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ ວິສາຫະກິດອາເມລິກາ ມີຄວາມເອົາໃຈໃສ່ຕໍ່ມາດຕະການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ
bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 12 ຂໍ້ສະເໜີກ່ຽວກັບຫົວຄິດປະດິດສ້າງ ແລະ ບຸລິມະສິດໃນການຮ່ວມມືເສດຖະກິດຂອງຫວຽດນາມ

ຜູ້ຂຽນໄດ້ຍົກເອກະສານໂດຍອ້າງອີງຂໍ້ມູນ ຂອງກົມໃຫຍ່ການສະຖິຕິ ໃນວັນທີ 29 ມິຖຸນາ ໃຫ້ຮູ້ວ່າ, ໃນໄຕມາດທີ 2, ເສດຖະກິດຂອງຫວຽດນາມ ໄດ້ຄາດຄະເນວ່າຈະບັນລຸການເຕີບໂຕເປັນເລກທີ່ໃຫຍ່ກວ່າສູນ, ເຖິງວ່າການພົວພັນການຄ້ຈະຫຼຸດລົງ ຍ້ອນຜົນກະທົບຈາກການຕິດເຊື້ອຂອງພະຍາດ COVID-19.

ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນໄຕມາດທີ 2 ໄດ້ຄາດຄະເນວ່າຈະເພີ່ມຂື້ນ 0.36% ທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ໃນເມື່ອທີ່ຕົວເລກຍອດຜະລິດຕະພັນພາຍໃນ GDP ຂອງຫວຽດນາມ ໃນໄຕມາດທີທຳອິດແມ່ນ 3,68%.

bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ
ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ ເຊິ່ງບໍ່ຫົວຊາຕໍ່ພະຍາດ COVID-19. (ພາບ: Nikkei Asian Review)

ຖ້າຄິດໄລ່ໃນ 6 ເດືອນທຳອິດ, ການເຕີບໂຕ GDP ຂອງຫວຽດນາມ ໄດ້ຄາດຄະເນວ່າຈະເພີ່ມຂຶ້ນ 1,18%. ຖ້າທຽບໃສ່ກັບປະເທດອື່ນໆໃນພາກພື້ນ ແລະ ໃນໂລກ, ນີ້ແມ່ນການເຕີບໂຕທີ່ດີພໍສົມຄວນ.

ໜັງສືພິມ Bloomberg ໃຫ້ຮູ້ວ່າ ຜົນກະທົບຂອງພະຍາດ COVID-19 ເຊິ່ງເຮັດໃຫ້ການສົ່ງອອກຂອງຫວຽດນາມ ຖືກຫຼຸດລົງ 2% ໃນເດືອນມິຖຸນາ ທີ່ທຽບໃສ່ໄລຍະດຽວກັນຂອງປີກາຍ. ແຕ່ວ່າ ໃນຂະນະດ່ຽວກັນ ການນຳເຂົ້າຂອງຫວຽດນາມ ໄດ້ເພີ່ມຂື້ນ 5,3%. ດັດຊະນີລາຄາຜູ້ບໍລິໂພກເພີ່ມຂຶ້ນ 3.17%. ລັດຖະບານຫວຽດນາມ ໄດ້ວາງເປົ້າໝາຍທີ່ຈະບັນລຸອັດຕາເງິນເຟີ້ສະເລ່ຍເປັນ 4% ໃນປີນີ້.

ອີງຕາມບົດຂຽນ, ພື້ນຖານເສດຖະກິດອີງໃສ່ການສົ່ງອອກຂອງຫວຽດນາມ ໄດ້ຮັບຜົນກະທົບຢ່າງໜັກ. ແຕ່ວ່າ ໃນປີນີ້, ຫວຽດນາມ ຍັງແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຜົນດີທີ່ສຸດໃນພາກພື້ນ. ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຄາດຄະເນວ່າພື້ນຖານເສດຖະກິດ ສາມາດຮັກສາການເຕີບໂຕໃນລະດັບ 4-5% ໃນປີ 2020, ຍ້ອນວ່າລັດຖະບານຫວຽດນາມ ໄດ້ເພີ່ມທະວີດຶງດູດການລົງທຶນຈາກຕ່າງປະເທດ.

bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ ໜັງສືພິມຍີ່ປຸ່ນ: EVFTA ຈະຊ່ວຍຊຸກຍູ້ຂະຫຍາຍຕົວ ພື້ນຖານເສດຖະກິດຫວຽດນາມ

ຍສໝ - ຕາມໜັງສືພິມ Nikkei Asia Review ຂອງຍີ່ປຸ່ນ, ໃນວັນທີ 8 ມິຖຸນາ ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາສັນຍາການຄ້າເສລີກັບສະຫະພາບເອີຣົບ (ອີຢູ), ສັນຍາ EVFTA ຈະໃຫ້ກຳລັງໜູນທີ່ຈຳເປັນຢ່າງສຳຄັນ ເພື່ອຊຸກຍູ້ຂະຫຍາຍຕົວພື້ນຖານເສດຖະກິດຫວຽດນາມ.

bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ ເສດຖະກິດຫວຽດນາມຍັງມີລະດັບການເຕີບໂຕໄວທີ່ສຸດຢູ່ອາຊີ

ຍສໝ - ADB ຄາດຄະເນວ່າຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021.

bloomberg ເສດຖະກ ດຂອງຫວຽດນາມ ໄດ ເຕ ບໂຕເກ ນການຄາດຄະເນ ເສດຖະກິດຫວຽດນາມໄລຍະ 2021 – 2025: ກາລະໂອກາດ ແລະ ສິ່ງທ້າທາຍຈາກບັນດາສັນຍາການຄ້າເສລີລຸ້ນໃໝ່

ຍສໝ - ໃນແຜນການພັດທະນາເສດຖະກິດ ສັງຄົມ ໄລຍະ 2016 – 2020, ຫວຽດນາມ ຍາມໃດກໍ່ຮັກສາການເຕີບໂຕ GDP ຢູ່ໃນລະດັບສູງ (6,84%), ໃນນັ້ນ ປີ 2018 ບັນລຸ 7,08% ແລະ ປີ 2019 ຄາດວ່າບັນລຸ 7,1%.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.