ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81%

19:00 | 30/06/2020

ຍສໝ -  ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ.

ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81 ຫວຽດນາມ ມີກາລະໂອກາດເພື່ອນຳໃຊ້ປະໂຫຍດ ຈາກ EVFTA
ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81 ສະມາຄົມນັກຮົບເກົ່າສະຫະລັດອາເມລິກາສະເໜີ ໃຫ້ມີການຮ່ວມມື, ຮໍາບາດແຜສົງຄາມ ຢູ່ ແທງຮວາ
ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81
ພາບປະກອບ

ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີຖືກດໍາເນີນໃນສະພາບການໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງຮ້າຍແຮງ, ບັນດາພື້ນຖານເສດຖະກິດໃຫຍ່ ລ້ວນແຕ່ຕ້ອງປະເຊີນໜ້າກັບສະພາບການເສດຖະກິດຊຸດໂຊມຢ່າງຮ້າຍແຮງ. ເຖິງຢ່າງໃດກໍຕາມ, ເສດຖະກິດຫວຽດນາມ ຍັງສາມາດຮັກສາໄດ້ທ່າເຕີບໂຕ. ລວມຍອດຜະລິດຕະພັນພາຍໃນປະເທດໃນ 6 ເດືອນຕົ້ນປີ 2020 ຂອງຫວຽດນາມ ໄດ້ເພີ່ມຂຶ້ນ 1,81% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ເຊິ່ງເປັນລະດັບເພີ່ມຕໍ່າທີ່ສຸດໃນໄລຍະ 2011 – 2020, ແຕ່ນີ້ກໍແມ່ນສັນຍານຕັ້ງໜ້າໃນສະພາບການເສດຖະກິດທົ່ວໂລກພວມຖືກຊຸດໂຊມ.

6 ເດືອນຕົ້ນປີ 2020, ລວມຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າຂອງທັງປະເທດບັນລຸ 238,4 ຕື້ ໂດລາສະຫະລັດ, ຫຼຸດລົງ 2,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ; ໃນນັ້ນ, ສະເພາະການສົ່ງອອກບັນລຸ 121,2 ຕື້ ໂດລາສະຫະລັດ, ຫຼຸດລົງ 1,1%; ການນໍາເຂົ້າບັນລຸ 117,2 ຕື້ ໂດລາສະຫະລັດ, ຫຼຸດລົງ 3%; ການສົ່ງອອກເກີນດຸນບັນລຸ 4 ຕື້ ໂດລາສະຫະລັດ. ໃນນັ້ນ ໂທລະສັບ ແລະ ເຄື່ອງອາໄຫຼ່, ອຸປະກອນ ແມ່ນບັນດາຜະລິດຕະພັນບັນລຸວົງເງິນສົ່ງອອກຫຼາຍທີ່ສຸດ ດ້ວຍຈໍານວນ 21,5 ຕື້ ໂດລາສະຫະລັດ. ກ່ຽວກັບຕະຫຼາດສິນຄ້າສົ່ງອອກ 6 ເດືອນຕົ້ນປີ 2020, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນບັນລຸກວ່າ 30 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ຖັດມາແມ່ນ ຈີນ ບັນລຸ 19,5 ຕື້ ໂດລາສະຫະລັດ; ອີຢູ ບັນລຸກວ່າ 16 ຕື້ ໂດລາສະຫະລັດ; ອາຊຽນ ບັນລຸກວ່າ 11 ຕື້ ໂດລາສະຫະລັດ.

ຍອດວົງເງິນການຄ້າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ 6 ເດືອນຕົ້ນ ປີ 2020 ຄາດວ່າ ບັນລຸກ່ວາ 18,8 ຕື້ ໂດລາສະຫະລັດ, ຫລຸດລົງ 3,4% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ການນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸກ່ວາ 14 ຕື້ ໂດລາສະຫະລັດ, ຫລຸດລົງ 6,6%. ສາເຫດຕົ້ນຕໍແມ່ນຍ້ອນຄວາມຕ້ອງການຂອງຕະຫລາດຫລຸດລົງ, ລາຄາສົ່ງອອກຫລາຍປະເພດສິນຄ້າຫລຸດລົງ; ວົງເງິນການຄ້າສົ່ງອອກໄປຍັງຕະຫລາດ ຈີນ, ອາເມລິກາ ຫລຸດລົງ; ວົງເງິນການຄ້າສົ່ງອອກບັນດາປະເພດສິນຄ້າຢາງພາລາ, ໝາກໄມ້, ໝາກພິກໄທ, ກຸ້ງ, ປາຈາ, ໄມ້ ແລະ ຜະລິດຕະພັນໄມ້ຫລຸດລົງ. ກ່ຽວກັບຕະຫລາດສົ່ງອອກ, ຈີນ, ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນ 4 ຕະຫລາດນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ.

ຍອດ​ລວມຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ ໃນ​ໄຕ​ມາດທີ​ສອງ ນັບ​ແຕ່ ​ເດືອນ​ເມສາ ​ຫາ​ເດືອນ ມິຖຸນາ ຂະຫຍາຍຕົວ 0,36% ຈາກ​ໄຕ​ມາດດຽວ​ກັນ​ໃນ​ປີ​ກາຍ​ນີ້ ແຕ່​ຖື​ວ່າ​ຕ່ຳສຸດ​ໃນ​ຮອບຫລາຍ​ສິບ​ປີຜ່ານມາ​ເນື່ອງ​ຈາກ​ການ​ປິດ​ຊາຍ​ແດນ​ ສາກົນ ​ເພື່ອ​ຄວບ​ຄຸມ ​ໂຄ​ວິດ-19 ກະທົບ​ຕໍ່​ການ​ສົ່ງ​ອອກທີ່​ເປັນ​ກົນ​ໄກຂັບ​ເຄື່ອນ​ຫລັກ​ທາງ​ເສດຖະກິດພາຍ​ໃນປະ​ເທດ ​ເພາະ​ຫລຸດ​ລົງ​ໄປ​ເຖິງ 9% ຕໍ່​ປີ ​ແລະ 8,3% ຈາກ​​ໄຕ​ມາດ​ທຳ​ອິດ​ປີ​ນີ້.

ສຳລັບ​ຫວຽດນາມໄດ້​ປະ​ໂຫຍ​ດຈາກ​ການ​ທີ່ ສ.ອາ​ເມ​ລິ​ກາ ​ແລະ ຈີນ​ ມີຂໍ້​ຄັດ​ແຍ່ງ​ກັນທາງ​ການ​ຄ້າ ​ໄລຍະ 2 ປີ ຜ່ານມາ ​ເນື່ອງ​ຈາກຕ່າງ​ຝ່າຍໃຊ້​ພາສີ​ຕອບ​ໂຕ້​ກັນ​ເຮັດ​ໃຫ້​ທຸລະ​ກິດ​ຍົກ​ຍ້າຍ​ຖານ​ການ​ຜະລິດ​ອອກ​ຈາກ​ຈີນມາ​ຍັງ​ຫວຽດນາມ ທີ່​ປອດ​ໄພ​ກວ່າ ​ແລະ ມີ​ຕົ້ນທຶນ​ການ​ຜະລິດຕ່ຳກວ່າ. ຂະນະ​ທີ່ ​ກອງ​ທຶນ​ການ​ເງິນ​ສາກົນ (IMF) ຄາດ​ການ​ວ່າ: ຈີ​ດີ​ພີ​ຫວຽດນາມ ຈະ​ຂະຫຍາຍຕົວ​ຫລາຍສຸດ​ໃນ​ອາຊີປະມານ 2,7%​ ໃນ​ປີ​ນີ້. ຂະນະ​ທີ່ລັດຖະບານ​ຫວຽດນາມຈະ​ພະຍາຍາມ​ຊຸກຍູ້​ໃຫ້​ເສດຖະກິດ ຂະຫຍາຍຕົວ 5% ຕາມ​ທີ່​ຄາດ​ການ​ໄວ້.

ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81 ບັດາໝູ່ຄະນະ ແລະ ບຸກຄົນ ຊາວຫວຽດນາມ ໄດ້ຮັບການສັນລະເສີນ ຢູ່ ສາທາລະນະລັດເຊັກ

ຍສໝ - ໃນບົດລາຍງານຂອງປະທານສະມາຄົມຊາວຫວຽດນາມ ປະຈຳ ສາທາລະນະລັດເຊັກ, ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ມອບເຄື່ອງຊ່ວຍເຫຼືອດ້ານການເງິນ, ຜ້າອັດປາກ ແລະ ອຸປະກອນການແພດທີ່ມີມູນຄ່າທັງ ໝົດ ປະມານ 5 ລ້ານ Korun (ເທົ່າກັບ 5 ຕື້ດົ່ງ).

ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81 ລັດຖະບານ ຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ເພື່ອຊ່ວຍປະຊາຄົມຊາວຫວຽດນາມຢູ່ການາດາເອົາຊະນະ COVID-19

ຍສໝ - ຕໍ່ໜ້າສະພາບການລະບາດ ຢ່າງສັບສົນ ຂອງ ໂລກລະບາດ COVID-19 ໃນທົ່ວໂລກ, ໂດຍສະເພາະຢູ່ອາເມລິກາເໜືອ, ລັດຖະບານຫວຽດນາມ ໄດ້ມອບຜ້າອັດປາກ 50.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ການາດາ.

ລວມຍອດຜະລ ດຕະພ ນພາຍໃນປະເທດໃນ 6 ເດ ອນຕ ນປ 2020 ຂອງຫວຽດນາມ ໄດ ເພ ມຂ ນ 1 81 ເອກອັກຄະລັດຖະທູດອັງກິດ ຂອບໃຈຖັນແຖວແພດໝໍຫວຽດນາມ

ຍສໝ - ທ່ານ Gareth Ward ເອກອັກຄະລັດຖະທູດອັງກິດ ປະຈໍາ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ຖັນແຖວແພດໝໍ ແລະພາລະກອນການແພດຢູ່ໂຮງໝໍເຂດຮ້ອນນະຄອນໂຮ່ຈີມິນ ຍ້ອນໄດ້ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນໃນການຊ່ວຍເຫຼືອ, ເບິ່ງແຍງດູແລ ແລະປິ່ນປົວໃຫ້ແກ່ຄົນເຈັບທີ 91, ນັກບິນຊາວອັງກິດ ໃນໄລຍະຜ່ານມາ.

ໄຊພອນ

ເຫດການ
302 Found

Found

The document has moved here.