ອາຊຽນ 2020: ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງການຮ່ວມມືພາຍໃນພາກພື້ນໃນຊຸມປີທີ່ຜ່ານມາ

16:30 | 30/06/2020

ຍສໝ - ໃນຕອນແລງຂອງວັນທີ 27 ມິຖຸນາ, ໜັງສືພິມ Laophatthana (ລາວພັດທະນາ) ຂອງສະມາຄົມນັກຂ່າວລາວ ໄດ້ລາຍງານວ່າບັນດາຜູ້ນຳອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການທາງອອນລາຍ.

ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020
ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ ຫວຽດນາມໄດ້ຍົກສູງທີ່ຕັ້ງບົດບາດເປັນປະທານອາຊຽນ 2020, ເຖິງວ່າຈະມີສິ່ງທ້າທາຍຈາກ Covid-19

ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ບັນດາຜູ້ນຳອາຊຽນ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຄວາມພະຍາຍາມ ໃນການສ້າງປະຊາຄົມອາຊຽນທີ່ເຂັ້ມແຂງໂດຍຜ່ານການຮ່ວມມືພາຍໃນອາຊຽນ, ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາ ແລະ ບັນດາຄູ່ຮ່ວມພາກພື້ນ, ໂດຍສະເພາະໃນສະພາບການຂອງພາກພື້ນ ແລະ ທົ່ວໂລກທີ່ກຳລັງປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເນື່ອງຈາກຜົນກະທົບຂອງພະຍາດ COVID-19 ພາຍໃຕ້ຫົວຂໍ້ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

ບັນດາຜູ້ນຳອາຊຽນ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງການປະຕິບັດ ວິໄສທັດອາຊຽນ 2025, ໃນນັ້ນມີ 3 ເປົ້າໝາຍຕົ້ນຕໍ ຄື ການເມືອງ - ຄວາມສະຫງົບ, ເສດຖະກິດ ແລະ ສັງຄົມ. ນອກຈາກນີ້, ບັນດາຜູ້ນຳອາຊຽນຍັງ ໄດ້ປຶກສາຫາລືທິດທາງຂອງອາຊຽນໃນໄລຍະທີ່ຈະມາເຖິງ, ໂດຍສະເພາະ ແມ່ນວິທີການຟື້ນຟູເສດຖະກິດ - ສັງຄົມ ພາຍຫຼັງທີ່ການລະບາດຂອງພະຍາດ COVID-19.

ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ
ທ່ານທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ສປປ.ລາວ. (ພາບ:TTXVN)

ໃນກອງປະຊຸມ, ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງອາຊຽນໃນປີທີ່ຜ່ານມາ, ພ້ອມທັງນັ້ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຈະຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ບໍ່ໃຫ້ເກີດການລະບາດຂອງພະຍາດ COVID-19 ອີກຄັ້ງໜຶ່ງ ດ້ວຍການສືບຕໍ່ແລກປ່ຽນຂໍ້ມູນ ແລະ ປະສົບການໃນການປ້ອງກັນ, ການປິ່ນປົວ, ການຄົ້ນຄວ້າພັດທະນາໃນການຜະລິດຢາວັກຊີນປ້ອງກັນພະຍາດຕ່າງໆ.

ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ສປປ.ລາວ ກ່າວວ່າປະເທດລາວ ໄດ້ກຽມພ້ອມໃນການຟື້ນຟູເສດຖະກິດ - ສັງຄົມຢ່າງຮອບດ້ານ ພາຍຫຼັງທີ່ການລະບາດຂອງພະຍາດ COVID-19 ເພື່ອຟື້ນຟູເສດຖະກິດ ເຊິ່ງໄດ້ຮັບຜົນກະທົບຢ່າງໜັກຈາກພະຍາດດັ່ງກ່າວ...

ຕາມໜັງສືພິມ Laophatthana, ຜູ້ນຳອາຊຽນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມືຂອງສະມາຄົມກັບບັນດາຄູ່ຮ່ວມພາຍນອກ, ກໍ່ຄືບັນຫາທີ່ພົ້ນເດັ່ນໃນພາກພື້ນ ແລະ ສາກົນ. ບັນດາຜູ້ນຳອາຊຽນ ໄດ້ຢືນຢັນວ່າສິ່ງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນຊຸກຍູ້ຄວາມສັນຕິພາບ, ສະຖຽນລະພາບ ແລະ ບົດບາດໃຈກາງຂອງອາຊຽນເທົ່ານັ້ນ, ຫາກຍັງກໍ່ໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມຂອງອາຊຽນອີກດ້ວຍ.

ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 36: ສື່ມວນຊົນສາກົນຕີລາຄາສູງບົດບາດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020

ຍສໝ - ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຫວຽດນາມ ຍັງໄດ້ປະຕິບັດບົດບາດເປັນປະທານອາຊຽນ ໃນໄລຍະ 6 ເດືອນຜ່ານມາໄດ້ເປັນຢ່າງດີ, ນຳພາບັນດາປະເທດອາຊຽນ ພ້ອມກັນຕ້ານຄືນໂລກລະບາດໂຄວິດ-19 ກໍຄືການເຄື່ອນໄຫວອື່ນໆອີກ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຈັດບັນດາກອງປະຊຸມກັບບັນດາຄູ່ຮ່ວມມືນອກພາກພື້ນ ແລະ ຄູ່ເຈລະຈາ, ກໍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ສຳເລັດເປັນຢ່າງດີ.

ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ

ໃນວັນທີ 26 ມິຖຸນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ...

ອາຊຽນ 2020 ນາຍ ກລ ດຖະມ ນຕ ລາວ ໄດ ຕ ລາຄາສ ງການຮ ວມມ ພາຍໃນພາກພ ນໃນຊ ມປ ທ ຜ ານມາ ຍີ່ປຸ່ນ ຕີລາຄາສູງບົດບາດເປັນປະທານອາຊຽນ 2020 ຂອງ ຫວຽດນາມ

ຍສໝ - ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ກ່າວວ່າ: "ຍີ່ປຸ່ນຕີລາຄາສູງບົດບາດການນຳຂອງ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ເຊິ່ງໄດ້ເປັນເຈົ້າການໃນການຮຽກຮ້ອງ ແລະ ຈັດຕັ້ງກອງປະຊຸມອາຊຽນຄັ້ງນີ້."

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.