ນະຄອນຫຼວງວຽງຈັນ ຈັດຂຶ້ນພິທີຖວາຍພຣະເພີງພຣະສະ ຣິຣະສັງຂານ (ເຜົາພະສົບ)

11:30 | 29/06/2020

ເມື່ອບໍ່ດົນມານີ້, ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢ່າງສົມກຽດ ພິທີຖວາຍພຣະເພີງພຣະສະ ຣິຣະສັງຂານ (ເຜົາພະສົບ) ຂອງ ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນ ອະດີດປະທານອົງການ ພຸດທະສາສະໜາສໍາພັນລາວ, ອະ ດີດກໍາມະການສູນກາງແນວລາວ ສ້າງຊາດ.

ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ ນະຄອນຫຼວງວຽງຈັນ ຈັດງານບຸນຊ່ວງເຮືອປະເພນີ ປະຈໍາປີ 2019
ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ ຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

ເຂົ້າຮ່ວມພິທີ ມີພະເຖລານຸເຖລະ ທັງພາຍໃນ ແລະ ຕ່າງປະເທດ, ພະນະ ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ພ້ອມດ້ວຍການນໍາ ພັກ-ລັດ, ອະດີດການນຳຜູ້ຊົງຄຸນ ວຸດທິ, ຍາດພີ່ນ້ອງ ແລະ ມວນ ຊົນທົ່ວປະເທດເຂົ້າຮ່ວມ.

ໃນພິທີ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ປະທານຄະນະກຳມະການຮັບຜິດຊອບງານຊາ ປະນະກິດສົບ ໄດ້ຂຶ້ນກ່າວຄໍາສະດຸດີຄຸນງາມຄວາມດີວ່າ: ພຣະ ອາຈານໃຫຍ່ ມະຫາງອນ ດໍາຣົງ ບຸນ ເກີດເມື່ອວັນທີ 10 ກຸມພາ 1930 ທີ່ບ້ານນາກະລາ, ເມືອງ ສອງຄອນ, ແຂວງສະຫວັນນະເຂດ ໄດ້ອຸທິດຕົນເຂົ້າບວດໃນບໍວອນພຸດທະສາສະໜາ.

ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ
ພິທີຖວາຍພຣະເພີງພຣະສະ ຣິຣະສັງຂານ (ເຜົາພະສົບ) ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ. (ພາບ: kongthap.la)

ເມື່ອອາ ຍຸໄດ້ 13 ປີ ເຊິ່ງໄດ້ຕັ້ງໃຈຮໍ່າຮຽນແຕ່ລະຊັ້ນຮຽນຈົນຈົບຂັ້ນມະຫາປະໂຫຍກ 8 ແລະ ໄດ້ເຄື່ອນໄຫວ ຕາມໜ້າທີ່ຮັບຜິດຊອບທາງດ້ານການບໍລິການ ແລະ ການປົກຄອງ ສົງຈົນໄດ້ເຕີບໃຫຍ່ກາຍເປັນພຣະ ມະຫາເຖຣະເຈົ້າອົງໜຶ່ງທີ່ມີຜົນ ງານຄຸນງາມຄວາມດີຢ່າງຫຼວງຫຼາຍໃນການພັດທະນາ ອພສ ເຊິ່ງ ພະອາຈານໃຫຍ່ເປັນພຣະສົງທີ່ tມີທັດສະນະຫຼັກໝັ້ນທັດສະນະມະ ຫາຊົນກວ້າງຂວາງ, ມີຄວາມຊື່ ສັດບໍລິສຸດ, ເຄັ່ງຄັດຕໍ່ຫຼັກທໍາມະ ວິໄນຫຼັກສິນທໍາທາງພຸດທະສາສະໜາ, ມີຄວາມເມດຕາກາລຸນາ, ມີຄວາມເສຍສະຫຼະສູງເພື່ອ ພຸດທະສາສະໜາຖືຜົນປະໂຫຍດ ຂອງພຸດທະສາສະໜາ ແລະ ປະ ເທດຊາດສູງກວ່າຜົນປະໂຫຍດສ່ວນຕົວ, ຫ້າວຫັນໃນການປະຕິບັດໜ້າທີ່, ສາສະນະກິດ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ.

ສະນັ້ນພະອາຈານໃຫຍ່ຈຶ່ງ ໄດ້ຮັບຄວາມເຄົາລົບນັບຖືຮັກ ແພງຈາກພຣະສົງ, ສາມະເນນ ແລະ ສາສະນິກະຊົນບັນດາເຜົ່າ ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ. ພະອາຈານໃຫຍ່ ມະຫາງອນ ດຳຣົງບຸນ ແມ່ນພະສົງອົງໜຶ່ງທີ່ ມີຄວາມຮູ້ຄວາມສາມາດຫຼາຍດ້ານ, ທັງເປັນຜູ້ທີ່ມີຄວາມກ້າຫານກ້າສະເໜີຄວາມຄິດເຫັນ ຂອງຕົນເຂົ້າໃນການປັບປຸງການ ບໍລິຫານງານຂອງ ອພສ ກໍຄືການ ປະສານສົມທົບກັບອໍານາດການ ປົກຄອງທ້ອງຖິ່ນ, ການຈັດຕັ້ງ ກ່ຽວຂ້ອງຂອງພັກ ແລະ ລັດຖະ ບານ, ອັນພົ້ນເດັ່ນແມ່ນການ ເຄື່ອນໄຫວວຽກງານສາທາລະນະປະການ ຫຼື ການບູລະນະປະ ຕິສັງຂອນວັດ ວາ-ອາຣາມ ແລະ ວຽກງານສຶກສາສົງ, ເຊິ່ງພຣະອາ ຈານໄດ້ເລີ່ມເປັນຄູສອນສົງແຕ່ ອາຍຸ 23 ປີ ແລະ ໄດ້ມີຜົນງານ ໃນການຂຽນພະທໍາຄໍາສອນ, ໃຫ້ຄວາມຮູ້ຄວາມເຂົ້າໃຈຕໍ່ພຸດທະສາສະໜາອອກສູ່ສັງຄົມຫຼາຍ ເຫຼັ້ມ, ການສະແດງທໍາມະສາສະໜາໃນສະຖານທີ່ຕ່າງໆທັງພາຍ ໃນ ແລະ ຕ່າງປະເທດ, ພຣະອາ ຈານໄດ້ເຄື່ອນໄຫວຄຽງບ່າຄຽງ ໄຫຼ່ກັບບັນດາເພື່ອນສະຫະທໍາມິກ ກໍຄືພະສົງສາມະເນນ ໂດຍນໍາໃຊ້ ສະຕິປັນຍາເຫື່ອແຮງຢ່າງຕັ້ງໜ້າເຂົ້າໃນການຊີ້ນໍາ-ນຳພາປັບປຸງທໍາມະນູນສົງ, ເຊິ່ງເປັນນິຕິກໍາ ທີ່ສໍາຄັນໃຫ້ແກ່ການເຄື່ອນໄຫວ ຂອງສົງ ແລະ ສິ່ງພົ້ນເດັ່ນອີກ ດ້ານໜຶ່ງແມ່ນພຣະອາຈານໃຫຍ່ ໄດ້ເອົາໃຈໃສ່ວຽກງານການຕ່າງປະເທດ ກໍຄືວຽກງານທໍາມະທູດ ໂດຍໄດ້ຊຸກຍູ້ສົ່ງເສີມໃຫ້ພຣະສົງຂອງລາວໄດ້ມີໂອກາດໄປສຶກສາທໍາ, ທັດສະນະແລກປ່ຽນບົດຮຽນ ເຂົ້າຮ່ວມກອງປະຊຸມສົງສາກົນ, ໄດ້ມີຜົນສໍາເລັດຢ່າງຈົບງາມໃນ ການເປັນເຈົ້າພາບຈັດກອງປະ ຊຸມປະທານອົງການພຸດທະສາສະ ໜາ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1, ຈັດພິທີສະເຫຼີມສະຫຼອງວັນພຸດທະສາສະໜາ ແລະ ວິສາຂະບູຊາໂລກທີ່ ນະຄອນຫຼວງວຽງຈັນ, ຈຶ່ງເຮັດ ໃຫ້ບົດບາດຂອງພຣະສົງລາວ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພຣະອາຈານໃຫຍ່ໄດ້ເປັນແບບຢ່າງໃນການເຄື່ອນໄຫວປະກອບສ່ວນວຽກງານກໍ່ສ້າງບູລະນະປະຕິສັງຂອນສາສະໜາວັດຖຸເຊັ່ນ: ເປັນປະທານບູລະນະຫໍພະແກ້ວ, ໂອບຄໍາອົງພະທາດຫຼວງ, ນໍາພາກໍ່ສ້າງສໍານັກງານ ອພສ. ພ້ອມນັ້ນ, ກໍໄດ້ນໍາພາປະຊາຊົນສ້າງຖະໜົນຫົນທາງສ້າງໂຮງຮຽນສົງ ບູລະນະວັດວາອາຮາມ ແລະ ອື່ນໆ, ຈາກຄຸນງາມຄວາມດີຜົນ ງານເດັ່ນພຣະອາຈານໃຫຍ່ ມະ ຫາງອນ ດໍາຣົງບຸນ ພັກ ແລະ ລັດຖະບານ ກໍຄືຕ່າງປະເທດໄດ້ຍ້ອງຍໍສັນລະເສີນດ້ວຍຮູບການຕ່າງໆ ເຊັ່ນ: ໄດ້ຮັບຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍປະເພດຕ່າງໆທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ການມໍລະນະພາບຂອງພຣະ ອາຈານໃຫຍ່ ມະຫາງອນ ດຳຣົງ ບຸນ ເປັນການສູນເສຍ ພຣະມະ ຫາເຖລະທີ່ສຳຄັນອົງໜຶ່ງຂອງ ອົງການພຸດທະສາສະໜາສຳ ພັນລາວທີ່ສຳຄັນຂອງຊາດ ກໍຄື ພຸດທະສາສະນິກະຊົນທັງພາຍໃນ ແລະ ຕ່າງປະເທດ. ຫຼັງຈາກນັ້ນແມ່ນພິທີທາງສາສະໜາ ແລະ ວາງດອກໄມ້ທູບທຽນ, ສ່ວນຕອນຄໍ່າແມ່ນພິທີວາງເພີງຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ.

ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ ພິທີລົງນາມສັນຍາ ປະຕິບັດໂຄງການປ້ອງກັນດິນຟ້າອາກາດ ລະຫວ່າງ ປະເທດເຢຍລະມັນ ແລະ ລາວ

ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).

ນະຄອນຫ ວງວຽງຈ ນ ຈ ດຂ ນພ ທ ຖວາຍພຣະເພ ງພຣະສະ ຣ ຣະສ ງຂານ ເຜ າພະສ ບ ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

kongthap.la

ເຫດການ
302 Found

Found

The document has moved here.