ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

13:51 | 18/06/2020

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19 ສື່ມ​ວ​ນ​ຊົ​ນ​ສາ​ກົນ: ເສດ​ຖະ​ກິດ​ຫວຽ​ດ​ນາມ​ດຶງ​ດູດ​ແຫຼ່ງ​ເງິນ​ທຶນ​ຈາກ​ຕ່າງ​ປະ​ເທດ​ໄລ​ຍະຫຼັງ Covid – 19
ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19 ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

ເຂົ້າຮ່ວມກອງປະຊຸມ ມີທ່ານນາງ Retno L.P. Marsudi - ລັດຖະມົນຕີ ຕ່າງປະເທດ ອິນໂດເນເຊຍ; ທ່ານ Sergey Lavrov - ລັດຖະມົນຕີ ຕ່າງປະເທດ ລັດເຊຍ; ພອມດ້ວຍບັນດາລັດຖະມົນຕີ ຕ່າງປະເທດອາຊຽນ, ເລຂາທິການໃຫ່ຍອາຊຽນ ແລະ ບັນດາຜູ້ຕາງໜ້າຈາກກະຊວງ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ລັດເຊຍ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດ COVID-19. ພ້ອມນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນວິໄສທັດ ກໍ່ຄືບົດຮຽນທີ່ດີໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ພິເສດ, ໄດ້ຢືນຢັນຈະສືບຕໍ່ ແລະ ຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນເພື່ອໃຫ້ສາມາດຜ່ານພົ້ນ ວິກິດການດັ່ງກ່າວ ໃນເວລາອັນໄວ.

ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19

ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19. (ພາບ: KPL)

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງສະພາບການຫລ້າສຸດ ກ່ຽວກັບການແຜ່ລະບາດ COVID-19 ຢູ່ ສປປ.ລາວ ໂດຍສະເພາະ ໃນວັນທີ 10 ມິຖຸນາ 2020 ຜ່ານມາ, ລັດຖະ ບານ ໄດ້ປະກາດຜົນສຳເລັດເບື້ອງຕົ້ນ ໃນການແກ້ໄຂ ແລະ ຮັບມືກັບພະຍາດ ດັ່ງກ່າວ, ຊຶ່ງທ່ານນາ ຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ປະກາດຜົນສຳເລັດເບື້ອງຕົ້ນດັ່ງກ່າວ, ໂດຍປັດໄຈຫລັກທີ່ສາ ມາດຍາດ ໄດ້ຜົນສຳເລັດ ເປັນຕັ້ນແມ່ນ ມີການຊີ້ນຳ-ນຳພາ ອັນແທດເຖິງຈາກການນຳສູງສຸດ. ພິເສດ, ໄດ້ມີແນວທາງນະໂຍບາຍ, ມາດຕະການ ທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ ເຊິ່ງທຸກອົງການຈັດຕັ້ງໃນຂອບເຂດ ທົ່ວປະເທດໂດຍສະເພາະ 3 ອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ ລວມທັງອົງການ ຈັດຕັ້ງພົນລະເຮືອນ ແລະ ປວງຊົນລາວທຸກຖ້ວນໜ້າ ໄດ້ຮ່ວມມືຈັດຕັ້ງປະຕິບັດ ທຸກມາດຕະການ ທີີ່ວາງອອກ ຢ່າງເຂັ້ມງວດ ແລະ ປະກອບສ່ວນຢ່າງຫ້າວຫັນ, ບັນດາກະຊວງຂະແໜງການ ທີ່ກ່ຽວຂ້ອງໃນການຕ້ານ ແລະ ຮັບມືກັບການແຜ່ລະບາດ ພະຍາດ COVID-19 ໂດຍສະເພາະແພດໝໍ, ທະຫານ, ຕຳຫລວດ ລວມທັງອຳນາດການປົກຄອງທຸກຂັ້ນ ໄດ້ອອກເຫື່ອເທແຮງເຂົ້າໃນ ການປະຕິບັດໜ້າທີ່ ທີ່ຖືກມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ ແລະ ປະສົບຜົນສຳເລັດຈົບງາມ ແລະ ຍ້ອນມີການພົວ ພັນຮ່ວມມືຊ່ວຍເຫລືອ ຈາກວົງຄະນະຍາດສາກົນ ທັງຂອບສອງຝ່າຍ ແລະ ຫລາຍຝ່າຍ. ພິເສດ, ມີການຮ່ວມມືຢ່າງໃກ້ຊິດ ກັບອົງການ ອະນາໄມໂລກ. ເຖິງວ່າ, ສປປ ລາວ ຈະປະສົບຜົນສຳເລັດເບື້ອງຕົ້ນກໍ່ຕາມ, ແຕ່ບໍ່ໃຫ້ປະມາດ ແລະ ໃຫ້ສືບຕໍ່ປະຕິບັດມາດຕະການ ໃນການປ້ອງກັນ ແລະ ຕິດຕາມສະພາບການພະຍາດ ໂຄວິດ-19 ຢ່າງໃກ້ຊິດ.

ສໍາລັບທິດທາງໃນຕໍ່ໜ້າ ໃນການຮັບມື ແລະ ແກ້ໄຂພະຍາດ COVID-19, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະເໜີກອງ ປະຊຸມພິຈາລະນາ ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສະພາບການກໍຄືມາດຕະການ ແລະ ບົດຮຽນທີ່ດີ ໃນການແກ້ໄຂພະຍາດ COVID-19, ໃຫ້ການຊ່ວຍເຫລືອ ດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນຄົ້ນຄ້ວາ ແລະ ພັດທະນາ ຢາປິ່ນປົວ ກໍຄື ຢາປ້ອງກັນພະຍາດໂຄວິດ-19 ລວມທັງຮ່ວມກັນຜະລິດຢາດັ່ງກ່າວ ແລະ ຮ່ວມມືກັນໃນການຟື້ນຟູ ເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ພາຍຫລັງສິ້ນສຸດການ ລະບາດໂຄວິດ-19.

ສຸດທ້າຍ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ປະເທດສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ໂດຍສະເພາະ ອົງການອະນາໄມໂລກ ແລະ ລັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແກ່ ສປປ ລາວ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂພະຍາດ COVID-19 ຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການ ຂອງກອງປະຊຸມ ສະໄໝພິເສດ ລັດຖະມົນຕີ ຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການຕ້ານການ ແຜ່ລະບາດຂອງພະຍາດ COVID-19 ແລະ ໄດ້ມອບໃຫ້ພາກ ສ່ວນກ່ຽວຂ້ອງ ນໍາໄປຜັນຂະຫຍາຍຕໍ່ໄປ.

ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19 ໄລ​ຍະຫຼັງ Covid - 19 ​ຖື​ເສດ​ຖ​ະ​ກິດ​ຂຽວ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

ຍ​ສ​ໝ - ວິ​ທີ​ການ​ໃນ​ໄລ​ຍະ​ຍາວ​ແມ່ນ​ຕ້ອງ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ສືບ​ຕໍ່​ເອົາ​ໃຈ​ໃສ່ເປັນ​ພິ​ເສດ​ເຖິງ​ການບ​ຳ​ລຸງ​ສ້າງ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອ​ງ​ບັນ​ດາ​ນັກ​ລົງທຶນ​ນຳ​ໜ້າ​ເສດ​ຖະ​ກິດ, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ໃໝ່, ປ່ຽນ​ແປ​ງ​ໃໝ່ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19 ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ຂອງ​ໂລກ

ຍ​ສໝ - ຕາມ​ຂໍ້​ມູນ​ຂ່າວ​ສານ​ຈາ​ການ​ສຳຫຼ​ວດ​ຂອງ YouGov ແລ້ວ, ຫວຽດ​ນາມ​ໄດ້​ຕີ​ລາ​ຄາ​ວ່າ​ແມ່ນ​ປະ​ເທດ​ທີ່​ມີ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 ດີ​ທີ່​ສຸດ​ໃນ​ໂລກ.

ສປປ ລາວ ຮ ວມປະຊ ມທາງໄກສະໄໝພ ເສດ ລ ດຖະມ ນຕ ຕ າງປະເທດ ອາຊຽນ ລ ດເຊຍ ວ າດ ວຍການຕ ານ ການແຜ ລະບາດຂອງເຊ ອພະຍາດ ໂຄວ ດ 19 ຫວຽດນາມ ຊຸກຍູ້ບັນດາຄວາມມານະພະຍາຍາມຂອງອາຊຽນໃນການຮັບມືກັບບັນດາຜົນກະທົບຂອງໂລກລະລາດ Covid - 19

ຍ​ສໝ - ທ່ານ​ຫງວຽນ​ກ໊ວກ​ຢຸງ​ເນັ້ນ​ໜັກ​ວ່າ : ດ້ວຍ​ຫົວ​ຂໍ້​ອາ​ຊຽນ 2020 ແມ່ນ ສະ​ໜິດ​ຕິດ​ພັ​ນ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື, ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ການ ໃນ​ການຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19ຂອງ ອາ​ຊຽນ​ ໂດຍ​ໄວ.

kpl.gov.la

ເຫດການ
302 Found

Found

The document has moved here.