ນະຄອນຫຼວງວຽງຈັນ ຈັດງານບຸນຊ່ວງເຮືອປະເພນີ ປະຈໍາປີ 2019

10:18 | 15/10/2019

ໃນຕອນເຊົ້າມື້ນີ້ ວັນທີ 14 ຕຸລາ 2019, ທີ່ທ່າວັດຈັນ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ຈັດງານບຸນຊ່ວງເຮືອປະເພນີບຸນອອກພັນສາ ຂອງນະຄອນຫຼວງວຽງຈັນ ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ບົວລອນ ວົງດາລາແສນ, ເຈົ້າເມືອງຈັນທະບູລີ ,ພ້ອມດ້ວຍການນໍາພັກ-ລັດ ນະຄອນຫລວງວຽງຈັນ ,ຄະນະນຳສີພາຍເຮືອຊ່ວງທີ່ມາຈາກກຸ່ມບ້ານ, ພະແນກການ ແລະ ກົມກອງຕ່າງໆເຂົ້າຮ່ວມ.

ນະຄອນຫຼວງວຽງຈັນ ຈັດງານບຸນຊ່ວງເຮືອປະເພນີ ປະຈໍາປີ 2019

ບຸນຊ່ວງເຮືອ.(ພາບ:laoupdat)

ໃນພິທີ, ທ່ານເຈົ້າເມືອງ ຈັນທະບູລີ ໄດ້ກ່າວໃນພິທີວ່າ: ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ເວົ້າລວມ, ເວົ້າສະເພາະແມ່ນບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນ ຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີອັນດີງາມຊອງຊາດລາວເຮົາທີ່ໄດ້ສືບທອດກັນມາແຕ່ບູຮານນະການ ຊື່ງມີປະຫວັດຄວາມເປັນມາອັນຍາວນານ ການແຂ່ງຂັນຊ່ວງເຮືອໃນມື້ບຸນອອກພັນສາຂອງທຸກໆປີນັ້ນແມ່ນເປັນກິລາທາງໜ້ານໍ້າປະເພດໜຶ່ງ ຊຶ່ງຖືກຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ມົກມຸ້ນຢູ່ກັບການຜະລິດໃນລະດູຝົນຕະຫຼອດຫຼາຍເດືອນທີ່ຜ່ານມາ. ນອກຈາກນັ້ນຍັງເປັນການສ້າງໂອກາດໃຫ້ປະຊາຊົນໄດ້ເຕົ້າໂຮມຄວາມສາມັກຄີເຊິ່ງກັນ ແລະ ກັນອີກດ້ວຍ. ໃນສະໄໝກ່ອນ, ຍັງເປັນການສ້າງໃຫ້ມີສາຍສຳພັນລະຫວ່າງຜູ້ປົກຄອງກັບຣາຊະດອນ ນັ້ນແມ່ນເພື່ອຄວາມເຂົ້າອົກເຂົ້າໃຈ ແລະ ມີຄວາມສະໝານສາມັກຄີລະຫວ່າງ ຣາຊະດອນກັບກະສັດ, ປະຊາຊົນກັບລັດ ຫຼື ປະຊາຊົນກັບປະຊາຊົນດ້ວຍກັນ ແລະ ເປັນໂອກາດທີ່ດີທີ່ໜຸ່ມສາວຈະໄດ້ພົບປະສ້າງສັນ ໄດ້ເຫັນສີໄມ້ລາຍມືຂອງນັກກິລາສີພາຍ, ໄດ້ເຫັນຄວາມສາມັກຄີພ້ອມພຽງຂອງເຫຼົ່າໜຸ່ມສີພາຍ, ໄດ້ສະແດງຄວາມສາມາດທັງຍິງ ແລະ ຊາຍອອກສູ່ມວນຊົນໄດ້ຊື່ນຊົມ, ໄດ້ເຊຍກັນຢ່າງເບີກບານມ່ວນຊື່ນ, ທັງເປັນການສ້າງເງື່ອນໄຂໃຫ້ຊາວຄ້າຂາຍໄດ້ແລກປ່ຽນບົດຮຽນ ແລະ ຜົນຜະລິດເຊິ່ງກັນ ແລະ ກັນ ພາຍຫຼັງແຕ່ລະຄອບຄົວໄດ້ສຸມໃສ່ຜະລິດໃນໄລຍະເຂົ້າພັນສາ 3 ເດືອນຜ່ານມາ.

ສຳລັບປີ 2019 ໃນນາມທີ່ເມືອງຈັນທະບູລີ ໄດ້ຮັບກຽດເປັນເຈົ້າພາບຈັດງານດັ່ງກ່ວ ໂດຍສົມທົບກັບບັນດາເມືອງໃກ້ຄຽງຄື ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ, ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂັ້ນນະຄອນຫຼວງວຽງຈັນ. ສຳລັບກິດຈະກໍາ ວັນທີ 13 ຕຸລາ 2019 ແມ່ນໄດ້ຈັດແຂ່ງຂັນ ເຮືອກິລາ 12 ສີພາຍ ລວມມີ 6 ລຳຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ສ່ວນວັນທີ 14 ຕຸລາ ແມ່ນຈັດແຂ່ງຂັນເຮືອປະເພນີ ຍິງ-ຊາຍ ແລະ ເຮືອສູດຊາຍ ເຊີ່ງມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດມີ 19 ລຳ ໃນນີ້ມີເຮືອປະເພນີຊາຍ 6 ລຳ, ເຮືອປະເພນີຍິງ 6 ລຳ, ເຮືອສູດຊາຍ 7 ລຳ, ລວມທັງໝົດ 24 ລໍາ, ໃນນີ້ມີເຮືອຈາກນະຄອນຫຼວງວຽງຈັນ 23 ລຳ, ແລະເຮືອຈາກແຂວງຫຼວງພະບາງ 1 ລຳ.

ຜົນການແຂ່ງຂັນ ເຮືອປະເພນີຊາຍ ເຮືອຣີສອດ ປາກນໍ້າຄານ ແຂວງຫລວງພະບາງ ໄດ້ຮັບລາງວັນຊະນະເລີດ ໄດ້ຮັບຂັນເງິນ 1 ໜ່ວຍພ້ອມເງິນສົດ 16 ລ້ານກີບ, ສໍາລັບເຮືອສູດຊາຍ ຊະນະເລີດແມ່ນເຮືອຈາກບໍລິສັດແສງເພັດກໍ່ສ້າງ ໄດ້ຮັບຂັນເງິນ 1 ໜ່ວຍພ້ອມເງິນສົດ 12 ລ້ານກີບ ແລະເຮືອກິລາ 12 ສີພາຍ ຊະນະເລີດແມ່ນເຮືອນາວາສັກສິດ ໄດ້ຮັບຂັນໂລ້ 1 ໜ່ວຍພ້ອມເງິນສົດ 5 ລ້ານກີບ. ງານແຂ່ງຂັນຊ່ວງເຮືອປະເພນີ ໂອກາດບຸນອອກພັນສາປະວໍລະນາປະຈໍາປີ 2019 ນີ້ ຢູ່ນະຄອນຫລວງວຽງຈັນ ໄດ້ດໍາເນີນມາແຕ່ເວລາ 9 ໂມງເຊົ້າ ແລະສໍາເລັດຢ່າງຈົບງາມ ເວລາ 17 ໂມງ.

(ແຫຼ່ງ​ຂໍ້​ມູນ​: Lao National Radio)

ເຫດການ
302 Found

Found

The document has moved here.