ຫວຽດນາມ ແລະ ປະເທດອື່ນໆ ປະຕິບັດການປ່ຽນແປງຢ່າງຕັ້ງໜ້າ ໃຫ້ແກ່ເດັກນ້ອຍຢູ່ໃນເຂດທີ່ມີຂໍ້ຂັດແຍ່ງ

10:00 | 25/06/2020

ຍສໝ - ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ແລະ ສະຫະປະຊາຊາດ ເຊິ່ງຕິດຕາມກວດກາຢ່າງໃກ້ຊິດກ່ຽວກັບຜົນກະທົບຂອງການລະບາດ ແລະ ການປະສານງານປະຕິບັດຢ່າງທັນການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເດັກນ້ອຍ.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ
ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ ເກີ່ນເທີ ເພີ່ມພຸນຄູນສ້າງຄວາມສາມັກຄີ ຫວຽດນາມ - ກໍາປູເຈຍ

ວັນທີ 23 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມສົນທະນາປະຈຳປີ ດ້ວຍຮູບການທາງອອນລາຍ ພາຍໃຕ້ຫົວຂໍ້ "ເດັກນ້ອຍ ແລະ ຄວາມຂັດແຍ່ງປະກອບອາວຸດ" ເພື່ອປະເມີນສະຖານະພາບ ແລະ ຄວາມຮຸນແຮງຂອງການລະເມີດຕໍ່ເດັກນ້ອຍໃນຫຼາຍປີທີ່ຜ່ານມາ, ສິ່ງທ້າທາຍຕ່າງໆໄດ້ເກີດຂື້ນ ໃນສະພາບການຂອງການລະບາດພະຍາດ COVID-19 ແລະ ການສະເໜີບັນດາວິທີແກ້ໄຂ.

ທີ່ກອງປະຊຸມ, ຫວຽດນາມໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືກັບບັນດາປະເທດ ເພື່ອສືບຕໍ່ພະຍາຍາມນຳເອົາຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ການປ່ຽນແປງຢ່າງຕັ້ງໜ້າຕໍ່ຊີວິດຂອງເດັກນ້ອຍໃນເຂດທີ່ມີຄວາມຂັດແຍ່ງ.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ

ເດັກນ້ອຍ Syria ຢູ່ຄ້າຍລີ້ໄພ ໃນຮ່ອມພູ Bekaa, Liban. (ພາບ: TTXVN)

ອີງຕາມການຕີລາຄາຂອງສະຫະປະຊາຊາດ, ການຈັດຕັ້ງປະຕິບັດລາຍການການປຶກສາຫາລື ກ່ຽວກັບ “ເດັກນ້ອຍ ແລະ ປະກອບອາວຸດ” ໄດ້ຮັບຜົນດີໃນປີ 2019.

ແຕ່ວ່າ, ລະດັບການລະເມີດຕໍ່ເດັກນ້ອຍ ຍັງມີຄວາມຮຸນແຮງຫຼາຍ ໂດຍມີ 25,000 ຄະດີ, ໃນນັ້ນການຂ້າຟັນ ແລະ ເຮັດໃຫ້ການບາດເຈັບສຳລັບເດັກນ້ອຍ ແມ່ນມີອັດຕາສູງທີ່ສຸດ ເຊິ່ງມີຈຳນວນຫລາຍກວ່າ 10,000 ຄະດີ. ການຂັດແຍ້ງ, ຄວາມຮຸນແຮງ, ຄວາມບໍ່ສະຖຽນລະພາບ ແລະ ຜົນກະທົບຂອງພະຍາດ COVID-19 ຈະເປັນອຸປະສັກສຳຫຼັບຄວາມພະຍາຍາມໃນການປົກປ້ອງເດັກນ້ອຍ.

ບັນດາຜູ້ຕາງໜ້າອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງພາກພື້ນ ຕ້ອງການເພີ່ມທະວີຄວາມເອົາໃຈໃສ່, ປະສານງານການກະທຳ, ແລະ ຮ່ວມມືກັບສະຫະປະຊາຊາດ ໃນຄວາມພະຍາຍາມປ້ອງກັນ ແລະ ຢຸດຕິການລະເມີດຕໍ່ເດັກນ້ອຍ, ໃນນັ້ນມີການເຂົ້າຮ່ວມ ຖະແຫຼງການຄວາມປອດໄພຂອງໂຮງຮຽນ.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ
ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງສະພາບການຂອງເດັກນ້ອຍ ໃນການຂໍ້ຂັດແຍ່ງກຳລັງປະກອບອາວຸດ ມີຄວາມວິຕົກກັງວົນຫຼາຍ; ຢືນຢັນວ່າ ການສະກັດກັ້ນຂໍ້ຂັດແຍ່ງ ແມ່ນວິທີການແກ້ໄຂແບບຍືນຍົງ, ແຕ່ວ່າ ປະຊາຄົມສາກົນຄວນປະຕິບັດມາດຕະການ ແລະ ການກະທຳສະເພາະຢ່າງ ທັນທີ ເພື່ອຫຼຸດຜ່ອນຜົນກະທົບຈາກຂໍ້ຂັດແຍ່ງທີ່ສຳຫຼັບເດັກນ້ອຍ.

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ເນັ້ນໜັກເຖິງຄວາມສຳຄັນຂອງການສຶກສາ ແລະ ບຳລຸງສ້າງວິຊາຊີບ, ໂດຍສະເພາະ ແມ່ນສຳລັບຜູ້ທີ່ກຳລັງເຊື່ອມໂຍງຄືນໃໝ່, ຊ່ວຍໃຫ້ພວກເຂົາກໍ່ສ້າງການດຳລົງຊີວິດຄືນໃໝ່.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ ໄດ້ປະກາດຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ ຜູ້ອຳນວຍການ AEON ຍີ່ປຸ່ນ ຕີລາຄາສູງຄຸນນະພາບ ໝາກລິນຈີ່ຂອງຫວຽດນາມ

ຍສໝ - ໂດຍປະເມີນໝາກໝາກລິນຈີ່ ທີ່ນຳເຂົ້າຈາກປະເທດຫວຽດນາມ, ທ່ານ Okazaki - ຜູ້ອຳນວຍການ AEON ຍີ່ປຸ່ນ ກ່າວວ່າ ໝາກລິນຈີ່ຂອງຫວຽດນາມມີລົດຫວານ ແລະ ແຊບ, ມີແກ່ນນ້ອຍ, ຄຸນນະພາບດີ.

ຫວຽດນາມ ແລະ ປະເທດອ ນໆ ປະຕ ບ ດການປ ຽນແປງຢ າງຕ ງໜ າ ໃຫ ແກ ເດ ກນ ອຍຢ ໃນເຂດທ ມ ຂ ຂ ດແຍ ງ ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້

ຍສໝ - ທ່ານ Jair Bolsonaro - ປະທານາທິບໍດີປະເທດບຣາຊິນ ໃຫ້ຮູ້ວ່າ ຮູບແບບການຄຸ້ມຄອງພະຍາດ COVID-19 ຂອງຫວຽດນາມ ແມ່ນແບບຢ່າງເພື່ອໃຫ້ປະເທດບຣາຊິນຮຽນຮູ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.